ເກົາຫຼີໃຕ້ ຮຽກຮ້ອງຍີ່ປຸ່ນ ຢຸດເຂັ້ມງວດການສົ່ງອອກສິນຄ້າຜະລິດເທັກໂນໂລຢີ

39

ປະທານາທິບໍດີເກົາຫຼີໃຕ້ ຮຽກຮ້ອງຍີ່ປຸ່ນຍົກເລີກມາດຕະການເຂັ້ມງວດ ໃນການສົ່ງອອກວັດຖຸດິບສໍາລັບຜະລິດສິນຄ້າດ້ານເທັກໂນໂລຢີ ເຊິ່ງເປັນຜົນຈາກຂໍ້ພິພາດທີ່ຍືດເຍື້ອເລື່ອງແຮງງານທາດ ໃນສະໄໝສົງຄາມ ດ້ານລັດຖະບານໂຕກຽວຍັງໃຫ້ການປະຕິເສດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນອັງຄານ ທີ 9 ກໍລະກົດ ວ່າ ທ່ານຮິໂຣຊິເງະ ເຊໂກະ ລັດຖະມົນຕີວ່າການກະຊວງເສດຖະກິດການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ຖະແຫຼງການ ເມື່ອອັງຄານ ວ່າ ລັດຖະບານໂຕກຽວ “ບໍ່ມີນະໂຍບາຍ” ຍົກລະດັບມາດຕະການເຂັ້ມງວດໃນການສົ່ງອອກເຄມີພັນຫຼາຍຊະນິດ ແລະ ວັດຖຸດິບທັນສະໄໝທີ່ໃຊ້ໃນອຸດສາຫະກໍາການຜະລິດເຊມິຄອນດັກເຕີ ທີ່ລວມເຖິງຊິບ ແລະ ໜ້າຈໍສະມາດໂຟນ ໄປເກົາຫຼີໃຕ້ ເຊິ່ງມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 4 ກໍລະກົດ ທີ່ຜ່ານມາ ພ້ອມທັງຢືນຢັນ ວ່າ ມາດຕະການດັ່ງກ່າວ ບໍ່ເປັນການລະເມີດກົດລະບຽບຂອງອົງການການຄ້າໂລກ (WTO) ເນື່ອງຈາກ ບໍ່ແມ່ນການລະງັບຄ້າຂາຍແບບເດັດຂາດ ພຽງແຕ່ມີຂັ້ນຕອນເພິ່ມຂຶ້ນໃຫ້ຜູ້ປະກອບການຂອງຍີ່ປຸ່ນ ເຊິ່ງຕ້ອງການສົ່ງອອກ “ສິນຄ້າຄວບຄຸມ” ໄປເກົາຫລີໃຕ້ ຕ້ອງເຮັດເລື່ອງຂໍໃບອະນຸຍາດຈາກໜ່ວຍງານຂອງລັດກ່ອນເທົ່ານັ້ນ ເຖິງອາດຈະຕ້ອງໃຊ້ເວລາດໍາເນີນການດົນເຖິງ 90 ວັນ ກໍ່ຕາມ.

ທ່າທີດັ່ງກ່າວຂອງລັດຖະບານຍີ່ປຸ່ນເກີດຂຶ້ນ ຫຼັງປະທານາທິບໍດີມຸນ ແຈ-ອິນ ຜູ້ນໍາເກົາຫຼີໃຕ້ກ່າວເມື່ອວັນຈັນ ຮຽກຮ້ອງໃຫ້ຍີ່ປຸ່ນຍົກເລີກມາດຕະການຄວບຄຸມການສົ່ງອອກວັດຖຸດິບຕັ້ງຕົ້ນ ສໍາລັບການຜະລິດຊິບ ແລະ ໜ້າຈໍສະມາດໂຟນ ເຊິ່ງສົ່ງຜົນກະທົບຢ່າງໜັກ ຕໍ່ສາຍວຽກການຜະລິດສິນຄ້າເຫຼົ່ານັ້ນຂອງບໍລິສັດດ້ານເທັກໂນໂລຢີລາຍໃຫຍ່ຂອງເກົາຫຼີໃຕ້ ບໍ່ວ່າຈະເປັນຊໍາຊຸງ, ແອລຈີ, ເອັສເຄ ແລະ ໄຮນິກຊ໌ ເຖິງວ່າ ຍີ່ປຸ່ນ ຢືນຢັນວ່າ ມາດຕະການຂອງຝ່າຍຕົນເອງບໍ່ຜິດກົດການຄ້າລະຫວ່າງປະເທດ ແຕ່ຜູ້ນໍາເກົາຫຼີໃຕ້ຢືນຢັນຈະຍື່ນເລື່ອງຕໍ່ດັບເບິລຢູທີໂອ.

ທັງນີ້ ຊະນວນຂອງເຫດຂອງຂໍ້ພິພາດດັ່ງກ່າວຍັງກ່ຽວກັບເລື່ອງທີ່ເກີດຂຶ້ນໃນສະໄໝສົງຄາມໂລກຄັ້ງ ທີ 2 ເມື່ອສານສູງສຸດໃນນະຄອນຫຼວງໂຊ ມີຄໍາພິພາກສາ ເມື່ອທ້າຍເດືອນຕຸລາ ປີຜ່ານມາ ໃຫ້ບໍລິສັດນິບປອນ ສະຕີລ ຂອງຍີ່ປຸ່ນ ຈ່າຍຄ່າຊົດເຊີຍໃຫ້ແກ່ແຮງງານທາດ ເຊິ່ງລັດຖະບານຍີ່ປຸ່ນ ໄດ້ປະທ້ວງຢ່າງໜັກຈົນເຖິງປັດຈຸບັນ ແລະ ຍໍ້າວ່າ ຍີ່ປຸ່ນ ກັບ ເກົາຫຼີໃຕ້ ລົງນາມຢຸດຕິກໍລະນີພິພາດເລື່ອງນິບປອນ ສະຕີລ ຕັ້ງແຕ່ປີ 1965 ເຊິ່ງເປັນປີດຽວກັນທີ່ທັງສອງປະເທດລົງນາມຂໍ້ຕົກລົງຟື້ນຟູຄວາມສໍາພັນທາງການທູດລະຫວ່າງກັນ ແລະ ວິຈານວ່າ ເກົາຫຼີໃຕ້ເອງກໍ່ຍັງບໍ່ມີມາດຕະການແກ້ໄຂບັນຫາແຮງງານທາດໃຫ້ເປັນທີ່ຊັດເຈນໃນລະດັບສາກົນ.