ກຽມສ້າງຕັ້ງສະມາຄົມນັກກົດໝາຍອາຊຽນ

59

 

ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມສ້າງຕັ້ງສະມາຄົມນັກກົດໝາຍອາຊຽນຂອງ ສປປ ລາວ ຮ່ວມກັບ ສານສູງສຸດ ແຫ່ງປະເທດສິງກະໂປ.
ຝ່າຍລາວນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ , ຝ່າຍສິງກະໂປ ນໍາໂດຍ ທ່ານ ຊັນດາເລສ ເມນອນ ( Sundaresh Menon ) ປະທານສານສູງສຸດ ແຫ່ງສາທາລະນະລັດ ສິງກະໂປ ທັງເປັນປະທານສະມາຄົມນັກກົດໝາຍອາຊຽນ ຫຼື ALA.

ນອກນີ້, ຍັງມີແຂກຮັບເຊີນຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ທະນາຍຄວາມ, ຄະນະນິຕິສາດ – ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ວຽງທອງ ສີພັນດອອນ ໄດ້ກ່າວຕ້ອນຮັບ ທ່ານ ຊັນດາເລສ ເມນອນ ປະທານສານສູງສຸດ ແຫ່ງສາທາລະນະລັດສິງກະໂປ ແລະ ທັງເປັນປະທານສະມາຄົມນັກກົດໝາຍອາຊຽນ ( ASEAN Law Association ຫຼື ເອີ້ນຫຍໍ້ວ່າ: ( ALA ) ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເພື່ອຊຸກຍູ້ ສປປ ລາວ ໃນການກະກຽມສ້າງຕັ້ງສະມາຄົມນັກກົດໝາຍອາຊຽນຂອງ ສປປ ລາວ ເຊິ່ງຈະກາຍເປັນປະເທດສຸດທ້າຍຂອງອາຊຽນທີ່ຈະໄດ້ເຂົ້າເປັນສະມາຊິກສະມາຄົມນັກກົດໝາຍອາຊຽນຂອງ ສປປ ລາວ.

ສະນັ້ນ, ຈຶ່ງເຫັນວ່າ ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຂອງທ່ານປະທານສານສູງສຸດ ສິງກະໂປ ແລະ ປະທານສະມາຄົມນັກກົດໝາຍອາຊຽນ ຈຶ່ງມີຄວາມໝາຍສຳຄັນເປັນຢ່າງຍິ່ງ ຍ້ອນວ່າໃນປີ 2024 ປະເທດ ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນ; ຈຸດປະສົງຂອງສະມາຄົມນັກກົດໝາຍອາຊຽນ ແມ່ນເພື່ອສົ່ງເສີມສາຍພົວພັນອັນແໜ້ນແຟ້ນ, ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນແລະ ກັນ ລະຫວ່າງ ນັກກົດໝາຍໃນບັນດາປະເທດອາຊຽນ, ການຮ່ວມມືພາກພື້ນ ໂດຍສະເພາະແມ່ນດ້ານການສຶກສາ ແລະ ຄົ້ນຄວ້າວິໄຈໃນບັນດາກົດໝາຍຂອງປະຊາຄົມອາຊຽນ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ – ສັງຄົມຂົງເຂດອາຊຽນ.


ພ້ອມກັນນັ້ນ, ກໍເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການປະສານງານໃນການເຄື່ອນໄຫວວຽກງານ ແລະ ດຳເນີນງານໂຄງການຮ່ວມມືກັນ ລະຫວ່າງ ອົງການຈັດຕັ້ງ, ນັກກົດໝາຍ, ຄະນະນິຕິສາດ – ລັດຖະສາດ, ສູນຄົ້ນຄວ້າດ້ານກົດໝາຍ ລວມທັງສະຖາບັນກົດໝາຍຕ່າງໆໃນບັນດາປະເທດອາຊຽນ ໃນການສົ່ງເສີມການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນ – ຂ່າວສານທາງດ້ານກົດໝາຍ, ລະບົບກົດໝາຍ ແລະ ການພັດທະນາທາງດ້ານກົດໝາຍປະເທດອາຊຽນ ແລະ ພາກພື້ນ ຕາມຈຸດປະສົງຂອງປະຊາຄົມອາຊຽນທີ່ໄດ້ກໍານົດໄວ້; ພ້ອມນັ້ນກໍເພື່ອອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງໃນການຮ່ວມມືອາຊຽນ ເພື່ອຫຼີກລ່ຽງຂໍ້ຂັດແຍ່ງ, ການຕັດສິນໂດຍຄະນະກໍາມະການຕັດສິນ ຫຼື ການແກ້ໄຂຂໍ້ຂັດແຍ່ງທາງດ້ານກົດໝາຍໃນສັນຍາລະຫວ່າງຊາດ ພາຍໃນຂົງເຂດອາຊຽນ ແລະ ຮ່ວມມືກັບສາກົນ, ພາກພື້ນ ແລະ ອົງການຈັດຕັ້ງອື່ນໆ.

[ ຂ່າວ: ຄຳໂຖ ]