ຂໍ້ມູນຄວາມຮູ້!!! ມາດຕະຖານການຜະລິດປ້າຍ ຕາມກົດໝາຍກຳນົດ

531

ປັດຈຸບັນ ບັນຫາປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນພົບເຫັນຫຼາຍຕາມແຄມທາງໃຫຍ່, ເຊິ່ງກາຍເປັນປະກົດການຫຍໍ້ທໍ້ທີ່ສ້າງຄວາມສົງໄສໃຫ້ກັບສັງຄົມ ວ່າແມ່ນພາກສ່ວນໃດຄຸ້ມຄອງ ແລະ ອະນຸຍາດໃຫ້ຫົວໜ່ວຍທຸລະກິດດັ່ງກ່າວໂດຍສະເພາະເນື້ອໃນ ແລະ ຕົວໜັງສືຢູ່ເທິງແຜນປ້າຍໂຄສະນາ. ສະນັ້ນ, ເພື່ອຄວາມກະຈ່າງແຈ້ງຕໍ່ຜູ້ເຮັດທຸລະກິດກ່ຽວກັບການພິມປ້າຍ ຫຼື ຜູ້ທີ່ຕ້ອງການພິມປ້າຍເຮັດທຸລະກິດຕ່າງໆ. ມື້ນີ້ແອັດມິນ ຈະມາແນະນຳການຂຽນເນື້ອໃນຂອງປ້າຍແຕ່ລະຊະນິດທີ່ຕິດໃນຫ້ອງການຕ່າງໆ ແລະ ການຂຽນເນື້ອໃນ ປ້າຍວິສາຫະກິດ ລວມເຖິງສີພື້ນ ແລະ ຕົວໜັງສືຂອງປ້າຍ, ຂະໜາດຂອງປ້າຍ ທີ່ລະບຸໃນດຳລັດວ່າດ້ວຍ ປ້າຍ ຂອງລັດຖະບານ ສະບັບເລກທີ 36/ລບ ລົງວັນທີ 29 ມັງກອນ 2016 ດັ່ງນີ້:

 

ພາບປະກອບຂ່າວ (ການໃຊ້ໄວຍະກອນບໍ່ຖືກຕ້ອງ)

 

ມາດຕາ 20 ເນື້ອໃນຂອງປ້າຍ: ປ້າຍທຸກປະເພດ ຕ້ອງໃຊ້ພາສາລາວເປັນຕົ້ນຕໍ ແລະ ໃຫ້ຖືກຕ້ອງຕາມໄວຍາກອນພາສາລາວ, ໃຫ້ຂຽນ ຫຼື ພິມພາສາລາວຢູ່ເທິງ ຫຼື ເບື້ອງຊ້າຍມື, ພາສາຕ່າງປະເທດໃດໜຶ່ງແມ່ນຢູ່ເບື້ອງຂວາມື ໃຫ້ຂຽນ ຫຼື ພິມພາສາລາວໃຫຍ່ກວ່າ, ສ່ວນພາສາຕ່າງປະເທດ ບໍ່ໃຫ້ກາຍ ສອງສ່ວນສາມ ຂອງພາສາລາວ ຍົກເວັ້ນປ້າຍທີ່ມີລັກສະນະທາງລັດຖະການເຊັ່ນ: ປ້າຍສະຖານທູດ, ສຳນັກງານຜູ້ຕາງໜ້າ, ພິທີການຕ້ອນຮັບຄະນະຜູ້ແທນທາງການ ຫຼື ພິທີສະຫຼອງວັນສຳຄັນທາງລັດຖະການຂອງຕ່າງປະເທດ ເນື້ອໃນປ້າຍທີ່ຂຽນເປັນພາສາລາວ ແລະ ພາສາຕ່າງປະເທດ ຕ້ອງມີເນື້ອໃນ ຄວາມໝາຍອັນດຽວກັນ. ສ່ວນ ປ້າຍວິສາຫະກິດ ຕ້ອງລະບຸສະຖານທີ່ຕັ້ງ, ຂໍ້ມູນຂ່າວສານ, ເລກທີ, ລະຫັດທະບຽນວິສາຫະກິດທີ່ຂະແໜງ ອຸດສາຫະກຳ ແລະ ການຄ້າອອກໃຫ້.

ພາບປະກອບຂ່າວ (ການໃຊ້ຄຳສັບບໍ່ຖືກຕ້ອງ)

 

ມາດຕາ 21 ສີພື້ນ ແລະ ຕົວໜັງສືຂອງປ້າຍ: ການໃສ່ສີພື້ນ ແລະ ຕົວໜັງສືຂອງປ້າຍ ໃຫ້ປະຕິບັດດັ່ງນີ້: ປ້າຍສຳນັກງານອົງການຂອງພັກ, ຂະແໜງ ປ້ອງກັນປະເທດ, ຂະແໜງປ້ອງກັນຄວາມສະຫງົບ, ສານປະຊາຊົນ, ອົງການໄອຍະການປະຊາຊົນໃຫ້ເປັນພື້ນສີແດງ, ໂຕໜັງສືສີຂາວ; ປ້າຍສຳນັກງານອົງການຂອງລັດ, ອົງການຈັດຕັ້ງມະຫາຊົນໃຫ້ເປັນພື້ນສີຟ້າ, ຕົວໜັງສືສີຂາວ ຖ້າໃຊ້ພາສາຕ່າງປະເທດ ແມ່ນໃຫ້ໃຊ້ພາສາອັງກິດ; ປ້າຍອົງການຈັດຕັ້ງສາກົນ, ສະຖານທູດ, ເຮືອນພັກຂອງຄົນຕ່າງປະເທດ ທີ່ມາປະຕິບັດໜ້າທີ່ຢ່າງເປັນທາງການ ໃຫ້ເປັນພື້ນສີຂາວ, ຕົວໜັງສືສີຟ້າ ແລະ ສາມາດໃຊ້ພາສາຕ່າງປະເທດໃດໜຶ່ງ ຫຼື ພາສາຂອງປະເທດທີ່ກ່ຽວຂ້ອງ.

 

ພາບປະກອບຂ່າວ (ການໃຊ້ຄຳສັບບໍ່ຖືກຕ້ອງ)

 

ປ້າຍ ລັດວິສາຫະກິດ ໃຫ້ເປັນພື້ນສີຂາວ, ຕົວໜັງສືສີແດງ ແລະ ອາດໃຊ້ພາສາຕ່າງປະເທດໃດໜຶ່ງ; ປ້າຍວິສາຫະກິດຂອງເອກະຊົນໃຫ້ເປັນພື້ນສີເຫຼືອງ, ຕົວໜັງສືສີແດງ ແລະ ອາດໃຊ້ພາສາຕ່າງປະເທດໃດໜຶ່ງ ຫຼື ພາສາປະເທດທີ່ກ່ຽວຂ້ອງ ກັບທຸລະກິດດັ່ງກ່າວ.

ໃນກໍລະນີ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງຢາກເຮັດປ້າຍ ເພື່ອໃຫ້ມີສີສັນ ແລະ ເອກະລັກສະເພາະຂອງຕົນ ໃຫ້ອະນຸຍາດນຳຂະແໜງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ພາບປະກອບຂ່າວ (ການໃຊ້ໄວຍະກອນບໍ່ຖືກຕ້ອງ)

 

ມາດຕາ 22 ຂະໜາດຂອງປ້າຍ: ປ້າຍຂ້າມທາງ ຕ້ອງໃຫ້ມີຂະໜາດເໝາະສົມກັບຄວາມກວ້າງ, ແຄບຂອງທາງ, ລວງຍາວບໍ່ໃຫ້ເກີນລວງກວ້າງເສັ້ນທາງ.  ປ້າຍໂຄສະນາຂອງພາກລັດ ແລະ ເອກະຊົນຢູ່ໃນເຂດຕົວເມືອງກຳນົດຂະໜາດໃຫຍ່ສຸດ ບໍ່ໃຫ້ເກີນ 4 ແມັດ x 8 ແມັດ, ຢູ່ເຂດຊານເມືອງ ຫຼື ນອກເມືອງອອກໄປ ບໍ່ເກີນ 6ແມັດ x 12ແມັດ. ປ້າຍໜ້າຮ້ານ, ອາຄານຕ່າງໆ ກໍານົດໃຫຍ່ສຸດບໍ່ໃຫ້ເກີນ 3ແມັດ x 6ແມັດ, ປ້າຍຫ້ອຍເສົາໄຟ ຂະໜາດບໍ່ໃຫ້ເກີນ 60 ຊັງຕີແມັດ x 150 ຊັງຕີແມັດ.

 

 

(ຂໍ້ມູນຈາກ: ດຳລັດວ່າດ້ວຍ ປ້າຍ)