ຝັນທີ່ບໍ່ທໍ້ຂອງ ໜຸ່ມແພງ ຜູ້ໄທເມືອງວັງ

104

ສິ່ງສໍາຄັນໃນການເປັນສິລະປິນຄືຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ກ້າສະແດງຄວາມສາມາດ ແລະ ພະຍາຍາມເຮັດອອກມາໃຫ້ດີທີ່ສຸດ ໜຸ່ມແພງ ຜູ້ໄທເມືອງວັງ ນັກຮ້ອງຄ້າຍເພງ Toeng Studio ກໍໃຊ້ຄວາມທໍ້ມາເປັນຈຸດປ່ຽນຈົນມີຜົນງານເປັນຂອງຕົນເອງ ຄືເພງ “ ເພື່ອຄົນທາງນັ້ນ ” ທີ່ສັງຄົມກໍາລັງຕິດຕາມ ແລະ ໃຫ້ ຄວາມສົນໃຈ.

ທ້າວ ແພງຕາ ວົງສະໄໝ ຫຼື ແພງ ຜູ້ໄທເມືອງວັງ ໃຫ້ສຳພາດວ່າ: ເປັນຄົນບ້ານໄຊຍະລາດ ເມືອງວິລະບູລີ ແຂວງສະຫວັນນະເຂດ ກ່ອນຈະມາໄດ້ຜົນງານເພງນີ້ຫຼັງຈາກຮຽນຈົບສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນະເຂດ ກໍໄດ້ຕັດສິນໃຈສູ້ຊົນເຂົ້າມາເຮັດວຽກຢູ່ໜັງສືພິມ ເສດຖະກິດ – ສັງຄົມ ໃນນະຄອນຫຼວງວຽງຈັນ.

ເປັນອີກຊ່ອງທາງໜຶ່ງໄດ້ເປີດໂອກາດໃຫ້ຕົນເອງມີປະສົບການ ແລະ ຄວາມຮູ້ຫຼາຍຢ່າງ ແຕ່ຍ້ອນເປັນຄົນມັກຮັກໃນດ້ານສິລະປະການຮ້ອງເພງ ຈຶ່ງຕິດຕາມຂໍ້ມູນ – ຂ່າວສານໃນວົງການບັນເທີງຈົນໄດ້ຮູ້ຈັກ ຄ້າຍເພງ Toeng Studio ເພິ່ນໄດ້ເຫັນເຖິງພອນສະຫວັນ ຈຶ່ງເປີດໂອກາດແຕ່ງຜົນງານເພງ ແລະ ໄດ້ຮ້ອງເປັນຜົນງານທໍາອິດໃນການກ້າວເປັນສິລະປິນ.

ເພງ “ ເພື່ອຄົນທາງນັ້ນ ” ປະພັນ ແລະ ຮຽບຮຽງໂດຍ ໜຸ່ມໂຊນ່ານ ແຈັກເກັດ ເຈົ້າຂອງຄ້າຍເພງ Toeng Studio ທັງເປັນນັກແຕ່ງເພງ, ນັກຮ້ອງ ແລະ ຜູ້ກຳກັບນັກສະແດງເອັມວີຫຼາຍໆເພງທີ່ມີຊື່ສຽງໃນສັງຄົມ ເພງນີ້ເປັນແນວລູກທົ່ງບ້ານນາຟັງແລ້ວມ່ວນຈັບໃຈ ໂດຍມີເນື້ອຫາເວົ້າເຖິງການໃຫ້ກຳລັງໃຈຄົນບ້ານນອກ ຫຼື ກຳມະກອນຫຼາຍໆຄົນທີ່ເຂົ້າມາສູ້ຊົນຊອກຫາວຽກເຮັດງານທຳຢູ່ໃນເມືອງ ເພື່ອສົ່ງເງິນໃຫ້ພໍ່ແມ່ ແລະ ຄອບຄົວຢູ່ທາງບ້ານ.

ເພງນີ້ເປັນຜົນງານຄັ້ງທຳອິດໃນຊີວິດທີ່ໄດ້ແຈ້ງເກີດໃນວົງການບັນເທີງເພງລາວ ແລະ ຂໍຝາກໃຫ້ນ້ອງໆທີ່ມີຄວາມໃຝ່ຝັນຢາກເປັນນັກຮ້ອງຕ້ອງອົດທົນສູ້ຊົນ, ກ້າສະແດງອອກສິ່ງນັ້ນຈະເປັນຕົວສ້າງຈຸດແຂງເກີດຄວາມສຳເລັດ.

ສຸດທ້າຍ, ຂໍໃຫ້ແຟນເພງໃນສັງຄົມເປັນກໍາລັງໃຈໃຫ້ນັກຮ້ອງໜ້າໃໝ່ ໜຸ່ມແພງ ແນ່ເດີ ໃນໄວໆນີ້ກໍຈະປ່ອຍມິວສິກວິດີໂອອອກມາໃຫ້ຕິດຕາມ ສາມາດຕິດຕາມໄດ້ທາງຊ່ອງຢູທູບ: Toeng Studio ຫຼື ເຟສບຸ໊ກສ່ວນຕົວ: ແພງ ຜູ້ໄທເມືອງວັງ.