ມສ ວຽງຈັນ ຈະສືບຕໍ່ຍົກສູງດ້ານຄຸນນະພາບ

158

ວັນທີ 20 ສິງຫາ 2019 ມສ ວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບສົກຮຽນ2018 – 2019 ແລະ ກະກຽມການ ໄຂສົກຮຽນໃໝ່ 2019 – 2020 ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍບັນດາຄູ – ອາຈານໃນໂຮງຮຽນ ມສ ວຽງຈັນ ທັງໝົດເຂົ້າຮ່ວມ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ໄດ້ກ່າວວ່າ: ຕະຫຼອດສົກປີຜ່ານມາ ໂຮງຮຽນ ມສ ວຽງຈັນ ມີຈຳນວນ ຄູ – ອາຈານ ແລະ ພະນັກງານທັງໝົດ 154 ຄົນ ຍິງ 84 ຄົນ, ຄູອາສາສະໝັກ 19 ຄົນ ຍິງ 15 ຄົນ, ມີນັກຮຽນທັງໝົດ 3.178 ຄົນ ຍິງ 1.852 ຄົນ ມີນັກຮຽນອະນຸບານລ້ຽງເດັກ 5 ຄົນ ຍິງ 1 ຄົນ, ມີຫ້ອງຮຽນທັງໝົດ 84 ຫ້ອງ. ໃນນັ້ນ, ຫ້ອງທົ່ວໄປ 50 ຫ້ອງ, ຫ້ອງສອງພາສາ 14 ຫ້ອງ, ຫ້ອງພອນສະຫວັນ 14 ຫ້ອງ ແລະ ຫ້ອງ ໄອຊີທີ 6 ຫ້ອງ.

ຕະຫຼອດສົກຮຽນຜ່ານມາໄດ້ຕັ້ງໜ້າຈັດຕັ້ງປະຕິບັດຫຼັກສູດການຮຽນ – ການສອນຢ່າງເປັນປົກກະຕິ ເຊັ່ນ: ຈຳນວນຊົ່ວໂມງສອນຫ້ອງທົ່ວໄປ 12.474 ຊົ່ວໂມງ, ຫ້ອງສອງພາສາ 3.465 ຊົ່ວໂມງ, ຫ້ອງຮຽນທາງໄກ 1.188 ຊົ່ວໂມງ, ສອນທົດລອງ – ປະຈັກຕາ 1.050 ຊົ່ວໂມງ ຕົວຈິງ 322 ຊົ່ວໂມງ, ຮ່ວມໂມງສອນ 57 ເທື່ອຄົນ, ສອນແທນກັນ 285 ຊົ່ວໂມງ ແລະ ສອນບຳລຸງນັກຮຽນ ມ 4 ແລະ ມ 7 ເພື່ອກຽມເສັງຈົບຊັ້ນ 1.088 ຊົ່ວໂມງ. ເຊິ່ງເຮັດໃຫ້ການສອບເສັງຂອງນັກຮຽນສາມາດບັນລຸໄດ້ເກືອບທັງໝົດ 100% ໃນທຸກ ຊັ້ນຮຽນ ຄື: ມ 1 ບັນລຸ 99,71%, ມ 2 ບັນລຸ 99,17%, ມ 3 ບັນລຸ 99,79%, ມ 4 ໄດ້ 100%, ມ 5 ບັນລຸ 99,12%, ມ 6 ບັນລຸ 99,84% ແລະ ມ 7 ໄດ້ 100%.

ນອກນັ້ນ, ຍັງໄດ້ນຳພານັກຮຽນເຄື່ອນໄຫວວຽກງານນອກຫຼັກສູດ ເປັນຕົ້ນນຳພານັກຮຽນ ຈຳນວນ 1.550 ຄົນ ໄປທັດສະນະສຶກສານອກໂຮງຮຽນ 2 ຄັ້ງ. ໃນນັ້ນ, ມີ ມ 1, ມ 5 ແລະ ມ 7 ນຳສົ່ງຄູ ແລະ ນັກຮຽນໄປທັດສະນະຢູ່ຕ່າງປະເທດຫຼາຍຄັ້ງເປັນຕົ້ນແມ່ນປະເທດໄທ, ອິນໂດເນເຊຍ, ຈີນ, ມາເລເຊຍ, ສິງກະໂປ, ອາເມຣິກາ ແລະ ຍີ່ປຸ່ນ, ນຳພາຄູ – ອາຈານ ແລະ ນັກຮຽນເຂົ້າຮ່ວມກິດຈະກຳແຂ່ງຂັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ນຳສົ່ງຄູຫຼາຍທ່ານໄປຝຶກອົບຮົມດ້ານວິຊາການຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຍັງກ່າວຕື່ມວ່າ: ໃນສົກຮຽນຜ່ານມາ ໂຮງຮຽນ ມສ ວຽງຈັນ ສາມາດຍາດໄດ້ຫຼາກຫຼາຍລາງວັນ ເປັນຕົ້ນແມ່ນສອບເສັງຈົບຊັ້ນ ມ 4 ສາມາດຍາດໄດ້ຄະແນນບໍ່ຫຼຸດ 9 ແລະ ໄດ້ຄະແນນສູງສຸດຂັ້ນເມືອງຈັນທະບູລີ ຈຳນວນ 4 ຄົນ ແລະ ເສັງຈົບຊັ້ນ ມ 7 ໄດ້ຄະແນນບໍ່ຫຼຸດ 9 ຈຳນວນ 3 ຄົນ ແລະ ສາມາດຍາດໄດ້ຈຳນວນນັກຮຽນທີ່ສອບເສັງຈົບຊັ້ນ      ມ 4 ແລະ ມ 7 ຄະແນນດີເດັ່ນຮອບດ້ານທຸກວິຊາ ຈຳນວນ 515 ຄົນ ຍິງ 346 ຄົນ.

ເພື່ອຈັດຕັ້ງປະຕິບັດແຜນປະຕິຮູບການສຶກສາໃຫ້ ມສ ວຽງຈັນ ກາຍເປັນໂຮງຮຽນຕົວແບບຄຸນນະພາບ ແລະ ທາງດ້ານກີລາ – ສິລະປະ ໃນສົກຮຽນ 2019 – 2020, ມສ ວຽງຈັນ ຈະຕ້ອງສືບຕໍ່ປັບປຸງແບບແຜນການຮຽນ – ການສອນໃຫ້ດີກວ່າເກົ່າ ເປັນຕົ້ນແມ່ນອຸປະກອນການຮຽນ – ການສອນ ແລະ ປັບປຸງຫໍສະໝຸດ, ສືບຕໍ່ສ້າງຂະບວນການກິດຈະກຳຕ່າງໆ ໂດຍສະເພາະແມ່ນດ້ານກີລາ ແລະ ສິລະປະ ເພື່ອຍົກສູງຄວາມສາມາດດ້ານການສຶກສາ, ສືບຕໍ່ຍົກສູງຄຸນນະພາບຂອງຄູ – ອາຈານ ໂດຍນຳສົ່ງໄປຝຶກອົບຮົມ ແລະ ແລກປ່ຽນປະສົບການທັງພາຍໃນ ແລະ ຕ່າງປະເທດ, ສືບຕໍ່ສ້າງໂຮງຮຽນໃຫ້ມີຄວາມສະອາດຮັກສາສິ່ງແວດລ້ອມ, ສືບຕໍ່ບຳລຸງນັກຮຽນເກັ່ງເພື່ອສອບເສັງໃນທຸກລະດັບ ເພື່ອໃຫ້ການສອບເສັງຈົບຊັ້ນສາມາດຍາດໄດ້ໃບປະກາດແດງຫຼາຍກວ່າເກົ່າ ແລະ ຮ່ວມມືກໍ່ສ້າງໂຮງຮຽນອະນຸບານໃຫ້ສຳເລັດໃນສົກ 2019 – 2020.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )