ເປີດໂຕມາສດາ 3 ພ້ອມປັບປຸງຫ້ອງຂາຍໃໝ່

133

ບໍລິສັດ ແກ້ວໂອໂຕ ກຣຸບ ໄດ້ຈັດພິທີເປີດໂຕລົດ Mazda 3 ເອົາໃຈຄົນມັກລົດຄຸນນະພາບເກຣດຟຣີມຽມ ພ້ອມດຽວກັນຍັງໄດ້ປັບປຸງຫ້ອງຂາຍໃໝ່ເພື່ອໃຫ້ວິໄສທັດໃນການເບິ່ງເຫັນລົດໄດ້ເດັ່ນຂຶ້ນ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 3 ສິງຫາ 2019 ທີ່ ບໍລິສັດ ແກ້ວໂອໂຕ ກຣຸບ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ບໍລິຫານລະດັບສູງຂອງ ບໍລິສັດ ແລະ ລູກຄ້າເຂົ້າຮ່ວມ.

ທ່ານ ກົງເພັດ ແກ້ວມະນີວົງ ຜູ້ຈັດການທົ່ວໄປ ບໍລິສັດ ແກ້ວໂອໂຕ ກຣຸບ ໄດ້ກ່າວວ່າ: ການປັບປຸງຫ້ອງຂາຍໃໝ່ເພື່ອມອບຄວາມຮູ້ສຶກອົບອຸ່ນ ແລະ ຄວາມປະທັບໃຈໃຫ້ລູກຄ້າ, ໃຫ້ສະຖານທີ່ແຫ່ງນີ້ເປັນຈຸດສໍາຜັດທີ່ສໍາຄັນໃນການພົວພັນລະຫວ່າງພະນັກງານ ແລະ ລູກຄ້າ ເຊິ່ງປ່ຽນແປງ ແລະ ປັບປຸງໄປຕາມຍຸກສະໄໝ ໂດຍຫ້ອງຂາຍໃໝ່ຈະໃຫ້ໂທນສີທີ່ເປັນທໍາມະຊາດ ເຊັ່ນ: ສີຂາວ, ສີດໍາ ແລະ ສີໄມ້ ເພື່ອໃຫ້ລູກຄ້າໄດ້ເຫັນລົດທີ່ວາງສະແດງຢ່າງຊັດເຈນ, ປ່ຽນດອກໄຟທີ່ເຍືອງໃສ່ລົດໃຫ້ເປັນສີທໍາມະຊາດ ( ສີຄ້າຍຄືແສງຕາເວັນ ) ເພື່ອໃຫ້ລູກຄ້າເຫັນລົດຢ່າງຊັດເຈນ.

ທ່ານ ທິບພະເນດ ແກ້ວມະນີວົງ ຜູ້ບໍລິຫານຝ່າຍຂາຍ ບໍລິສັດ ແກ້ວໂອໂຕ ກຣຸບ ໄດ້ກ່າວວ່າ: ເປົ້າໝາຍຂອງມາສດາ ເພື່ອກ້າວເຂົ້າສູ່ຄວາມເປັນພຣີມຽມ, ຈາກການຕິດຕາມ ແລະ ປັບປຸງ ເພື່ອເພີ່ມຄວາມສຸກໃນການຂັບທີ່ໂດດເດັ່ນ.

All – News Mazda 3 ທັງ 2 ລຸ້ນ ຖືກພັດທະນາທີ່ແຕກຕ່າງກັນ, ເນັ້ນໃຫ້ເຫັນຄຸນຄ່າ ແລະ ບຸກຄະລິກຄວາມເປັນຕົວຕົນຂອງຜູ້ຊົມໃຊ້, ສົ່ງໃຫ້ເຫັນການອອກແບບທີ່ຊົງພະລັງດຶງດູດສາຍຕາ, ສ້າງແຮງກະຕຸ້ນໃຫ້ເກີດຄວາມຮູ້ສຶກຈາກປະສົບການທີ່ໜ້າຕື່ນເຕັ້ນ, ຄຽງຄູ່ກັບຄວາມງົດງາມອັນລຽບຫຼູ.

All – News Mazda 3 ສີແດງ ແມ່ນລຸ້ນ Sport: Concept ເນັ້ນປຸກອາລົມແນວຄິດການອອກແບບເນັ້ນທີ່ຄວາມແຂງແກ່ນ, ບຸກບືນແບບມີສະເໜ່ອັນດຶງດູດ, ສະທ້ອນໃຫ້ເຫັນຮູບແບບໃໝ່ຊົງສະປອດ ຈາກດ້ານໜ້າ, ດ້ານຂ້າງໄປຈົນເຖິງດ້ານຫຼັງ ແລະ ພິເສດສະເພາະລຸ້ນນີ້ຈະມີກະຈັງໜ້າເປັນ metallic ແລະ ລໍ້ແມັກສີເທົາດໍາ, ດ້ານໃນເບາະໜັງສີແດງຕັດດໍາ.

ສ່ວນ All – News Mazda 3 ສີ Machine Gray ຈະເປັນລຸ້ນເກັ໋ງ: Concept ງົດງາມ ແລະ ສະຫງ່າ, ການອອກແບບທີ່ລຽບລື່ນຈາກດ້ານໜ້າໄປດ້ານຫຼັງ, ກະຈັງໜ້າເບິ່ງແລ້ວໃຫ້ອາລົມ, ດ້ານໃນຈະເປັນເບາະໜັງສີດໍາລ້ວນອອກແບບພາຍໃນຢ່າງປານີດ ແລະ ຫຼູຫຼາ.

All – News Mazda 3 ທັງສອງລຸ້ນມາພ້ອມເຄື່ອງຈັກ 1,5 L Skyactiv – G Phase 2 ໃຫ້ແຮງບິດສູງໃນຮອບຈັກຕໍ່າ ແລະ ປະຢັດນໍ້າມັນເພີ່ມຂຶ້ນ, ຫ້ອງໂດຍສານງຽບ ແລະ ຜ່ອນຄາຍ, Human Centric Design ທຸກອົງປະກອບສ້າງຂຶ້ນໂດຍເອົາມະນຸດເປັນຈຸດສູງກາງ ເພື່ອໃຫ້ການຄວບຄຸມງ່າຍຂຶ້ນ, ລະບົບ G – Vectoring Control ຄວບຄຸມແຮງບິດຂະນະທີ່ເຂົ້າໂຄ້ງ ແລະ G – Vectoring Control Plus ຄວບຄຸມທ້າຍລົດແກວ່ງຂະນະເຂົ້າໂຄ້ງ, ເຄື່ອງຫຼິ້ນ DVD ພ້ອມຈໍ MZD ຂະໜາດ 8 ນິ້ວ ແລະ ກ້ອງ 360 ອົງສາ ເປັນລະບົບດິຈິຕອລອ້ອມຄັນແບບ HD ໃຫ້ເຫັນມຸມກວ້າງ ແລະ ແສງຊັດເຈນພ້ອມເຊັນເຊີໜ້າຫຼັງ.

ມີລໍາໂພງ Bose 12 ໜ່ວຍ ຈັດຕໍາແໜ່ງລໍາໂພງແບບໃໝ່ໃຫ້ມີຄຸນນະພາບສຽງຊັດເຈນສຸດທີ່ເຄີຍມີ ແລະ ສາມາດປັບໂໝດຂັບຂີ່ຄົນດຽວ ແລະ ປັບໂໝດຂັບຂີ່ຫຼາຍຄົນໄດ້, ໄຟໜ້າ ແລະ ໄຟທ້າຍແບບ LED ປັບແສງອັດຕະໂນມັດ, ມີລະບົບເຕືອນເມື່ອມີລົດແລ່ນຜ່ານຈຸດບັງສາຍຕາຂະນະຖອຍຫຼັງ, ມີລະບົບເຊື່ອມຕໍ່ບລູທູດ, ເຄື່ອງສຽງຜ່ານອິນເຕີເນັດ, ພ້ອມລະບົບເບຣກອັດຕະໂນມັດເມື່ອມີຄົນແລ່ນຕັດໜ້າລົດ, ລະບົບຄວບຄຸມ ຄວາມໄວແບບປັບໄລຍະຫ່າງອັດຕະໂນມັດ, ລະບົບລັອກຄວາມໄວແບບປັບໄລຍະຫ່າງອັດຕະໂນມັດໂດຍບໍ່ຈໍາເປັນຕ້ອງຢຽບເບຣກ.

( ຂ່າວ – ຮູບ: ພຸດຕີ້ )