ຕົວເລກຄົນຊີຣີ ສັງເວີຍສົງຄາມເກືອບ 4 ແສນຄົນ

71

ເມື່ອບໍ່ດົນມານີ້ ສປຊ ເປີດເຜີຍຕົວເລກພົນລະເມືອງ ຊີຣີ ທີ່ເສຍຊີວິດໃນສົງຄາມກາງເມືອງພາຍໃນປະເທດ ທີ່ແກ່ຍາວມາຫຼາຍປີມີເກືອບ 4 ແສນຄົນແລ້ວ.

ທ່ານ ເດວິດ ຊວານສັນ ຕົວແທນຂອງຫ້ອງການປະສານງານດ້ານມະນຸດສະທຳຂອງ ສະຫະປະຊາຊາດ ຫຼື OCHA ໄດ້ກ່າວສະແດງເຖິງຄວາມກັງວົນຈາກການລາຍງານທີ່ວ່າ: ການໂຈມຕີຕ່າງໆທີ່ແນໃສ່ເຂດຊຸມຊົນ ແລະ ພື້ນຖານໂຄງລ່າງຝ່າຍພົນລະເຮືອນ ສົ່ງຜົນໃຫ້ສາມັນຊົນເສຍຊີວິດ ແລະ ບາດເຈັບນັບບໍ່ຖ້ວນ.

ຫຼ້າສຸດ, ສະເພາະແຕ່ໃນຮອບອາທິດທີ່ຜ່ານມາເທົ່ານັ້ນກໍມີຜູ້ສູນເສຍເຮືອນຊານໄປ 152.000 ກວ່າຄົນ ຢູ່ໃນພື້ນທີ່ແຂວງອິດລິບ ແລະ ອາເລບໂປ ເຊິ່ງໃນຈຳນວນຜູ້ເຄາະຮ້າຍນັ້ນມີແມ່ຍິງ ແລະ ເດັກນ້ອຍລວມຢູ່ນຳຈຳນວນຫຼາຍ.

ການສູ້ຮົບກັນລະຫວ່າງຝ່າຍລັດຖະບານກັບຝ່າຍຕໍ່ຕ້ານຢູ່ໃນ ຊີຣີ ທີ່ໄດ້ດຳເນີນມາຕັ້ງແຕ່ປີ 2011 ໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 370.000 ກວ່າຄົນ ແລະ ມີປະຊາຊົນຊີຣີ ຫຼາຍລ້ານຄົນຕ້ອງໄດ້ອົບພະຍົບເພື່ອໜີໄພສົງຄາມ.