5 ປີ ໜ່ວຍພັກ ກສວ ມີຜົນງານເດັ່ນຫຼາຍດ້ານ

184

5 ປີ ຜ່ານມາ ໜ່ວຍພັກ ກສວ ສ້າງສູນບໍລິການ SME ໄດ້ 2 ແຫ່ງ, ສະໜອງສິນເຊື່ອຜ່ານທະນາຄານ 65 ຕື້ກວ່າກີບ ແລະ ສາມາດປ່ອຍກູ້ໄດ້ 100% ເງິນໂຄງການເຂົ້າເຖິງແຫຼ່ງທຶນ SME ຂອງທະນາຄານໂລກ.

ໃນວັນທີ 20 ສິງຫາ 2019 ໜ່ວຍພັກກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ກສວ ) ໄດ້ຈັດກອງປະຊຸມ ໃຫຍ່ຄັ້ງທີ IV ຂຶ້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາໜ່ວຍພັກ, ຫົວໜ້າ ກົມສົ່ງເສີມວິສາຫາກິດຂະໜາດນ້ອຍ ແລະ ກາງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ     ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ມີບັນດາທ່ານເລຂາ, ຮອງເລຂາ ພ້ອມດ້ວຍບັນດາຜູ້ຕາງໜ້າໜ່ວຍພັກຫ້ອງການ, ກົມ, ສະຖາບັນ, ລັດວິສາຫະກິດ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ການຈັດຕັ້ງປະຕິບັດຜົນງານທີ່ພົ້ນເດັ່ນຂອງໜ່ວຍພັກ ໃນໄລຍະ 5 ປີຜ່ານມາ ດ້ານການຊີ້ນໍາ – ນໍາພາຈັດຕັ້ງຜັນຂະຫຍາຍ ແມ່ນສາມາດບັນລຸຜົນສໍາເລັດທີ່ພົ້ນເດັ່ນບາງດ້ານ ເຊັ່ນ: ການສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ສ້າງສູນບໍລິການ SME ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ການສະໜອງສິນເຊື່ອບ້ວງເງິນ 32 ຕື້ກີບ ຜ່ານທະນາຄານພັດທະນາລາວ ລວມມີທັງໝົດ 227 ສັນຍາ ສໍາລັບ SME 127 ຫົວໜ່ວຍ ເຮັດໃຫ້ມີຍອດເງິນກູ້ສະສົມເປັນ 65 ຕື້ກວ່າກີບ ( ປ່ອຍກູ້ໄດ້ 2 ຮອບວຽນກວ່າ ), ສ່ວນເງິນໂຄງການເຂົ້າເຖິງແຫຼ່ງທຶນຂອງ SME ທີ່ທະນາຄານໂລກໃຫ້ການສະໜັບສະໜູນ 111,68 ຕື້ກີບ ມາຮອດເດືອນມິຖຸນາ 2019 ແມ່ນສາມາດປ່ອຍກູ້ໄດ້ຕາມກໍານົດເວລາ ແລະ ລະດັບຄາດໝາຍ 100% ລວມມີທັງໝົດ 164 ສັນຍາ ສໍາລັບ SME 157 ຫົວໜ່ວຍ. ສິ່ງສໍາຄັນແມ່ນສາມາດຮັກສາຕົ້ນທຶນບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ບໍ່ໄດ້ນໍາໃຊ້ເງິນຢ່າງຜິດເປົ້າໝາຍ.

ດ້ານການສ້າງນິຕິກໍາໃຕ້ກົດໝາຍ ແມ່ນໄດ້ສໍາເລັດການສ້າງດໍາລັດສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຈັດແບ່ງຂະໜາດ SME, ການປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ກໍຄືຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ເພື່ອສ້າງໃຫ້ມີຂະແໜງສົ່ງເສີມ SME ແລະ ການຄ້າ ຢູ່ຂັ້ນແຂວງ ແລະ ໜ່ວຍງານສົ່ງເສີມ SME ແລະ ການຄ້າ ຢູ່ຂັ້ນເມືອງ. ພ້ອມກັນນັ້ນ, ກໍໄດ້ປັບປຸງສະພາບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາ SME ໂດຍໄດ້ອອກຂໍ້ຕົກລົງສະບັບເລກທີ 06/ນຍ ລົງວັນທີ 19 ມັງກອນ 2018 ເພື່ອປ່ຽນແທນສະບັບເລກທີ 51/ສນຍ ລົງວັນທີ 9 ມິຖຸນາ 2010. ໄປຄຽງຄູ່ກັນນັ້ນ, ໄດ້ດໍາເນີນການປັບປຸງດໍາລັດສະບັບເລກທີ 123/ນຍ ລົງວັນທີ 03 ມີນາ 2010 ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາ SME ເພື່ອສ້າງເງື່ອນໄຂໃຫ້ກອງທຶນສາມາດເຄື່ອນໄຫວໄດ້ຢ່າງເປັນເຈົ້າຕົນເອງ ແລະ ມີປະສິດທິພາບ – ປະສິດທິຜົນຫຼາຍຂຶ້ນ. ຮ່າງດໍາລັດສະບັບປັບປຸງໄດ້ຮັບການພິຈາລະນາຢູ່ໃນກອງປະຊຸມລັດຖະບານ ຄັ້ງວັນທີ 19 ພະຈິກ 2018 ແລະ ກອງປະຊຸມທ່ານນາຍົກ – ຮອງນາຍົກ ຄັ້ງວັນທີ 11 ມິຖຸນາ 2019. ຫຼັງຈາກນັ້ນ, ໄດ້ສືບຕໍ່ປັບປຸງຕາມທິດຊີ້ນໍາ ແລະ ຄາດວ່າຈະສາມາດສົ່ງໃຫ້ລັດຖະບານພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນໄວໆນີ້ ພ້ອມທັງວຽກງານອື່ນໆ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ພ້ອມທັງຮຽກຮ້ອງມາຍັງຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຂອງ ກສວ ຈົ່ງໄດ້ສືບຕໍ່ຮັກສາມູນເຊື້ອຂອງຕົນທີ່ຍາດມາໄດ້ ພ້ອມກັນຮັກສາ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃຕ້ຄັນທຸງຂອງພັກ, ເພີ່ມທະວີສະຕິຕໍ່ການຈັດຕັ້ງ, ນັບຖືລະບຽບວິໄນຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນແບບຢ່າງນໍາໜ້າພາທາງໃຫ້ແກ່ມະຫາຊົນໃນທຸກດ້ານ, ຍົກສູງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ສືບຕໍ່ຍົກລະດັບ ຄວາມຮູ້ – ຄວາມສາມາດຂອງຕົນ, ເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສົກປີ 2016 – 2020 ແລະ ຄຸ້ມຄອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ກໍເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງປະເທດໃຫ້ມີຄວາມຈະເລີນກ້າວໜ້າ.

( ຂ່າວ: ສັນຕິ, ຮູບ: ສອນໄຊ )