ມື້ດຽວ 83 ສົບ! ເກີດການປະທະກັນ ລະຫວ່າງ ທະຫານ ກັບ ກະບົດ ໃນຊີເຣຍ

54

ເກີດການຍິງປະທະກັນຢ່າງດຸເດືອດ ລະຫວ່າງ ກອງທັບຂອງລັດຖະບານຊີເຣຍ ທີ່ ຣັສເຊຍ ໃຫ້ການສະໜັບສະໜຸນ ກັບ ນັກຮົບກະບົດ ໃນແຂວງອິດລິບ ທາງພາກຕາເວັນຕົກສຽງເໜືອ ເຮັດໃຫ້ມີຜູ້ເສຍຊີວິດ ທັງ 2 ຝ່າຍ ຢ່າງໜ້ອຍ 83 ຄົນ ໃນໄລຍະ 24 ຊົ່ວໂມງ ຈົນເຖິງວັນສຸກ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງເບຣຸດ ປະເທດເລບານອນ ເມື່ອວັນສຸກ ທີ 7 ມິຖຸນາ ວ່າ ຖະແຫຼງການຂອງສູນສັງເກດການສິດທິມະນຸດສະທໍາຊີເຣຍ (SOHR: Syrian Observatory for Human Rights) ແຫ່ງສະຫະຣາຊະອານາຈັກ ຈາກຖານພາກສະໜາມໃນນະຄອນຫຼວງເບຣຸດ ເມື່ອວັນສຸກ ກ່າວວ່າ ການຍິງປະທະກັນໃນພື້ນທີ່ຂອບເຂດແດນ ແຂວງອິດລິບ ທີ່ຝ່າຍກະບົດຢຶດຄອງ ເຮັດໃຫ້ທະຫານຂອງກອງທັບລັດຖະບານຊີເຣຍ ເສຍຊີວິດ 44 ຄົນ ແລະ ນັກຮົບກະບົດ 39 ຄົນ ນັບຕັ້ງແຕ່ວັນພະຫັດ ຜ່ານມາ.

ແຂວງອິດລິບ ເຊິ່ງມີປະຊາກອນ ປະມານ 3 ລ້ານຄົນ ເກືອບເຄິ່ງໜຶ່ງເປັນຜູ້ພັດຖິ່ນມາຈາກພາກພື້ນອື່ນໆຂອງຊີເຣຍ ຕົກຢູ່ພາຍໃຕ້ການຄວບຄຸມຂອງນັກຮົບພັນທະມິດ ຮາຢັດ ທາຣີ ອັລ-ຊໍາ ທີ່ນໍາໂດຍກຸ່ມແນວຮ່ວມ ອັລ-ກໍອິດະ ໃນຊີເຣຍ ນອກຈາກແຂວງອິດລິບແລ້ວ ພັນທະມິດຮາຢັດ ທາຣີ ອັລ-ຊໍາ ຍັງຂະຫຍາຍອິດທິທິພົນໄປທົ່ວຫຼາຍແຂວງເພື່ອນບ້ານເຊັ່ນ: ລາຕາເກຍ ເຊິ່ງເປັນທີ່ຕັ້ງຂອງຖານທັບອາກາດຣັສເຊຍ, ແຂວງອາເລບໂປ ແລະ ແຂວງຮາມາ.

ຍົນຮົບຂອງກອງທັບຊີເຣຍ ແລະ ຣັສເຊຍ ລະດົມຖິ້ມລະເບີດໂຈມຕີເປົ້າໝາຍກຸ່ມກະບົດ ໃນແຂວງອິດລິບ ຕັ້ງແຕ່ທ້າຍເດືອນເມສາ ສາມາດຢຶດຄືນເມືອງຂະໜາດນ້ອຍໄດ້ຫຼາຍເມືອງ ທາງພາກຕາເວັນຕົກສຽງໃຕ້ຂອງແຂວງ.