ຂໍ້ແນະນຳເມື່ອເງິນເດືອນບໍ່ພໍໃຊ້ ແລະ ບໍ່ມີເງິນທ້ອນ ( II )

38

5. ຈັດສັນລາຍໄດ້ໃຫ້ເປັນລະບົບ

ໃນການຈັດສັນລາຍໄດ້ໃຫ້ເປັນລະບົບນັ້ນ ເຮົາຄວນແບ່ງເງິນເດືອນອອກເປັນ 3 ສ່ວນຄື ດັ່ງນີ້:

อาจเป็นรูปภาพของ 1 คน, เงิน, เครื่องคิดเลข, ไพ่ และ ข้อความ

– ສ່ວນທີ 1 ( 20 – 30% ) ແບ່ງໄວ້ເປັນເງິນທ້ອນ ເມື່ອໄດ້ຮັບເງິນເດືອນແລ້ວ ເຮົາຄວນແບ່ງເງິນສ່ວນດັ່ງກ່າວເປັນເງິນທ້ອນໄວ້ ເຊິ່ງຈະເຮັດໃຫ້ເຮົາສາມາດເຫັນໄດ້ວ່າ ເງິນທີ່ຍັງເຫຼືອໄວ້ໃຊ້ຈ່າຍແມ່ນມີເທົ່າໃດ.

– ສ່ວນທີ 2 ( 40 – 50% ) ແບ່ງໄວ້ໃຊ້ກັບລາຍຈ່າຍປະຈໍາ ເຊັ່ນ: ຜ່ອນຊຳລະສິນເຊື່ອ, ໜີ້ສິນຕ່າງໆ.

– ສ່ວນທີ 3 ( 20 – 30% ) ແບ່ງໄວ້ໃຊ້ໃນຊີວິດປະຈໍາວັນເຊັ່ນ: ຄ່າອາຫານ, ຄ່ານໍ້າປະປາ, ຄ່າໄຟຟ້າ, ສັງສັນ ແລະ ທ່ອງທ່ຽວຕ່າງໆ.

อาจเป็นรูปภาพของ 1 คน, เงิน, กระเป๋าเงินหนัง และ หนังแบบเย็บมุงหลังคา

ການຈັດສັນລາຍໄດ້ໃຫ້ເປັນລະບົບນີ້ ຈະເປັນວິໄນທາງການເງິນຕໍ່ກັບເງິນເດືອນຂອງເຮົາ ເຊິ່ງໃນນີ້ ສັດສ່ວນໃນການແບ່ງເງິນ ເພື່ອສະສົມແມ່ນຂຶ້ນຢູ່ກັບຄວາມເໝາະສົມຂອງແຕ່ລະຄົນ; ບາງຄົນອາດຈະຢາກແບ່ງເປັນຫຼາຍສ່ວນ ຫຼື ແບ່ງໃນສັດສ່ວນສ່ວນຮ້ອຍທີ່ຕ່າງກັນໄປກໍໄດ້ ເຊັ່ນ: ການແບ່ງເງິນອອມອອກເປັນຫຼາຍໆສ່ວນເພື່ອເກັບໄວ້ໃຊ້ໃນເປົ້າໝາຍທີ່ແຕກຕ່າງກັນ ຄື: ເງິນອອມເພື່ອໃຊ້ຈ່າຍຫຼັງກະສຽນ ( ຫຼັງ ບຳນານ ), ເງິນອອມເພື່ອໃຊ້ໃນຍາມສຸກເສີນ, ເງິນອອມເພື່ອສຸຂະພາບ, ເງິນອອມເພື່ອທ່ອງທ່ຽວ, ເງິນອອມເພື່ອການສຶກສາຂອງລູກຫຼານ, ເງິນອອມເພື່ອຊື້ດິນ, ຊື້ລົດ ຫຼື ປຸກເຮືອນ ແລະ ເງິນອອມເພື່ອການລົງທຶນໃນທຸລະກິດ ໂດຍທ່ານສາມາດຈັດແບ່ງສັດສ່ວນໃນການອອມໃຫ້ເໝາະກັບຄວາມຕ້ອງການ ແລະ ລາຍໄດ້ຂອງທ່ານ.

อาจเป็นรูปภาพของ 1 คน, เงิน และ ข้อความ

ນອກຈາກນີ້, ທ່ານຄວນບັນທຶກບັນຊີລາຍຮັບ – ລາຍຈ່າຍ ເພາະທ່ານຈະໄດ້ຮູ້ລາຍການຄ່າໃຊ້ຈ່າຍຕ່າງໆພາຍໃນເດືອນ ເຊິ່ງທ່ານຈະສາມາດຫຼຸດ ຫຼື ຕັດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນອອກໄດ້ ເພື່ອເຮັດໃຫ້ທ່ານມີເງິນເດືອນພຽງພໍ ແລະ ເຫຼືອທ້ອນສະສົມໄດ້.

6. ເລີ່ມຕົ້ນລົງທຶນ

อาจเป็นรูปภาพของ 1 คน และ เงิน

ໃນສັງຄົມລາວ ຫຼາຍທ່ານອາດຄຸ້ນເຄີຍກັບການຝາກເງິນເພື່ອຫວັງດອກເບ້ຍ ແຕ່ໃນຫຼາຍປະເທດທີ່ເສດຖະກິດຂະຫຍາຍຕົວ, ເຄື່ອງມືໃນການລົງທຶນແມ່ນມີຫຼາກຫຼາຍ ເປັນຕົ້ນແມ່ນການລົງທຶນໃນຮຸ້ນທີ່ເປັນທີ່ນິຍົມໃນທົ່ວໂລກ ແລະ ໄດ້ຮັບຜົນຕອບແທນທີ່ໜ້າພໍໃຈ.

อาจเป็นรูปภาพของ เงิน และ ข้อความ

ໂດຍລວມແລ້ວ ຄົນສ່ວນໃຫຍ່ໃນສັງຄົມມັກຄິດຫາທາງວ່າ ຈະເຮັດແນວໃດເງິນເດືອນຈະພໍໃຊ້ຈະໄດ້ເລີ່ມທ້ອນເງິນ ແລະ ມີເງິນທ້ອນຄືຄົນອື່ນ ໂດຍນອກຈາກວິທີທີ່ໄດ້ກ່າວມານັ້ນກໍຍັງມີຫຼັກການງ່າຍໆ ແຕ່ເປັນສິ່ງທີ່ສຳຄັນທີ່ສຸດກໍຄື

อาจเป็นรูปภาพของ เงิน

ຕ້ອງມີວິໄນທາງການເງິນຕໍ່ກັບເງິນເດືອນຂອງເຮົາ. ສຳລັບຄົນທີ່ຍັງບໍ່ທັນປະຕິບັດກໍແນະນໍາໃຫ້ມີການທົດລອງປະຕິບັດຕາມວິທີທີ່ໄດ້ກ່າວມານີ້, ສ່ວນຄົນທີ່ໄດ້ປະຕິບັດແລ້ວກໍໃຫ້ສືບຕໍ່ສະໝໍ່າສະເໝີ ຈົນກວ່າເງິນໃນບັນຊີຂອງເຮົາຈະຫຼາຍຂຶ້ນ ແລະ ດອກເບ້ຍເພີ່ມພູນເປັນຕົວເລກທີ່ງົດງາມ ຈົນເມື່ອມາເຖິງມື້ກະສຽນ ເຮົາຈະມີກຳລັງໃຈ ແລະ ມີຄວາມສຸກ.

ໂດຍ: ຕລຊລ