ເກົາຫຼີໃຕ້ຖືກກົດດັນ! ບໍລິສັດເຄືອຂ່າຍມືຖືໃນອັງກິດ – ຍີ່ປຸ່ນ ລະງັບຄວາມສໍາພັນກັບ ຫົວເຫວີ່ຍ

56

ຜູ້ໃຫ້ບໍລິການດ້ານເຄືອຂ່າຍສັນຍານໂທລະສັບມືຖື ແລະ ອິນເຕີເນັດລາຍໃຫຍ່ຂອງສະຫະຣາຊະອານາຈັກ ແລະ ຍີ່ປຸ່ນ ທະຍອຍລະງັບຄວາມສໍາພັນທາງທຸລະກິດກັບບໍລິສັດຫົວເຫວີ່ຍ ຂະນະທີ່ ມີລາຍງານວ່າ ສະຫະລັດກໍາລັງກົດດັນເກົາຫຼີໃຕ້ຢ່າງໜັກໃນເລື່ອງນີ້ເຊັ່ນກັນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດສະຫະຣາຊະອານາຈັກ ເມື່ອວັນພະຫັດ ທີ 23 ພຶດສະພາ ວ່າ ບໍລິສັດ “ອີອີ ໂມບາຍ” ຜູ້ໃຫ້ບໍລິການເຄືອຂ່າຍສັນຍານໂທລະສັບມືຖື ແລະ ອິນເຕີເນັດລາຍໃຫຍ່ທີ່ສຸດຂອງສະຫະຣາຊະອານາຈັກ ອອກຖະແຫຼງການເມື່ອວັນພຸດ ລະງັບການວາງຈໍາໜ່າຍສະມາດໂຟນຂອງຫົວເຫວີ່ຍທີ່ຮອງຮັບລະບົບ 5ຈີ ລວມເຖິງ “ເມດ 20 ເອັກຊ໌ (Mate 20X) ” ຈົນກວ່າບໍລິສັດຈະໄດ້ຮັບຄວາມເຊື່ອໝັ້ນ “ເລື່ອງຄວາມປອດໄພທາງໄຊເບີ ໃນໄລຍະຍາວ” ຂະນະທີ່ບໍລິສັດດ້ານໂທລະຄົມມະນາຄົມຂະໜາດໃຫຍ່ອີກຫຼາຍແຫ່ງ ໃນສະຫະຣາຊະອານາຈັກ ລວມເຖິງ “ໂວດາໂຟນ” ອອກຖະແຫຼງການແບບດຽວກັນ.

ไม่มีคำอธิบายรูปภาพ

ຄວາມເຄື່ອນໄຫວດັ່ງກ່າວ ເກີດຂຶ້ນພຽງວັນດຽວ ຫຼັງບໍລິສັດໂທລະຄົມມະນາຄົມລາຍໃຫຍ່ຈາກຈີນ ເປີດຕົວ “Honor P20 Pro” ເຊິ່ງເປັນສະມາດໂຟນທີ່ເນັ້ນເປົ້າໝາຍກຸ່ມໄວລຸ້ນ ແລະ ຄົນໜຸ່ມສາວ ທີ່ນະຄອນຫຼວງລອນດອນ ຂະນະທີ່ ຜູ້ບໍລິຫານປະກາດຢ່າງຊັດເຈນໃນງານວ່າ ບໍ່ວ່າຈະເກີດຫຍັງຂຶ້ນກັບຫົວເຫວີ່ຍ ແລະ ບໍ່ວ່າບໍລິສັດຕ້ອງຜະເຊີນກັບ “ຄວາມທ້າທາຍ” ໃນຮູບແບບໃດກໍ່ຕາມ ທຸກພາກສ່ວນໃນຫົວເຫວີ່ຍຈະຮ່ວມມືກັນ ແລະ ສາມາດຜ່ານພົ້ນອຸປະສັກນັ້ນໄປໄດ້ໃນທີ່ສຸດ ພ້ອມທັງກ່າວດ້ວຍວ່າອໍເນີ ພີ 20 ໂປຣ ຈະຮອງຮັບລະບົບປະຕິບັດການແອນດຣອຍໄດ້ປົກກະຕິ ເນື່ອງຈາກຫົວເຫວີ່ຍ ແລະ ກຸເກິລ ລົງນາມຮ່ວມກັນໃນການພັດທະນາລະບົບຂອງສະມາດໂຟນລຸ້ນນີ້ “ກ່ອນເກີດຂໍ້ພິພາດ”.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ໃນເວລາດຽວກັນ ບໍລິສັດໃຫ້ບໍລິການເຄືອຂ່າຍສັນຍານໂທລະສັບມືຖື ແລະ ອິນເຕີເນັດຂອງຍີ່ປຸ່ນໄດ້ແກ່ “ເອັນທີທີ ໂດໂຄໂມ” ເຊິ່ງເປັນຜູ້ໃຫ້ບໍລິການລາຍໃຫຍ່ທີ່ສຸດ “ເຄດີດີໄອ ຊອຟແບງ” ອອກຖະແຫຼງການໃນເວລາໄລຍະໄລ່ເລ່ຍກັນ ເລື່ອງການລະງັບການຈໍາໜ່າຍສິນຄ້າລຸ້ນໃໝ່ຂອງຫົວເຫວີ່ຍ “ຊົ່ວຄາວ” ແລະ ບໍລິສັດພານາໂຊນິກ ທີ່ເປັນໜຶ່ງໃນຜູ້ຜະລິດອຸປະກອນສື່ສານອິເລັກທໍນິກລາຍໃຫຍ່ຂອງປະເທດ ກໍ່ປະກາດລະງັບຄວາມສໍາພັນກັບຫົວເຫວີ່ຍດ້ວຍ. ທັງນີ້ ຜູ້ປະກອບການດ້ານລະບົບໂທລະຄົມມະນາຄົມຂອງຍີ່ປຸ່ນຕ່າງກໍາລັງພັດທະນາລະບົບ 5ຈີ ຂອງຕົວເອງເຊັ່ນກັນ.

ในภาพอาจจะมี 4 คน, สถานที่กลางแจ้ง

ນອກຈາກນີ້, ໜັງສືພິມໂຊຊອນຂອງເກົາຫຼີໃຕ້ລາຍງານໂດຍອ້າງແຫຼ່ງຂ່າວໃນບໍລິສັດແອລຈີ ວ່າ ຝ່າຍຜູ້ບໍລິຫານກໍາລັງປະເຊີນກັບແຮງກົດດັນຢ່າງໜັກຈາກສະຫະລັດ ໃນການໃຫ້ລະງັບການສັ່ງຊື້ ແລະ ຈໍາໜ່າຍຜະລິດຕະພັນຂອງຫົວເຫວີ່ຍ ຂະນະທີ່ ລັດຖະບານໂຊ ກໍາລັງຕົກຢູ່ໃນຄວາມລໍາບາກເຊັ່ນກັນ ໂດຍລາຍງານຂອງໂຊຊອນ ລະບຸດ້ວຍວ່າ ລັດຖະບານວໍຊິງຕັນຕ້ອງການໃຫ້ເກົາຫຼີໃຕ້ ປະກາດ “ບອຍຄອດຢ່າງເປັນທາງການ” ຕໍ່ຫົວເຫວີ່ຍ. ຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ແລະ ສະຖານທູດອາເມຣິກາ ປະຈໍາເກົາຫຼີໃຕ້ ຕ່າງກໍ່ຍັງສະຫງວນທ່າທີຕໍ່ລາຍງານດັ່ງກ່າວ.