ຍ້ອນໂລກຮ້ອນ! ຂົງເຂດນໍ້າກ້ອນແຫ່ງທໍາອິດຂອງໄອຊ໌ແລນ ເປື່ອຍຈົນໝົດ

45

ຊາວໄອຊ໌ແລນໄດ້ຈັດພິທີອຳລາຂົງເຂດນໍ້າກ້ອນແຫ່ງທຳອິດໃນປະເທດ ທີ່ມີອາຍຸເກົ່າແກ່ 700 ປີ ເຊິ່ງເປື່ອຍຈົນໝົດ ເນື່ອງມາຈາກສະພາບອາກາດໂລກຮ້ອນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຣກຢາວິກ ປະເທດໄອຊ໌ແລນ ເມື່ອວັນຈັນ ທີ 19 ສິງຫາ ວ່າ ປະຊາຊົນໄອຊ໌ແລນ ຫຼາຍຄົນລວມເຖິງທ່ານນາຍົກລັດຖະມົນຕີຄາດຣິນ ຢາຄັອບສ໌ດັອດເທຍ, ທ່ານກົວມຸນດູ ອິງກິ ກົວແບຣນສັນ ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຜູ້ຕາງໜ້າດ້ານສິ່ງແວດລ້ອມຈາກອົງການສະຫະປະຊາຊາດ ໄດ້ພາກັນເຕົ້າໂຮມຢູ່ບໍລິເວນ “ອັອກໂຈຄຸລລ໌ (Okjokull)” ເຊິ່ງອະດີດເຄີຍເປັນພູໄຟຮູບຊົງໂລ້ປ້ອງກັນ ແລະ ໄລຍະຕໍ່ມາກໍ່ມີແມ່ນໍ້າ, ນໍ້້າກ້ອນປົກຄຸມ ເຊິ່ງນັກວິທະຍາສາດໄດ້ຄົ້ນຄວ້າຄວາມເກົ່າແກ່ຂອງຂົງເຂດນໍ້າກ້ອນແຫ່ງນີ້ມີອາຍຸປະມານ 700 ປີ ຖືວ່າເຂດນໍ້າກ້ອນແຫ່ງທຳອິດຂອງປະເທດ.

ในภาพอาจจะมี ท้องฟ้า, ภูเขา, สถานที่กลางแจ้ง และธรรมชาติ

ในภาพอาจจะมี มหาสมุทร, ท้องฟ้า, น้ำ, สถานที่กลางแจ้ง และธรรมชาติ

ຢ່າງໃດກໍ່ຕາມ, ອັອກໂຈຄຸລລ໌ ທີ່ເຄີຍມີເນື້ອທີ່ 15 ຕາລາງກິໂລແມັດ ໄດ້ເປື່ອຍຢ່າງຕໍ່ເນື່ອງ ໃນໄລຍະທົດສະວັດ ຜ່ານມາ ເນື່ອງຈາກ ພາວະໂລກຮ້ອນທີ່ຮຸນແຮງ ແລະ ລັດຖະບານໄອຊ໌ແລນ ໄດ້ປະກາດ ເມື່ອປີ 2014 ວ່າ ອັອກໂຈຄຸລລ໌ “ບໍ່ຖືເປັນຂົງເຂດນໍ້າກ້ອນອີກຕໍ່ໄປ” ເນື່ອງຈາກຂາດຄຸນລັກສະນະໃນດ້ານຄວາມໜາແໜ້ນຂອງນໍ້າກ້ອນ ແລະ ການເຄື່ອນທີ່ ດ້ານທ່ານຢາຄັອບສ໌ດັອດເທຍ ນາຍົກລັດຖະມົນຕີ ກ່າວວ່າ ການທີ່ປະຊາຊົນເດີນທາງມາຮ່ວມກັນຈັດພິທີອຳລາຂົງເຂດນໍ້າກ້ອນແຫ່ງທໍາອິດຂອງປະເທດໃນຄັ້ງນີ້ ຈະເພີ່ມແຮງກະຕຸ້ນໃຫ້ທົ່ວໂລກໄດ້ຮັບຮູ້ເຖິງຂັ້ນວິກິດຂອງສິ່ງແວດລ້ອມໃຫ້ຫຼາຍຂຶ້ນກວ່ານີ້ ໂດຍຂໍ້ຄວາມທີ່ຂຽນຢູ່ເທິງແຜ່ນປ້າຍອຳລາທີ່ຕິດຢູ່ເທິງແຜ່ນຫິນ ເພື່ອເຮັດເປັນອະນຸສອນສະຖານ ກ່າວດ້ວຍວ່າ ຖ້າສະພາບແວດລ້ອມຂອງໂລກເປັນແບບນີ້ຕໍ່ໄປອີກ 200 ປີຂ້າງໜ້າ ຂົງເຂດນໍ້າກ້ອນທັງໝົດທີ່ຍັງເຫຼືອຢູ່ເທິງໂລກຈະຜະເຊີນກັບ “ຈຸດສິ້ນສຸດ” ແບບດຽວກັນ.

ในภาพอาจจะมี 1 คน, ท้องฟ้า, สถานที่กลางแจ้ง และธรรมชาติ

ທັງນີ້ ລາຍງານຂອງກະຊວງສິ່ງແວດລ້ອມຂອງໄອຊ໌ແລນ ກ່າວວ່າ ປະເທດໄອຊ໌ແລນ ສູນເສຍຂົງເຂດນໍ້າກ້ອນຫຼາຍກວ່າ 11.000 ລ້ານໂຕ້ນຕໍ່ປີໃນປະຈຸບັນ ແລະ ນໍ້າກ້ອນທັງໝົດໃນອານາເຂດຂອງປະເທດໄອຊ໌ແລນ ເຊິ່ງມີປະມານ 400 ແຫ່ງ ອາດຈະເປື່ອຍຈົນໝົດ ພາຍໃນປີ 2200.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, ภูเขา, สถานที่กลางแจ้ง และธรรมชาติ