ດ່ານພາສີສາກົນຂົວມິດຕະພາບ 3 ເກັບລາຍຮັບໄດ້ລື່ນແຜນ

236

ປີ 2019 ດ່ານພາສີສາກົນຂົວມິດຕະພາບ 3 ໄດ້ຮັບຕົວເລກມອບໝາຍໃນການເກັບລາຍຮັບເຂົ້າງົບປະມານ 252,7 ຕື້ກີບ, ຮອດ 6 ເດືອນຕົ້ນປີສາມາດເກັບລາຍຮັບໄດ້ 139 ຕື້ກວ່າກີບ ສ່ວນອີກ 6 ເດືອນທ້າຍປີຈະສູ້ຊົນເກັບລາຍຮັບໃຫ້ໄດ້ 270 ຕື້ກີບ.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນ ແຂວງຄໍາມ່ວນ ໃນວັນທີ 10 ກໍລະກົດ 2019 ວ່າ: ໃນປີ 2019 ນີ້ ດ່ານພາສີສາກົນຂົວມິດຕະພາບ 3 ໄດ້ຮັບມອບໝາຍຕົວເລກແຜນການປະຕິບັດລາຍຮັບເຂົ້າງົບປະມານຈາກກະຊວງການເງິນ ຈໍານວນ 252,7 ຕື້ກີບ ຖ້າທຽບໃສ່ການປະຕິບັດຕົວເລກແຜນການປີ 2018 ແມ່ນເພີ່ມຂຶ້ນ 5,73% ກວມເອົາອັດຕາສ່ວນ 21% ຂອງລາຍຮັບ. ສະເພາະຢູ່ແຂວງຄໍາມ່ວນ ຈະກວມລາຍຮັບຢູ່ 63,54%. ສ່ວນແຜນການລາຍຮັບ 6 ເດືອນຕົ້ນປີຂອງດ່ານພາສີສາກົນຂົວມິດຕະພາບ 3 ແມ່ນໄດ້ແບ່ງອອກເປັນ 50% ຂອງແຜນການປີ ເຊິ່ງເທົ່າກັບ 126,35 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີໄດ້ 139,55 ຕື້ກີບ ເທົ່າກັບ 110,50% ຫຼື ເປັນເງິນປະມານ 13,2 ຕື້ກີບ ຖ້າທຽບໃສ່ແຜນການປີປະຕິບັດໄດ້ 55,23%, ຖ້າທຽບໃສ່ໄລຍະດຽວກັນ ຂອງສົກປີກ່ອນ ( 2018 ) ປະຕິບັດໄດ້ 109,66%.

ສໍາລັບແຜນການຄາດຄະເນ 6 ເດືອນທ້າຍປີ ຈະໃຫ້ໄດ້ 270 ຕື້ກີບ ຫຼື ເທົ່າກັບ 107% ຂອງແຜນການປີ 2019. ທ່ານ ສົມຫວັງ ໄດ້ກ່າວຕື່ມວ່າ: ດ້ານລາຍຮັບສ່ວນຫຼາຍແມ່ນໄດ້ມາຈາກນໍ້າມັນເຊື້ອໄຟ ກວມອັດຕາສ່ວນ 18%, ສິນຄ້ານໍາເຂົ້າ – ສົ່ງອອກ ກວມອັດຕາສ່ວນ 54%, ສິນຄ້າຊົມໃຊ້ພາຍໃນກວມອັດຕາສ່ວນ 8%, ທໍານຽມພາຫະນະເຂົ້າ – ອອກດ່ານ 7%, ທໍານຽມຜ່ານແດນສາກົນ 6% ແລະ ທໍານຽມຄັງແຮ 3%. ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ປະກອບມີພະນັກງານພາສີທັງໝົດ 40 ສະຫາຍ. ໃນນັ້ນ, ພະນັກງານເພດຍິງ 10 ສະຫາຍ ແລະ ພະນັກງານຊ່ວຍວຽກອີກຈໍານວນໜຶ່ງ.

ດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດເກັບລາຍຮັບໄດ້ລື່ນແຜນການໃນຄັ້ງນີ້ ໂດຍສະເພາະຂໍ້ສະດວກແມ່ນໄດ້ຮັບການຊີ້ນໍາຈາກການນໍາຂອງກົມພາສີ, ກອງຄຸ້ມຄອງພາສີ 6 ຂອງກອງກວດກາ, ອໍານາດການປົກຄອງທ້ອງຖິ່ນ ແຂວງຄໍາມ່ວນ ຕະຫຼອດເຖິງຂະແໜງສາຍຕັ້ງທີ່ມາຊຸກຍູ້ແຫຼ່ງລາຍຮັບ ເຊິ່ງພວກເຮົາກໍໄດ້ມີນິຕິກໍາ ແລະ ກົດໝາຍ ເພື່ອປະຕິບັດໃຫ້ໄປຕາມລະບຽບການຕ່າງໆ. ສະເພາະຄວາມຫຍຸ້ງຍາກແມ່ນມີເປັນບາງຄັ້ງຄາວ ໂດຍສະເພາະແມ່ນການນໍາໃຊ້ເສັ້ນທາງເລກທີ 12 ໄລຍະ 15 ກິໂລແມັດ ຢູ່ດ່ານນາເພົ້າ ເປັນບັນຫາທີ່ມີຄວາມຫຍຸ້ງຍາກ ເປັນເຫດໃຫ້ການຈັດເກັບລາຍຮັບຈາກຜູ້ປະກອບການຂົນສົ່ງ ຫຼື ການເດີນລົດຍັງມີ ຄວາມສັບສົນຢູ່ໃນປັດຈຸບັນ ສ່ວນວ່າສະພາບອື່ນໆການຈັດເກັບລາຍຮັບກໍຄ່ອຍໆດີຂຶ້ນ.

ກ່ຽວກັບການລະບາດຂອງພະຍາດສັດ ( ອະຫິວາໝູອາຟຣິກາ ) ນັບແຕ່ໄດ້ມີການອອກແຈ້ງການ, ທາງດ່ານສາກົນຂົວມິດຕະພາບ 3 ກໍໄດ້ມີການປະຕິບັດຕາມລະບຽບການຢ່າງເຂັ້ມງວດ ເປັນຕົ້ນແມ່ນຫ້າມນໍາເຂົ້າໝູ, ຜະລິດຕະພັນໝູ, ຊິ້ນສ່ວນຈາກໝູແມ່ນມີການຕັດການນໍາເຂົ້າຢ່າງຂາດຕົວ. ທັງນີ້, ກໍເພື່ອເປັນການສະກັດກັ້ນ ແລະ ເຝົ້າລະວັງພະຍາດຊະນິດນີ້ບໍ່ໃຫ້ມີການແຜ່ລະບາດ ຫຼື ແຜ່ລາມໄປສູ່ເຂດອື່ນ.

ສ່ວນໄລຍະເວລາໃນການໃຫ້ບໍລິການຂອງດ່ານພາສີສາກົນຂົວມິດຕະພາບແມ່ນປະຕິບັດເວລາປົກກະຕິ ນັບແຕ່ 6:00 ໂມງ ຫາ 22:00 ໂມງ. ດ້ານການປະຕິບັດກົນໄກເສຍພາສີແມ່ນໄດ້ດໍາເນີນການໄປຕາມລະບຽບການເສຍພາສີ 100%. ນອກຈາກນັ້ນ, ແມ່ນໄດ້ປະຕິບັດການຮ່ວມຊີວິດການເມືອງຂອງພະນັກງານພາສີພາຍໃນດ່ານ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຫຼີກເວັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ.

[ ຂ່າວ – ຮູບ: ແດງສະຫວັດ ແສນພານິດ ]