ນາຍົກ ລົງຊຸກຍູ້ການຜະລິດຢູ່ສອງແຂວງພາກກາງ

41

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງໄດ້ເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ການຜະລິດ ແລະ ເສດຖະກິດຢູ່ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໃນວັນທີ 14 – 15 ສິງຫາ ຜ່ານມາ.

ໃນວັນທີ 14 ສິງຫາ ທ່ານນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງພົບປະໂອ້ລົມພໍ່ແມ່ປະຊາຊົນ ບ້ານຄຳປ່າແໜ – ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ. ໂອກາດດັ່ງກ່າວ ທ່ານນາຍົກໄດ້ກ່າວຂອບໃຈມາຍັງຜູ້ທີ່ໃຫ້ການຊ່ວຍເຫຼືອຄື ທ່ານ ເກຍ ອູ໊ ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ – ນ້ຳກ້ອນໂລມາຄຳ ແລະ ອົງການຈັດຕັ້ງທຸກພາກສ່ວນ ທີ່ໄດ້ທຸ່ມເທທັງກຳລັງກາຍ, ກຳລັງຊັບ ສ້າງໃຫ້ບ້ານອະດີດທີ່ເປັນບ້ານທຸກຍາກ ( ຂໍທານ ) ຫັນມາເຮັດອາຊີບທຳມາຫາກິນຢ່າງຖາວອນ, ຂໍຊົມເຊີຍມາຍັງພໍ່ແມ່ປະຊາຊົນທັງສອງບ້ານ ( ຄຳປ່າແໜ – ປ່າກ້ວຍ ) ທີ່ຕັດສິນໃຈຮ່ວມມືຈົນເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ, ຮຽກຮ້ອງໃຫ້ຊາວບ້ານຈົ່ງມີ ຄວາມດຸໝັ່ນທຳການຜະລິດຫາລ້ຽງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ໂອກາດນີ້, ທ່ານນາຍົກ ກໍໄດ້ມອບເງິນຈຳນວນໜຶ່ງ ເພື່ອປະກອບສ່ວນໃນການພັດທະນາບ້ານຕື່ມອີກ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໄປເລາະຢ້ຽມຊົມເບິ່ງສວນຕົວແບບຂອງປະຊາຊົນ ພ້ອມທັງໄປເບິ່ງສູນບໍລິການເຕັກນິກຂອງບ້ານ.

ອອກຈາກບ້ານຄຳປ່າແໜ ທ່ານນາຍົກລັດຖະມົນຕີ ກໍໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສະຫວັນ – ເຊໂນ. ໃນນັ້ນ, ທ່ານໄດ້ໄປຢ້ຽມຢາມທ່າບົກ ເຊິ່ງເປັນຈຸດບໍລິການຂົນສົ່ງຄົບວົງຈອນທີ່ໄດ້ມາດຕະຖານສາກົນ ແລະ ໄດ້ໄປຢ້ຽມຢາມ ບໍລິສັດ ມິຊູສຸ ຈຳກັດ ເຊິ່ງເປັນບໍລິສັດທີ່ຜະລິດຊິ້ນສ່ວນເອເລັກ  ໂຕຣນິກ ເພື່ອໄປຈຳໜ່າຍຢູ່ຕ່າງປະເທດ ແຕ່ເປັນຜະລິດຕະພັນຢູ່ ສປປ ລາວ.

ຈາກນັ້ນ, ກໍໄດ້ໄປຢ້ຽມຢາມພະນັກງານແພດ – ໝໍ ແລະ ຄົນເຈັບຢູ່ໂຮງໝໍແຂວງສະຫວັນນະເຂດ ໂດຍສະເພາະອັນທີ່ໜ້າເປັນຫ່ວງແມ່ນການລະບາດຂອງພະຍາດໄຂ້ຍຸງລາຍ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງມາຍັງພະນັກງານແພດ – ໝໍ ຈົ່ງພ້ອມກັນເອົາໃຈໃສ່ປິ່ນປົວດູແລຈົນເຈັບດ້ວຍ ຄວາມຮັບຜິດຊອບສູງ. ພ້ອມກັນຢັບຢັ້ງການແຜ່ລະບາດຂອງພະຍາດໃຫ້ແຄບລົງ, ພ້ອມກັນສ້າງຂະບວນການໃຫ້ຫຼາຍຂຶ້ນຕື່ມ ເພື່ອຄວາມປອດໄພຂອງສັງຄົມ. ໃນໂອກາດນີ້ ທ່ານກໍໄດ້ມອບເງິນຈຳນວນໜຶ່ງເພື່ອຊຸກຍູ້ ແພດ – ໝໍໃນການປະຕິບັດໜ້າທີ່ດູແລເບິ່ງແຍງສຸຂະພາບຂອງປະຊາຊົນຕໍ່ໄປ.

ຫຼັງຈາກນັ້ນ, ຢູ່ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຄະນະນຳ ແລະ ຄະນະປະຈຳພັກແຂວງ ໂດຍໄດ້ຊົມເຊີຍແຂວງສະຫວັນນະເຂດ ທີ່ເອົາໃຈໃສ່ພັດທະນາແຂວງ ມີຫຼາຍດ້ານມີຄວາມຄືບໜ້າດີ, ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ, ຮັບປະກັນຄວາມສະຫງົບໄດ້ດີ. ພ້ອມນີ້, ໄດ້ຊີ້ນຳໃຫ້ແຂວງສືບຕໍ່ເອົາໃຈໃສ່ຍູ້ແຮງການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍປະຕິບັດນະໂຍບາຍ 3 ເປີດ ຢ່າງແທ້ຈິງ.

ໃນວັນທີ 15 ສິງຫາ ທ່ານນາຍົກລັດຖະມົນຕີ ພ້ອມຄະນະໄດ້ເດີນທາງເຖິງແຂວງຄຳມ່ວນ ແລະ ໄດ້ຢ້ຽມຢາມທ່າຂົນສົ່ງທາງບົກ ( ICD ) ໂດຍໄດ້ຊີ້ນຳຄະນະຮັບຜິດຊອບຮີບຮ້ອນຮ່າງລະບຽບການໃນການຄຸ້ມຄອງ ແລະ ສືບຕໍ່ດຶງດູດການລົງທຶນເຂົ້າໃນເຂດໃຫ້ຫຼາຍຂຶິ້ນ, ພາກລັດ ແລະ ພາກເອກະຊົນກໍຕ້ອງປຶກສາຫາລືຮ່ວມມືເຊິ່ງກັນ ແລະ ກັນ ໂດຍພາກລັດໃຫ້ຄວາມຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕາມລະບຽບກົດໝາຍ ແລະ ພາກເອກະຊົນ ໃຫ້ຄວາມຮ່ວມມື ແລະ ດຳເນີນທຸລະກິດ ສອດຄ່ອງຕາມລະບຽບກົດໝາຍ. ພ້ອມກັນນີ້, ທ້ອງຖິ່ນກໍຕ້ອງໃຫ້ການສະໜັບສະໜູນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ຄຳມ່ວນ ໄລຍະ 6 ເດືອນຕົ້ນປີ 2019 ຈາກ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ. ຈາກນັ້ນ, ທ່ານນາຍົກກໍໄດ້ໃຫ້ທິດຊີ້ນຳ ໂດຍເນັ້ນໜັກໃຫ້ຄະນະນໍາທຸກຂັ້ນພາຍໃນແຂວງສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນ, ເອົາໃຈໃສ່ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາໃນແຂວງ ໂດຍປະຕິບັດນະໂຍບາຍ 3 ເປີດ, ເອົາໃຈໃສ່ແກ້ໄຂຂັ້ນຂອດທີ່ເປັນອຸປະສັກ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ.

ພ້ອມນີ້, ທ່ານນາຍົກໄດ້ຊີ້ນຳໃຫ້ແຂວງເອົາໃຈໃສ່ການສ້າງຂະບວນການ ຕິດພັນກັບການກະກຽມຮອບດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ.