ສາທິດ ການຍິງປືນຍຸດດທະວິການສູ້ຮົບ ໂອກາດສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

58

ກະຊວງປ້ອງກັນປະເທດ ສາທິດ ການຍິງປືນຍຸດດທະວິການສູ້ຮົບ ໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ຈັດຂື້ນໃນຕອນເຊົ້າວັນທີ 17 ມັງກອນ 2024, ທີ່ວິທະຍາຄານນາຍ ແລະ ພົນທະຫານ ກົມມະດຳ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ມີການນໍາພັກ-ລັດ ພ້ອມດ້ວຍນາຍ ແລະພົນທະທານ.

ໃນພິທີຜູ້ເຂົ້່າຮ່ວມໄດ້ຮັບຊົມການສະແດງສິລະປະຈາກກອງສິລະປະກອງທັບປະຊາຊົນລາວ, ການສະແດງຂອງເຫລົ່າຮົບສືບຂ່າວ ແລະ ເຫລົ່າຮົບຕີພິເສດ ປະກອບມີມວຍຫັດກາຍ, ມວຍສູ້ຮົບ, ກອງພັນໃຫຍ່ທະຫານຮາບຍານເກາະ 11 ສະແດງ ຍຸດທະວິທີສູ້ຮົບບຸກຄົນ (ຍິງລູກລົມ), ກອງພັນຍິງປືນ 199 ຍິງເປີດປ້າຍຄໍາຂວັນ, ນຳໃຊ້ປືນສັ້ນຊາຍ-ຍິງ, ປືນເຫລັກສັ້ນຍິງເປົ້າຈານເຫລັກ; ເຫລົ່າຮົບຕີພິເສດປິດລັບຫລອນຕີສູນບັນຊາຂອງສັດຕູ, ກອງພັນໃຫຍ່ທະຫານຮາບຍານເກາະ 11 ໃຊ້ກໍາລັງໄຟເພດຍິງກຽມ, ເຫລົ່າຮົບຊ່າງແສງສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ກອງພັນໃຫຍ່ທະຫານຮາບຍານເກາະ 11 ບຸກຕີສັດຕູ, ເຫລົ່າເສນາຮັກປະຕິບັດກອບກູ້ທະຫານຖືກບາດເຈັບອອກຈາກສະໜາມ ແລະການສະແດງອື່ນໆ ລວມທັງໝົດຈໍານວນ 15 ລາຍການ ພິເສດກອງບັນຊາການທະຫານອາກາດກອງ ທັບປະຊາຊົນລາວ ແລະກອງທັບອາກາດຈີນຍັງໄດ້ນຳໃຊ້ຝູງຍົນບິນສວນສະໜາມ ແລະບິນສະແດງຜ່ານໜ້າຜາມໄຊ ເພື່ອສະເຫລີມສະຫລອງ ແລະຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວຕື່ມອີກ.

ໂອກາດນີ້ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍເສນາທິການກອງທັບປະຊາຊົນລາວ ໃນນາມຫົວໜ້າຄະນະຮັບຜິດຊອບຊ້ອມຮົບສະແດງເພື່ອສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ສໍາພາດວ່າ: ການສະແດງຊ້ອມຮົບໃນຄັ້ງນີ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ສະແດງອອກໃນການປະຕິບັດຕົວຈິງຂອງແຕ່ລະຈຸ ແຕ່ລະໜ່ວຍຮົບ ກອງຮ້ອຍສາມາດປະຕິບັດໄດ້ຕາມຍຸດທະວິທີ ແລະມີການປະສານງານກັນຢ່າງສອດຄ່ອງໃນແຕ່ລະລາຍການສະແດງ ທັງສາມາດນໍາໃຊ້ອາວຸດ, ຢຸດໂທ້ປະກອນຕ່າງໆໄດ້ເປັນຢ່າງດີ.

ໃນງານຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມສະແດງວັດຖຸອຸປະກອນ, ພາຫະນະອາວຸດ, ຍຸດໂທປະກອນທີ່ກົມອຸດສາຫະກຳປ້ອງກັນຊາດ ແລະ ກົມສື່ສານ ແລະກົມປືນໃຫຍ່ໜ້າດິນກອງທັບປະຊາຊົນລາວ ຈັດຂື້ນ ເພື່ອສະແດງໃຫ້ເຫັນເຖິງການເຕີບໃຫ່ຍຂະຫຍາຍຕົວ ແລະຄວາມທັນສະໄໝຂອງກອງທັບປະຊາຊົນລາວຕະຫລອດໄລຍະ 75 ປີຜ່ານມາ.
ຂ່າວ: ຈັນທະສອນ
ພາບ: ຄໍາກອງ