ປີ 2023 ສາມາດດຶງດູດການລົງທຶນ ມູນຄ່າ 4 ຕື້ໂດລາ ເພີ່ມຂຶ້ນ 170% ຈາກປີຜ່ານມາ

78

ໃນປີ 2023 ກະຊວງແຜນການ ແລະ ການລົງທຶນ ໄດ້ຄົ້ນຄວ້າພິຈາລະນາໂຄງການລົງທຶນໃນກິດຈະການບັນຊີຄວບຄຸມ ແລະ ໂຄງການສຳປະທານທັງໝົດ 192 ໂຄງການ ມີມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນປະມານ 170%.

ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນທົ່ວປະເທດ ປະຈຳປີ 2023 ໄດ້ໄຂຂຶ້ນໃນວັນທີ 21 ທັນວາ 2023 ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ມີບັນດາທ່ານຄະນະນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກແຜນການ ແລະ ການລົງທຶນທົ່ວປະເທດ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງແຜນການ ແລະ ການລົງທຶນເຂົ້າຮ່ວມ.


ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023 ຈະໄດ້ລົງເລິກສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2023 ໂດຍສະຫຼຸບຕີລາຄາຈຸດດີ, ຜົນງານກໍຄືຈຸດອ່ອນຂໍ້ຄົງຄ້າງທີ່ພົ້ນເດັ່ນທັງຍົກໃຫ້ເຫັນສາເຫດຕ່າງໆ, ບົດຮຽນຖອດຖອນໄດ້, ບົນພື້ນຖານນັ້ນເພື່ອກໍານົດທິດທາງແຜນການປະຈໍາປີ 2024.

ຜ່ານການຈັດຕັ້ງປະຕິບັດໃນວຽກງານແຜນການ ແລະ ການລົງທຶນ ໃນປີ 2023 ສາມາດເຫັນໄດ້ຜົນສໍາເລັດຫຼາຍດ້ານ ຄື: ໄດ້ຄົ້ນຄວ້າພິຈາລະນາໂຄງການລົງທຶນໃນກິດຈະການບັນຊີຄວບຄຸມ ແລະ ໂຄງການສຳປະທານມີທັງໝົດ 192 ໂຄງການ ( ໃນນີ້ໂຄງການສຳປະທານ 88 ໂຄງການ ) ມີມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ, ຖ້າທຽບໃສ່ການລົງທຶນໃນປີ 2022 ທີ່ມີມູນຄ່າການລົງທຶນ 2,3 ຕື້ໂດລາສະຫະລັດ ເຫັນວ່າເພີ່ມຂຶ້ນ ປະມານ 170%. ໃນນີ້ມີຂະແໜງບໍ່ແຮ່ 74 ໂຄງການ, ຂະແໜງໄຟຟ້າ 19 ໂຄງການ, ຂະແໜງກະສິກຳ 11 ໂຄງການ, ຂະແໜງທົ່ວໄປ 8 ໂຄງການ, ລົງທຶນໃນບັນຊີຄວບຄຸມ 80 ໂຄງການ, ໄດ້ຄົ້ນຄວ້ານະໂຍບາຍການລົງທຶນຢູ່ຂັ້ນສູນກາງ ແລະ ໄດ້ອະນຸມັດແຜນນໍາເຂົ້າ ( Master List ) ໃຫ້ແກ່ວິສາຫະກິດ ຈໍານວນ 136 ບໍລິສັດ ແລະ ແຜນເພີ່ມຕື່ມ ຈຳນວນ 34 ບໍລິສັດ ລວມມູນຄ່າການອະນຸມັດທັງໝົດ 4,9 ຕື້ໂດລາສະຫະລັດ.


ສ່ວນການພັດທະນາເຂດເສດຖະກິດພິເສດ ໃນປີ 2023 ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 178 ບໍລິສັດ ກວມເອົາຂະແໜງອຸດສາຫະກຳ 18 ບໍສິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກຳ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາສະຫະລັດ ແລະ ທຶນຈົດທະບຽນ 178 ລ້ານກວ່າໂດລາສະຫະລັດ. ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ ຍັງມີບັນດາຫ້າງຮ້ານ ແລະ ຫົວໜ່ວຍວິສາຫະກິດຈໍານວນໜຶ່ງທີ່ເຂົ້າມາລົງທຶນພາຍໃນເຂດ ທັງໝົດ 2.645 ຫົວໜ່ວຍ; ມອບພັນທະເຂົ້າງົບປະມານຂອງລັດ ໄດ້ທັງໝົດ 174 ຕື້ກວ່າກີບ, ສ້າງວຽກເຮັດງານທໍາ ໄດ້ທັງໝົດ 3.644 ຄົນ ( ລາວ 3.572 ຄົນ ແລະ ຕ່າງປະເທດ 72 ຄົນ ), ໄດ້ນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 1,7 ຕື້ກວ່າໂດລາສະຫະລັດ ແລະ ສົ່ງອອກສິນຄ້າ ມູນຄ່າທັງໝົດ 302 ລ້ານກວ່າໂດລາສະຫະລັດ.