ກັບມາອີກຄັ້ງກັບເພງ “ ໄຮ້ດຽງສາ ” ເພງໃໝ່ຈາກສາວ ອາລູນ້າ

155

ຫຼັງຫ່າງຫາຍຈາກການຮ້ອງເພງໄປດົນສາວ ອາລູນ້າ ກໍມາພ້ອມກັບການປ່ອຍເພງ “ ໄຮ້ດຽງສາ ” ແລະ ໄດ້ຮ້ອງຄູ່ກັບໜຸ່ມ ໂອລ້າ ແບຼັກອາຍ.

ອາລຸນາ ຖາວອນສຸກ ຫຼື ອາລູນ້າ ນັກຮ້ອງ ແລະ ນັກສະແດງໃຫ້ສໍາພາດວ່າ: ເພງນີ້ໄດ້ຮ້ອງຄູ່ກັບໜຸ່ມ ໂອລ້າ ແບຼັກອາຍ ໂດຍຈຸດເລີ່ມຕົ້ນຂອງການເຮັດເພງ “ ໄຮ້ດຽງສາ ” ມາຈາກການທ້າຂອງອ້າຍ ໂຕໂຕ້ ໂດຍຄໍາວ່າ “ ໄຮ້ດຽງສາ ” ແມ່ນແປຄໍາສັບໃນເພງ ຊຸບເປີແມນ ໂດຍໃຫ້ຕົນເອງຂຽນເພງນີ້ແລ້ວພາຍໃນ 3 ອາທິດ. ຕົນເອງກໍໄດ້ໂອ້ລົມກັບບັນດານັກຮ້ອງສິລະປິນຫຼາຍໆຄົນ ເຊັ່ນ: ສັກ ວົງເຊວ, ຕ່າຍ ອາກາດ, ເຈ້ຍ ປາຊີຟິກ ແລະ ອີກຫຼາຍໆຄົນ ລວມທັງແຟນເພງ ຫຼື ໝູ່ຊະນິດທີ່ປະກອບຄໍາເຫັນສົ່ງຫາທາງເຟສບຸ໊ກເພື່ອຊອກຫາແນວທາງໃໝ່ໃນການຂຽນເພງ.

ສໍາລັບເນື້ອໃນຄວາມໝາຍເພງ “ ໄຮ້ດຽງສາ ” ໂດຍໄດ້ຄວາມຄິດຈາກ ສັກ ວົງເຊວ ທີ່ໄດ້ເວົ້າເຖິງຈຸດທີ່ໜ້າສົນໃຈຂຶ້ນມາວ່າ: ຖ້າເປັນເດັກນ້ອຍຈະເອີ້ນວ່າໄຮ້ດຽງສາ ແຕ່ຖ້າເປັນຜູ້ໃຫຍ່ຈະເອີ້ນວ່າຮູ້ເທົ່າບໍ່ເຖິງການ. ສະນັ້ນ, ຄໍາວ່າໄຮ້ດຽງສາແມ່ນບໍ່ສາມາດເຈາະຈົງວ່າຈະເກີດຂຶ້ນກັບໃຜເພາະມັນສາມາດເກີດຂຶ້ນໄດ້ກັບທຸກຄົນ ໂດຍເພງນີ້ແມ່ນສະແດງເຖິງຄວາມບໍ່ຮູ້ ຫຼື ຮູ້ເທົ່າບໍ່ເຖິງການ ແລະ ມັນໄດ້ສົ່ງຜົນຫຍັງຂຶ້ນມາ ພ້ອມທັງໄດ້ເອົາບົດຄໍາສັ່ງສອນຂອງພະພຸດທະເຈົ້າເຂົ້າມາໃນບົດເພງນີ້ນໍາ.

ສຸດທ້າຍ, ຂໍຝາກຜົນງານເພງ “ ໄຮ້ດຽງສາ ” ເຊິ່ງໃນໄວໆນີ້ຈະມີຜົນງານເພງດ່ຽວ ແລະ ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງສາວ ອາລູນ້າ ເພີ່ມຕື່ມໄດ້ທີ່ Fb: aluna thavonsouk official, Ig: alunathavonsouk ແລະ ຊ່ອງທາງ YouTube: alunathavonsouk.

( ຂ່າວ: ນຸ້ມນິ້ມ, ຮູບ: ອາລູ່ນ້າ )