ແຟນເພງ ຕີ໋ ອຸດາໄລ ກຽມ ຮ່ວມກິດຈະກໍາໂຄບເວີ້ເພງ ມ 7 ໄວໆນີ້

115

ກໍາລັງເປັນກະແສເລີຍສໍາລັບເພງ ມ 7 ທີ່ຝັງໃຈ ຂອງ ຕີ໋ ອຸດາໄລ ທີ່ໄດ້ປ່ອຍເພງ ມ 7 ອອກມາ ແລ້ວກໍກໍາລັງຖ່າຍທໍາມິວສິກວິດີໂອເພງຢູ່

ກັບຫຼ້າສຸດ ຕີ໋ ອຸດາໄລ ໄດ້ອອກມາໂພດສຜ່ານເຟດສ່ວນຕົວວ່າ “ກຽມໄວ້ເດີ່…ສໍາລັບນັກໂຄບເວີ້ເພງ…ຂ້ອຍມີເກມໃຫ້ຫລິ້ນງ່າຍໆ….ມີລາງວັນຈາກ ແປ໋ບຊີ້ ແລະ T-plus (Bee line)
1 ໂຄບເວີ້ເພງ ມ.7 ປະເພດຍິງຊາຍ ລາງວັນລະ 1.000.000 ກີບ + ບັດເຕີມເງິນ 500.000 ກີບ (ມີສອງວັນ)
2 ເລົ່າເລື່ອງລາວຄວາມປະທັບໃຈ(ອັດຄລິບຫລືຊະໄລ້) ແລະ ສິ່ງທີ່ຢາກກັບໄປແກ້ໄຂທີ່ສຸດຕອນຢູ່ ມ.7 ຄວາມຍາວບໍ່ເກີນ 5 ນາທີ…ມີ 2 ລາງວັນຄືກັນກັບຂ້າງເທິງ
ເປັນແນວໃດ….ງ່າຍບໍ່…ດຽວແລ້ວຖ່າຍເອັມວີວັນທີ 7 ນີ້ຊິມາບອກລາຍລະອຽດຕື່ມ”

ຖ້າຕິດຕາມແລະກຽມຊ້ອມຮ້ອງໂຄເວີ້, ເລົ່າເລື່ອງຂອງຕົນກຽມໄວ້ຖ້າເລີຍ ເຊິ່ງລາຍລະອຽດມື້ໃດແນວໃດຫາກ ຕີ໋ ອຸດາໄລ ເຄື່ອນໄຫວທາງແອັດມິນຈະນໍາມາອັບເດດໃຫ້ຮູ້ກັນຢ່າງແນ່ນອນເດີ້

ຕີ໋ ອຸດາໄລ ນັກຮ້ອງເພງສຽງດີທີ່ມີຜົນງານເພງດັງອໍາມະຕະທີ່ຍັງຄຸ້ນຫູກັນດີກັບເພງ ມ 5, ເທນໍ້າລົງຊາຍ ແລະ ປັດຈຸບັນອ້າຍຕີ້໋ ຈະເຮັດເພງໃໝ່ອອກມາຄືເພງ ມ 7 ທີ່ຝັງໃຈ ແລະ ຖ້າຕິດຕາມຜົນງານຕໍ່ໆໄປຂອງ ຕີ໋ ອຸດາໄລໄດ້…