ຍິນດີນໍາ! ຣີສອດ ນໍ້າກັດ ຢໍລະປ່າ ໄດ້ຮັບໃບຢັ້ງຢືນ ແລະ ເຄື່ອງໝາຍລະດັບ 5 ດາວ

84

ຕາມການລາຍງານຂອງ ຂປລ ລາຍງານວ່າ: ພິທີມອບ ໃບຢັ້ງຢືນ ແລະ ເຄື່ອງໝາຍ ລະດັບ 5 ດາວ ໃຫ້ຣີສອດ ນໍ້າກັດ ຢໍລະປ່າ ຈັດຂຶ້ນໃນວັນທີ 14 ມັງກອນ 2024 ຢູ່ແຫລ່ງທ່ອງທ່ຽວນໍ້າກັດຢໍລະປ່າ ແຂວງອຸດົມໄຊ, ມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງ ຖະແຫລງຊ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຮັບໂດຍ ທ່ານ ສົມເພັດ ມ້າວປະເສີດ ປະທານ ບໍລິສັດ ແຟເຊັດ ພັດທະນາແຫລ່ງທ່ອງທ່ຽວ ທຳມະຊາດ ນໍ້າກັດຢໍລະປ່າ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງແຂວງອຸດົມໄຊ, ມີຄະນະກໍາມະການຈັດລະດັບສະຖານທີ່ພັກແຮມຂັ້ນສູນກາງ, ຂັ້ນແຂວງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດລະດັບມາດຕະຖານໂຮງແຮມ, ຣີສອດ ແລະ ເຮືອນພັກ ຢູ່ ສປປ ລາວ ແມ່ນກົນໄກສໍາຄັນໜຶ່ງ ໃນການຂັບເຄື່ອນຄຸນນະພາບການບໍລິການທ່ອງທ່ຽວ ໂດຍສະເພາະ ດ້ານສະ ຖານທີ່ພັກແຮມ ຂອງ ສປປ ລາວ, ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເອົາໃຈໃສ່ ເພື່ອຮັບປະກັນໃຫ້ການຈັດລະດັບມາດຕະ ຖານສະຖານທີ່ພັກແຮມ ຢູ່ ສປປ ລາວ ມີປະສິດທິພາບ. ສຳລັບ ຣີສອດ ນໍ້າກັດ ຢໍລະປ່າ ກໍເປັນສະຖານທີ່ພັກແຮມ ແລະ ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງໃນລະດັບຕົ້ນໆ ຂອງ ສປປ ລາວ ແລະ ແຂວງອຸດົມໄຊ, ມີສິ່ງອຳນວຍຄວາມສະດວກ ທີ່ສາມາດສະໜອງການບໍລິການທີ່ຫລາກຫລາຍ ເປັນຕົ້ນ ດ້ານສະຖານທີ່ພັກແຮມ, ການຈັດກອງປະຊຸມ, ການບໍລິການດ້ານສຸຂະພາບ, ການບໍລິການອາຫານ-ເຄື່ອງດື່ມ ແລະ ກິດຈະກຳທ່ອງທ່ຽວແບບອະນຸລັກ ທີ່ຫລາກຫລາຍ ທັງແບບຜະຈົນໄພ ແລະ ແບບພັກຜ່ອນ ທີ່ສາມາດຕອບສະໜອງຄວາມເພິ່ງພໍໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ມີພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກຄົບຊຸດ, ມີອຸປະກອນຮັບໃຊ້ທີ່ມີມາດຕະຖານ, ມີຄຸນນະພາບສູງ ແລະ ພຽງພໍ.

ຜ່ານການລົງປະເມີນຕົວຈິງ ຂອງຄະນະກຳມະການຂັ້ນສູນກາງ ແລະ ຂັ້ນແຂວງ ເຫັນວ່າ: ຣີສອດ ນໍ້າກັດ ຢໍລະປ່າ ສາມາດບັນລຸເກນຄະແນນການປະເມີນມາດຕະຖານ ລະດັບ 5 ດາວ ດັ່ງນັ້ນ ຄະນະກຳມະການ ຈຶ່ງເຫັນດີເປັນເອກະພາບໃຫ້ ຣີສອດ ນໍ້າກັດ ຢໍລະປ່າ ໄດ້ຮັບການຢັ້ງຢືນລະດັບມາດຕະຖານຕາມການສະເໜີຂອງຫົວໜ່ວຍທຸລະກິດ.

ປັດຈຸບັນ, ແຂວງອຸດົມໄຊ ມີໂຮງແຮມ, ຣີສອດ ແລະ ເຮືອນພັກ ຖືກຈັດລະດັບ ລວມທັງໝົດ 19 ແຫ່ງ. ໃນນີ້, ມີປະເພດ ໂຮງແຮມ ລະດັບ 4 ດາວ 1 ແຫ່ງ, ລະດັບ 3 ດາວ 5 ແຫ່ງ, ລະດັບ 2 ດາວ 3 ແຫ່ງ ແລະ ໂຮງແຮມລະດັບ 1 ດາວ 1 ແຫ່ງ; ປະເພດ ຣິສອດ ລະດັບ 3 ດາວ 2 ແຫ່ງ; ປະເພດ ເຮືອນພັກ ລະດັບ 3 ດອກຈຳປາ ມີ 3 ແຫ່ງ, ລະດັບ 2 ດອກຈຳປາ 2 ແຫ່ງ ແລະ ລະດັບ 1 ດອກຈຳປາ 2 ແຫ່ງ ແລະ ຣີສອດ ນໍ້າກັດຢໍລະປ່າ ທີ່ໄດ້ມາດຕະຖານ ລະດັບ 5 ດາວ ນີ້ ຖືເປັນແຫ່ງທໍາອິດ ຂອງ ແຂວງອຸດົມໄຊ.

ພ້ອມນີ້, ທ່ານ ສົມເພັດ ມ້າວປະເສີດ ໄດ້ໃຫ້ຮູ້ວ່າ: ນໍ້າກັດຢໍລະປ່າ ໄດ້ຮັບອະນຸຍາດລົງທຶນໃນປີ 2011 ແລະ ໄດ້ດໍາເນີນໂຄງການເປັນແຕ່ລະໄລຍະ. ຈຸດປະສົງ-ເປົ້າໝາຍຂອງໂຄງການ ແມ່ນເພື່ອພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບອະນຸລັກ ຕິດພັນກັບວິຖີຊີວິດ, ຮີດຄອງປະເພ ນີຂອງປະຊາຊົນໃນທ້ອງຖິ່ນ ໂດຍໃຫ້ປະຊາຊົນໄດ້ມີສ່ວນຮ່ວມ ເຊິ່ງໂຄງການໄດ້ດຳເນີນ 4 ວຽກງານຄູ່ຂະໜານກັນ ຄື: ວຽກງານອະນຸລັກ ຟື້ນຟູຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລວມທັງການສຶກສາຄົ້ນຄົ້ວຊີວະນາໆພັນ; ວຽກງານສ້າງວຽກເຮັດງານທຳ ສ້າງອາຊີບສີມືແຮງງານໃຫ້ຄົນທ້ອງຖິ່ນ ໂດຍຕິດພັນກັບວຽກງານອະນຸລັກ ວັດທະນະທຳ ຮີດຄອງປະເພນີ ຂອງຊົນເຜົ່າໃນທ້ອງຖິ່ນ; ວຽກງານສ້າງຜະລິດຕະພັນການທ່ອງທ່ຽວ ເພື່ອບໍລິການນັກທ່ອງທ່ຽວ ເຊິ່ງກິດຈະ ກຳຕາມແຜນແມ່ບົດປະກອບມີ 4 ກິດຈະກໍາໃຫຍ່ ຄື: ກິດຈະກຳທ່ອງທ່ຽວພະຈົນໄພໃນປ່າ 20 ກວ່າລາຍການ, ກິດຈະກຳທີ່ພັກແຮມ ແລະ ອົງປະກອບການບໍລິການຕ່າງໆທີ່ປິ່ນອ້ອມ ເພື່ອອຳນວຍຄວາມສະດວກຕາມມາດຕະຖານຄວາມເໝາະສົມ. ຜ່ານການຈັດຕັ້ງປະຕິບັດໂຄງການ ມາຮອດປະຈຸບັນ ໄດ້ປະກອບສ່ວນອະນຸລັກ ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຊີວະນາໆພັນໃນເຂດອ່າງໂຄ່ງຂອງສາຍນໍ້າກັດປ່າສະຫງວນແຫ່ງຊາດພູຫີຜີ ໃນພື້ນທີ່ 6.000 ກວ່າເຮັກຕາ ໃຫ້ຍັງຄົງຄວາມອຸດົມສົມບູນ, ສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນຫລາຍຮ້ອຍຄົນ, ບໍລິການທ່ອງທ່ຽວໄດ້ຮັບຄວາມນິຍົມຊົມຊອບ ແລະ ກະແສຕອບຮັບຈາກສັງຄົມເປັນທີ່ເພີ່ງພໍໃຈໃນລະດັບດີເກີນຄາດ ເປັນທີ່ຍອມຮັບຈາກບັນດາບໍລິສັດທ່ອງທ່ຽວທີ່ມີຊື່ສຽງໃນທົ່ວໂລກ. ອັນທີ່ພົ້ນເດັ່ນທີ່ສຸດ ແມ່ນໄດ້ຮັບຄວາມເຊື່ອໝັ້ນຈາກ ພັກ-ລັດ ຍົກໃຫ້ເປັນໂຄງການຕົວແບບຂອງການພັດທະນາທຸລະກິດສີຂຽວຍືນຍົງ.
ທີ່ມາ: ຂປລ
ຮູບຈາກ: Namkat Yorla Pa