ພຽງ 11 ມື້ ພົບຜູ້ຕິດເຊື້ອໄຂ້ຍຸງລາຍເກືອບ 3 ພັນກໍລະນີ

33

ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຍັງມີທ່າອ່ຽງເພີ່ມຂຶ້ນ ເຖິງວ່າໃນໄລຍະຜ່ານມາ ກະຊວງສາທາລະນະສຸກ ສົມທົບກັບຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງນໍາພາປະຊາຊົນສ້າງຂະບວນການທຳລາຍແຫຼ່ງເພາະພັນ ແລະ ປະຕິບັດ 5 ປ ເປັນປະຈຳທຸກໆອາທິດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ ໂດຍພຽງ 11 ມື້ ມີຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 2.988 ກໍລະນີ.

ຫຼ້າສຸດ, ຈາກການລົງຢ້ຽມຢາມແຂວງສາລະວັນ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ແນະນໍາໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນໄຂ້ຍຸງລາຍດ້ວຍການປະຕິບັດ 5 ປ ໂດຍເຮັດເປັນປະຈໍາ ພ້ອມທັງເອົາໃຈໃສ່ໃນການສັກຢາກັນພະຍາດຕ່າງໆ.

ອີງຕາມການລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ປະຈໍາວັນທີ 15 ສິງຫາ 2019 ໃຫ້ຮູ້ວ່າ: ທົ່ວປະເທດມີຈໍານວນຜູ້ຕິດເຊື້ອທັງໝົດ 23.949 ກໍລະນີ ເສຍຊີວິດ 54 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ເປັນອັນດັບ 1 ມີຈໍານວນ 5.584 ກໍລະນີ ເສຍຊີວິດ 13 ກໍລະນີ ແຕ່ແຂວງສະຫວັນນະເຂດ ມີຜູ້ເສຍຊີວິດເປັນອັນດັບ 1 ມີຈໍານວນ 20 ກໍລະນີ ແລະ ມີຜູ້ຕິດເຊື້ອ 4.070 ກໍລະນີເປັນອັນດັບ 2.

( ຂ່າວ: ທິບອຸສາ )