ໜ້າຕິດຕາມສາວ ມ໋ອດນີ້ ທິບເກສອນ MUL 18 ເຊຍໆແນ່ເດີ້

49

ອີກໜຶ່ງສາວງາມໂຕເຕັງໃນເວທີປະກວດ ມິສຢູນິເວີຣສລາວ 2019 ສາວ ມ໋ອດນີ້ ທິບເກສອນ ໄຝ່ເມດຕາ ອາຍຸ 24 ປີ ໝາຍເລກ 18, ອາໄສຢູ່ບ້ານ ໂພເງິນ (ບ້ານຫ້ອມ-ບໍ່ໂອ) ເມືອງຫາດຊາຍຟອງ ນະຄອນຫລວງ, ປັດຈຸບັນເປັນພະນັກງານຢູ່ແອວທີຄອມພິວເຕີ້.

*

*

*

ມ໋ອດນີ້ ບອກວ່າ: ເຫດຜົນທີ່ມາປະກວດໃນເວທີນາງງາມຈັກກະວານນີ້ ກໍເພາະຢາກຮຽນຮູ້ຫລາຍໆຢ່າງ ແລະ ເຮັດໃນສິ່ງທີ່ຕົນເອງມັກ ໃຫ້ກ້າສະແດງອອກຫຼາຍຂຶ້ນ ໂດຍຜ່ານມາເຄີຍປະກວດເວທີລາວຊຸບເປີໂມເດວ, ເດີນແບບ, ຖ່າຍແບບ.

*

*

*

ສໍາລັບເຄັດລັບໃນການຮັກສາສຸຂະພາບ ແລະ ຄວາມງາມຂອງນ້ອງ ແມ່ນ ນ້ອງຫມັ່ນອອກກຳລັງກາຍ ກິນອາຫານໃຫ້ຄົບ 5 ຫມູ່ ເວລາວ່າງມັກເບິ່ງຢູ່ທູບທີ່ມີເນື້ອຫາສາລະທີ່ຕົນມັກຄື ນາງແບບ victoria secret…

*

*

*

ຖ້າເວົ້າເລື່ອງສະເປັກຜູ້ຊາຍ ນ້ອງບໍ່ຄ່ອຍມີສະເປັກປານໃດ ຂໍແຕ່ດີ ຄິດບວກກັບນ້ອງ ແລະ ເຂົ້າກັນໄດ້ກະພໍແລ້ວ ມ໋ອດນີ້ເປັນລູກສາວຫຼ້າ ມີອ້າຍ 1 ຄົນ.

*

*

*

 

ເປົ້າຫມາຍອະນາຄົດຂອງນ້ອງຈະສ້າງຝັນໂຕເອງໄປໃຫ້ສຸດ,ບໍ່ຈຳເປັນຕ້ອງເປັນຄົນລ້ຳລວຍ ແລະ  ສົມບູນແບບຫຼາຍກໍໄດ້ ແຕ່ນ້ອງຕ້ອງຫາລ້ຽງຜູ້ບັງເກີດເກົ້າ ແລະ ຜູ້ມີພະຄຸນຂອງຕົນໃຫ້ຢູ່ສຸກສະບາຍໃຫ້ໄດ້ ຢາກໃຫ້ພໍ່ແມ່ພູມໃຈທີ່ມີເຮົາ!!!!ວ້າວໆໆ!

*

*

*

ຝາກໃຫ້ກໍາລັງໃຈ ແລະ ເຊຍ ໝາຍເລກ 18 ມ໋ອດນີ້ແນ່ເດີ້.

*

*

*