ຊົມຄວາມງາມຂອງນາງສາວລາວ 2023 ທັງ 30 ຄົນສຸດທ້າຍ

42

ງານນີ້ຂ່າວບັນເທີງພາມາເບິ່ງເລື່ອງສວຍໆງາມໆ ເອົາໃຈໜຸ່ມໆກັນແດ່ ເຊິ່ງການເຜີຍໂສມອວດຄວາມງາມຜ່ານສາຍຕາຢ່າງເປັ່ງປະກາຍແລ້ວ ສຳລັບຜູ້ຜ່ານຮອບຄັດເລືອກ 30 ຄົນສຸດທ້າຍ ຂອງໂຄງການປະກວດນາງສາວລາວ ຫຼື Miss Laos 2023. ພ້ອມນັ້ນ, ຍັງໄດ້ມີການເຜີຍໂສມໃໝ່ມົງກຸດນາງສາວລາວ 2023 ອີກດ້ວຍ ໃນວັນທີ 24 ພະຈິກ 2023 ທີ່ສູນການຄ້າພາກຊັນ.

อาจเป็นรูปภาพของ หนึ่งคนขึ้นไป, วัด และ ข้อความ

ຂ່າວບັນເທີງໄດ້ຕິດຕາມເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈດັ່ງກ່າວໂດຍດີຕະຫຼອດມາ ແລະ ມື້ນີ້ ພາມາສ່ອງສາວງາມທັງສາມສິບນ້ອງທີ່ໄດ້ຮ່ວມກິດຈະກຳທີ່ເປັນການສືບສານວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ນັ້ນກໍຄືການໄປຮ່ວມແຫ່ຜາສາດເຜິ້ງ ແລະ ໃສ່ບາດໃນງານບຸນນະມັດສະການພະທາດຫຼວງວຽງຈັນ ທີ່ເປັນຮີດຄອງປະເພນີອັນດີງາມ ແລະ ໄດ້ສືບທອດກັນມາແຕ່ບູຮານນະການນັ້ນເອງ.

อาจเป็นรูปภาพของ 11 คน และ วัด

ບອກເລີຍງານນີ້ເຫັນສາວໆໃສ່ຊຸດໄໝບ່ຽງແພງົດງາມສົມກັບແມ່ຍິງລາວສຸດໆເຊິ່ງເວທີນີ້ເປັນເວທີໜຶ່ງທີ່ເອກອ້າງເອກະລັກຄວາມເປັນລາວໄດ້ຢ່າງສະຫງ່າງາມ. ພາຍໃນງານນ້ອງໆກໍເປັນອີກໜຶ່ງສີສັນມີຄວາມຍິ້ມແຍ້ມແຈ່ມໃສ ເຮັດໃຫ້ແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຫັນແລ້ວ ປະທັບໃຈກັບຮອຍຍິ້ມທີ່ຕ້ອນຮັບຂອງນ້ອງໆຢ່າງແນ່ນອນເລີຍ.

อาจเป็นรูปภาพของ 1 คน, วัด และ ข้อความ

ແຟນຂ່າວເວທີນາງສາວລາວ ແລະ ຂ່າວບັນເທີງຕິດຕາມກັນຕໍ່ຮອບເລິກໆຕໍ່ໄປ ໃຜຈະໄດ້ຄອງມົງກຸດນາງສາວລາວ 2023 ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ, ພ້ອມກັບ ໂສມໃໝ່ຂອງມົງກຸດນາງສາວລາວ ປະຈຳປີ 2023 ເຊິ່ງອອກແບບໂດຍ ຮ້ານ ຄຳພູວົງ ບອກເລີຍວ່າອະລັງການ ງົດງາມທີ່ສຸດ ບໍ່ວ່າຈະເປັນ 30 ນາງສາວ ທີ່ເຂົ້າປະກວດ ແລະ ໂສມໃໝ່ ຂອງມົງກຸດ ທັງ 5 ໃຜຈະໄດ້ເປັນຜູ້ຄອບຄອງ ຕ້ອງຕິດຕາມໃນຮອບຕໍ່ໄປສາວົກແຟນໆນາງງາມຕ້ອງພາດບໍ່ໄດ້ປີນີ້ມີສິ່ງທີ່ໜ້າຕື່ນເຕັ້ນໃຫ້ໄດ້ຊົມກັນ.

อาจเป็นรูปภาพของ 6 คน, เจดีย์ชเวดากอง และ ข้อความ

ສຳລັບການປະກວດນາງສາວລາວ ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວໃນປີນີ້ ເນັ້ນຮູບແບບ ນາງສາວລາວຍຸກໃໝ່ ທັງງາມ ທັງເກັ່ງ ຖືວ່າເປັນຮູບໂສມໃໝ່ ຂອງເວທີການປະກວດທີ່ແຕກຕ່າງຈາກຫຼາຍໆປີຜ່ານມາ ເຊິ່ງຈະໄດ້ເຫັນໃນເວທີຂອງການປະກວດນາງສາວລາວ 2023 ນີ້ເທົ່ານັ້ນ.

ຮ່ວມລຸ້ນ ແລະ ໃຫ້ກຳລັງໃຈ 30 ນາງສາວໃນວັນປະກວດຮອບຕັດສິນ ວັນທີ 15 ທັນວາ 2023 Live ທາງ Page: Miss Laos ນາງສາວລາວ.