ກໍາມະບານ ໄຟຟ້າລາວ ສາຂາສາລະວັນ ໄດ້ຮັບນາມມະຍົດ 5 ເປັນເຈົ້າ 3 ປີຕໍ່ເນື່ອງ

107

ວັນທີ 15 ສິງຫາ 2019 ສະຫະພັນກໍາມະບານ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງສາລະວັນ ໄດ້ຈັດພິທີປະກາດຮອງຮັບນາມມະຍົດ 5 ເປັນເຈົ້າ ຕິດພັນກັບສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍການເປັນປະທານຂອງ ທ່ານ ເດດສຸວັນ ມະໄລທອງ ປະທານສະຫະພັນກໍາມະບານ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິດ ສີລິມະໂນທໍາ ປະທານຄະນະບໍລິຫານງານສະຫະພັນກໍາມະບານ       ແຂວງ, ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກກໍາມະບານເຂົ້າຮ່ວມ.

ທ່ານ ສຸລັດ ໄຊຍະສອນ ຮອງປະທານສະຫະພັນກໍາມະບານ ລັດວິສາຫະກິດໄຟຟ້າ ໄດ້ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະ 3 ປີຜ່ານມາ. ສະຫະພັນກໍາມະບານໄຟຟ້າລາວ ສາຂາແຂວງສາລະວັນ ເຊິ່ງເປັນອົງການໜຶ່ງທີ່ໄດ້ເຄື່ອນໄຫວຕາມສິດໜ້າທີ່ ໂດຍສະເພາະໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ເຄື່ອນໄຫວເຂົ້າຮ່ວມຂະບວນການຕ່າງໆຢ່າງເຂັ້ມແຂງ ໂດຍມີສະມາຊິກທັງໝົດ 150 ສະຫາຍ ຍິງ 44 ສະຫາຍ ປະກອບມີ 5 ຮາກຖານ ແລະ 12 ໜ່ວຍ ເຊິ່ງຄະນະບໍລິຫານງານສະຫະພັນກໍາມະບານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກກໍາມະບານໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ. ຄຽງຄູ່ກັນນັ້ນ, ສະມາຊິກກໍາມະບານໄດ້ເປັນເຈົ້າການເຂົ້າຮ່ວມຕິດຕາມ, ກວດກາ, ຄຸ້ມຄອງເສດຖະກິດຂອງສາຂາວາງອອກ ແລະ ເປັນເຈົ້າການປັບປຸງແບບແຜນການນໍາພາ ແລະ ຂະຫຍາຍການຈັດຕັ້ງ, ເສີມຂະຫຍາຍບົດບາດສິດ, ໜ້າທີ່ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໂດຍມີການສ່ອງແສງລາຍງານເປັນປົກກະຕິ, ໄດ້ຊຸກຍູ້ກໍ່ສ້າງມະຫາຊົນເຂົ້າຮຽນສະໜັບສະໜູນ ເພື່ອຂະຫຍາຍເຂົ້າພັກ.

ນອກນັ້ນ, ເປັນເຈົ້າການຍົກລະດັບຄວາມຮູ້, ຄວາມສາມາດຂອງສະມາຊິກ ໂດຍສະເພາະເຂົ້າຮ່ວມຝຶກອົບຮົມໃນດ້ານວຽກງານຕ່າງໆ, ບັນດາສະມາຊິກກໍາມະບານໄດ້ຮ່ວມສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີເງິນກອງທຶນສາມອົງການຈັດຕັ້ງໝູນວຽນຫຼາຍກວ່າ 1,5 ຕື້ກວ່າກີບ ແລະ ໄດ້ມອບເງິນຊ່ວຍເຫຼືອນະໂຍບາຍສະມາຊິກຄອບຄົວ. ຄຽງຄູ່ກັນນັ້ນ, ໄດ້ເຂົ້າຮ່ວມຂະບວນການຕິດຕາມກວດກາ, ຄຸ້ມຄອງເສດຖະກິດ, ວັດທະນະທໍາ – ສັງຄົມ ໃນວຽກງານທີ່ຕົນຮັບຜິດຊອບ. ພ້ອມດຽວກັນນັ້ນ, ກໍໄດ້ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດ ໂດຍໄດ້ມີການປະສານສົມທົບກັບບັນດາແຂວງຕິດຈອດປະເທດ ສສ ຫວຽດນາມ, ໃນວຽກງານຊື້ – ຂາຍພະລັງງານໄຟຟ້າຮ່ວມກັນ ແລະ ສາມາດຕີລາຄາປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໄດ້ຫຼາຍກວ່າ 90%, ສະມາຊິກກໍາມະບານໄດ້ຮັບການຢັ້ງຢືນ 5 ເປັນເຈົ້າ 3 ປີຕໍ່ເນື່ອງ ມີທັງໝົດ 134 ຄົນ ຍິງ 40 ຄົນ ກວມເອົາ 89,33%.

ຈາກນັ້ນ, ໃນພິທີກໍໄດ້ມອບໃບຮັບຮອງນາມມະຍົດ 5 ເປັນເຈົ້າ 3 ປີຕໍ່ເນື່ອງ, ໃບຍ້ອງຍໍ 5 ເປັນເຈົ້າ 3 ປີຕໍ່ເນື່ອງ ໃຫ້ແກ່ 5 ກໍາມະບານຮາກຖານ ແລະ ມອບໃບຍ້ອງຍໍ 5 ເປັນເຈົ້າ 3 ປີຕໍ່ເນື່ອງ ໃຫ້ແກ່ສະຫະພັນກໍາມະບານ ລັດວິສາຫະກິດໄຟຟ້າແຂວງນໍາອີກ.

( ຂ່າວ: ພອນສະໄໝ ໄຊຍະເສນ )