ຮູບເງົາ “ ດອກຈໍາປາບານ ” ສ້າງສາຍພົວພັນອັນແໜ້ນແຟ້ນລະຫວ່າງ ລາວ – ຈີນ

88

ຮູບເງົາ “ ດອກຈໍາປາບານ ” ເປັນເລື່ອງທຳອິດຂອງການຮ່ວມມືສ້າງລະຫວ່າງລາວ ແລະ ຈີນ ສ້າງຂຶ້ນໃນໂອກາດສາຍສຳພັນ ລາວ – ຈີນ ໂດຍສະເພາະ ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຂອງພັກຂອງຊາດ ກໍຄືປີທ່ອງທ່ຽວ ລາວ – ຈີນ ພິເສດເພື່ອຄຳນັບຮັບຕ້ອນວັນຊາດຈີນ ວັນທີ 1 ຕຸລາ ຄົບຮອບ 70 ປີ.

ນາງ ສີວິໄລ ອ້ວນພົງຈະເລີນ ໃຫ້ສໍາພາດວ່າ: ສຳລັບບົດບາດທີ່ໄດ້ຮັບແມ່ນສະແດງເປັນ ແມ່ຈັນຫອມ ເຊິ່ງເປັນແມ່ຂອງຈຳປາ ( ຈໍາປາ ນາງເອກນຳສະແດງໂດຍ ຈັນດາລີ ສິດພະໄຊ ຫຼື ທ່ານໝໍແໜ່ງ ) ປະສົບການທີ່ໄດ້ຮ່ວມເປັນນັກສະແດງຄືມີໂອກາດຮ່ວມມືກັບທີມງານມືອາຊີບ ແລະ ໄດ້ເຫັນວິທີການເຮັດວຽກຂອງການຖ່າຍທຳຮູບເງົາ. ບົດບາດທີ່ໄດ້ຮັບເປັນແມ່ ເຊິ່ງໃນຊີວິດຈິງກໍມີລູກຜູ້ຍິງຢູ່ແລ້ວເຮັດໃຫ້ເຫັນວ່າ ລູກກໍມີຄວາມຄິດເປັນຂອງເຂົາເອງ ຫຼື ມີ ຄວາມຮັກ ເມື່ອມາຮອດຈຸດໜຶ່ງຂອງຊີວິດທີ່ເຂົາໃຫຍ່ຂຶ້ນມາໃນມູມຂອງຄວາມຮັກບໍ່ຄວນໄປຫວງຫ້າມຫຼາຍແບບບໍ່ມີເຫດມີຜົນໂດຍເອົາຄວາມຮັກຕົນເອງເປັນທີ່ຕັ້ງ.

ນອກນັ້ນ, ຍັງໄດ້ປະສົບການຈາກການສະແດງຫຼາຍຂຶ້ນຄືການເອົາຕົນເອງເຂົ້າໄປຢູ່ໃນຊີວິດຂອງຕົວລະຄອນເພື່ອທີ່ຈະໄດ້ສື່ສານໃຫ້ເຂົ້າເຖິງອາລົມ ແລະ ຄວາມຮູ້ສຶກຂອງຕົວລະຄອນ​ ເພື່ອໃຫ້ຄົນເບິ່ງເຊື່ອວ່າມັນບໍ່ແມ່ນຕົວເຮົາມັນແມ່ນຕົວລະຄອນນັ້ນແທ້ ເຊິ່ງມັນກໍຍາກຫຼາຍເພາະຍັງບໍ່ມີປະສົບການ ແລະ ບໍ່ໄດ້ຜ່ານໂຮງຮຽນການສະແດງມາກ່ອນ.

ໃນນາມທີ່ຕົນເອງເປັນຜູ້ໜຶ່ງທີ່ຮ່ວມສະແດງໃນຮູບເງົານີ້ຄິດວ່າເປັນຮູບເງົາທີ່ມີ ຄວາມໝາຍເລິກເຊິ່ງຫຼາຍທີ່ຕົນເອງໄດ້ອ່ານບົດ ແລະ ຮ່ວມສະແດງກໍໄດ້ແງ່ຄິດຫຼາຍຢ່າງ ໂດຍສະເພາະຄວາມຮັກ, ຄວາມເຂົ້າໃຈກັນໃນຄອບຄົວເປັນເລື່ອງທີ່ສຳຄັນຫຼາຍ, ການຮັກສາຮີດຄອງປະເພນີຂອງແມ່ຍິງລາວບໍ່ມີມື້ຫຼ້າຫຼັງມັນເປັນສະເໜ່ທີ່ງົດງາມ ແລະ ມີຄຸນຄ່າບໍ່ສາມາດປະເມີນເປັນເງິນໄດ້. ນອກນັ້ນ, ຍັງໄດ້ຮູ້ເຖິງປະຫວັດ ຄວາມເປັນມາຂອງປະຊາຊົນທັງ 2 ຊາດ ລາວ – ຈີນ ໃນຄວາມຈິງພວກເຮົາໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕັ້ງແຕ່ຮຸ່ນປູ່ຍ່າຕາຍາຍຈົນມາຮອດປັດຈຸບັນ​ ພ້ອມທັງໄດ້ແງ່ຄິດໃໝ່ໆຕື່ມອີກວ່າສົງຄາມບໍ່ມີຜົນດີຫຍັງໃນສັງຄົມມັນນຳມາເຊິ່ງຄວາມສູນເສຍຄວາມສຸກຂອງຄອບຄົວຂອງປະເທດ ແລະ ຂອງໂລກ.

ໃນໂອກາດນີ້, ຂໍຝາກຜົນງານຂອງຮູບເງົາເລື່ອງ “ ດອກຈຳປາບານ ” ທີ່ຈະເຂົ້າສາຍໃນວັນທີ 19 ກັນຍານີ້ ທຸກໂຮງສາຍຮູບເງົາທົ່ວປະເທດລາວ ໄວ້ໃນອ້ອມອົກອ້ອມໃຈທຸກທ່ານ ຮູບເງົາເລື່ອງນີ້ເປັນຜົນງານການສະແດງຄັ້ງທຳອິດຂອງຕົນເອງ ແລະ ເປັນທີ່ໜ້າພູມໃຈຫຼາຍ ຮູບເງົາເລື່ອງໄດ້ສ້າງສຳເລັດແຕ່ປີ 2017 ແລະ ໄດ້ເປີດສາຍຢູ່ຕ່າງປະເທດມາແລ້ວ ພ້ອມທັງໄດ້ຮັບລາງວັນໃນງານ Miami ຈາກປະເທດສະຫະລັດອາເມຣິກາ ປີ 2018 ເຊິ່ງມັນເປັນລາງວັນຂອງຄົນລາວເຮົາກໍວ່າໄດ້ ສິ່ງສຳຄັນເພື່ອເປັນການສະເຫຼີມສະຫຼອງປີທ່ອງທ່ຽວ   ລາວ – ຈີນ ແລະ ຂໍເຊີນຊວນຄົນລາວຄົນຈີນທີ່ອາໄສຢູ່ປະເທດລາວໄປຮ່ວມເປັນກຳລັງໃຈໃຫ້ທີມງານ, ນັກສະແດງຄົນລາວທຸກຄົນເພື່ອຈະມີກຳລັງໃຈໃນການສ້າງສັນຜົນງານໃນຄັ້ງຕໍ່ໄປ ຮັບປະກັນວ່າທ່ານຈະໄດ້ຮັບຄວາມບັນເທີງ ແລະ ແງ່ຄິດຫຼາຍໆຢ່າງໃຫ້ບັນດາທ່ານບໍ່ຜິດຫວັງແນ່ນອນກັບຜົນງານຮູບເງົາເລື່ອງ “ ດອກຈຳປາບານ ”.

ຂ່າວ: ນຸ້ມນິ້ມ, ຮູບ: ສີວິໄລ ອ້ວນພົງຈະເລີນ