ບໍລິສັດ ລາວ ໂຄຄາ – ໂຄລາ ຜູ້ມີສ່ວນຮ່ວມໃນທຸກກິດຈະກໍາໃຫ້ໄວໜຸ່ມລາວກ້າສະແດງອອກ

94

ຫຼັງຈາກໄດ້ເປີດຕົວຜູ້ເຂົ້າປະກວດທີ່ຜ່ານການຄັດເລືອກ 20 ຄົນສຸດທ້າຍ Mister International Laos 2019 ໃນອາທິດຜ່ານມາ ບໍລິສັດ ລາວ ໂຄຄາ – ໂຄລາ ໄດ້ຮ່ວມສະໜັບສະໜູນໃນເວທີນີ້ ເພື່ອເປັນການສ້າງກິດຈະກຳຕ່າງໆໃຫ້ໄວໜຸ່ມລາວກ້າຄິດ ແລະ ກ້າສະແດງອອກໃນເວທີສາກົນ.

ທ່ານ ສົມສະໜຸກ ຫຼວງມູນນິນທອນ ການຕະຫຼາດ ບໍລິສັດ ລາວ ໂຄຄາ – ໂຄລາ ໃຫ້ສໍາພາດວ່າ: ພວກເຮົາໄດ້ມີສ່ວນຮ່ວມໃນການເຮັດກິດຈະກຳຫຼາຍຢ່າງໃຫ້ແກ່ໄວໜຸ່ມລາວ ເຊັ່ນ: ການປະກວດແຕ້ມຮູບ, ການປະກວດຮ້ອງເພງ, ການປະກວດແຟຊັນ ແລະ ອື່ນໆ ເພື່ອໃຫ້ໄວໜຸ່ມລາວກ້າສະແດງອອກ ເຊິ່ງໂຄງການປະກວດ Mister International Laos ຖືວ່າເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດໃນປະເທດລາວ ທີ່ບໍ່ເຄີຍມີງານປະກວດຜູ້ຊາຍລະດັບໂລກມາກ່ອນ.

ສະນັ້ນ, ພວກເຮົາຈຶ່ງເລັງເຫັນ ຄວາມສຳຄັນໃນການສະໜັບສະໜູນກິດຈະກຳໃຫ້ໄວໜຸ່ມລາວ ໃນການກ້າວສູ່ເວທີສາກົນ ເປັນຕົ້ນແມ່ນການສ້າງບຸກຄະລິກກະພາບທີ່ດີ, ການສະແດງຄວາມສາມາດໃນດ້ານຕ່າງໆ, ການສະແດງຄວາມຄິດເຫັນ ແລະ ການຮູ້ຈັກເຂົ້າສັງຄົມຫຼາຍຂຶ້ນລວມມູນຄ່າ 50 ລ້ານກີບ.

ຈຸດປະສົງທີ່ພວກເຮົາເປັນຜູ້ສະໜັບສະໜູນຫຼັກຢ່າງເປັນທາງການໃຫ້ກັບໂຄງການປະກວດ Mister International Laos 2019 ກໍເພື່ອການກ້າວໄປສູ່ການເກັບຕົວໃນການເຮັດກິດຈະກໍາຕ່າງໆຂອງນ້ອງໆຕັ້ງແຕ່ມື້ເປີດຕົວຈົນຮອດຮອບປະກວດມື້ສຸດທ້າຍ ທີ່ຈະຈັດຂຶ້ນໃນວັນທີ 12 ຕຸລາ 2019 ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນ ໄດ້ທີ່ໂຮງແຮມ ຄຣາວ ພລາຊາ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານໄດ້ທີ່ແຟນເພຈ໌: Mister International Laos.

( ຂ່າວ: ນຸ້ມນິ້ມ )

( ຮູບ: Mister International Laos )