ກຳນົດ 5 ວຽກຈຸດສຸມ ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ – ການເງິນ

113

 

ລັດຖະບານ ກຳນົດ 5 ວຽກຈຸດສຸມ ທີ່ຈະຕ້ອງສືບຕໍ່ລົງເລິກໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແຕ່ນີ້ຫາທ້າຍປີ ໂດຍພີ່ມທະວີຄວາມເປັນເຈົ້າການໃນການຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາໂຄງການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ; ດຳເນີນນະໂຍບາຍເງິນຕາໃຫ້ຮັດກຸມກວ່າເກົ່າ.


ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາວ່າ: ໃນປີ 2023 ແມ່ນປີສຸດທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ. ສະນັ້ນ, ທິດທາງໃນ 6 ເດືອນສຸດທ້າຍ ໂດຍລວມແມ່ນສືບຕໍ່ສູ້ຊົນປະຕິບັດຄາດໝາຍຕ່າງໆໃນ 5 ເປົ້າໝາຍດ້ວຍຈິດໃຈບຸກທະລຸຢ່າງແຂງແຮງກວ່າເກົ່າ. ສໍາລັບການເຮັດທົດລອງແຮ່ທາດຕ່າງໆ ແມ່ນສືບຕໍ່ຈັດຕັ້ງປະຕິບັດນິຕິກຳທີ່ລັດຖະບານໄດ້ຕົກລົງໃນໄລຍະຫຼັງໆມານີ້ໃຫ້ເຂັ້ມງວດ ໂດຍສະເພາະແມ່ນໃຫ້ຢຸດຕິການອະນຸມັດໃໝ່ ຕິດພັນກັບການປະເມີນຜົນຂອງການຈັດຕັ້ງປະຕິບັດຜ່ານມາໃຫ້ຖືກຕ້ອງກັບສະພາບຕົວຈິງ ເຊິ່ງຍັງມີບາງຈຸດສຸມທີ່ຈະໄດ້ສືບຕໍ່ລົງເລິກ ດັ່ງນີ້:

1). ວຽກຈຸດສຸມດ້ານການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ເພີ່ມທະວີຄວາມເປັນເຈົ້າການໃນການຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາໂຄງການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກໃຫ້ເກີດມີໂຄງການຜະລິດຕົວແບບ. ສຳລັບການຜະລິດກະສິກຳ ແລະ ປຸງແຕ່ງກະສິກຳ ແມ່ນເລັ່ງປັບປຸງປັດໄຈການຜະລິດ, ການຂົນສົ່ງ, ການອຳນວຍຄວາມສະດວກດ້ານການຄ້າ, ການເຈລະຈາເປີດຕະຫຼາດ ແລະ ແລກປ່ຽນຂໍ້ມູນດ້ານຕະຫຼາດສົ່ງອອກ ໂດຍສະເພາະກັບປະເທດເພື່ອນບ້ານ ສຳລັບສິນຄ້າທີ່ກຳນົດໄວ້ໃນບັນຊີຜະລິດ ເພື່ອທົດແທນການນຳເຂົ້າ ແລະ ໄດ້ຮັບໂກຕາສົ່ງອອກຈາກປະເທດເພື່ອນບ້ານ, ສິ່ງສໍາຄັນແມ່ນເນັ້ນໃສ່ຂອດການຈັດຕັ້ງປະຕິບັດຕົວຈິງໃນຂັ້ນທ້ອງຖິ່ນ ແລະ ແຂວງທີ່ມີທ່າແຮງການຜະລິດເປັນສິນຄ້າ.

ສໍາລັບການຜະລິດຂະແໜງອຸດສາຫະກໍາ ແມ່ນເລັ່ງຊຸກຍູ້ ແລະ ແກ້ໄຂຂອດທີ່ຍັງຫຍຸ້ງຍາກຕ່າງໆຂອງບັນດາໂຄງການລົງທຶນຕ່າງປະເທດທີ່ໄດ້ອະນຸມັດແລ້ວ ໃຫ້ດຳເນີນການຜະລິດຕາມແຜນການ ໂດຍສະເພາະໃນເຂດເສດຖະກິດພິເສດ ແລະ ເຂດນິຄົມອຸດສາຫະກໍາຕ່າງໆ ລວມທັງບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນເຂດຕົວເມືອງທັນສະໄໝ, ໂຄງການກໍ່ສ້າງໂຄງລ່າງ ແລະ ອື່ນໆ ໃຫ້ສາມາດຈັດຕັ້ງປະຕິບັດໃຫ້ໄດ້ໄວ.
ສຳລັບຂະແໜງການບໍລິການ ແມ່ນເລັ່ງປັບປຸງການບໍລິການການທ່ອງທ່ຽວ ຮ່ວມກັບພາກທຸລະກິດ, ເພີ່ມການໂຄສະນາ ແລະ ປັບປຸງພື້ນຖານໂຄງລ່າງຮັບໃຊ້ການບໍລິການການທ່ອງທ່ຽວ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະຈາກປະເທດ ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ປະເທດເພື່ອນບ້ານ. ນອກຈາກນັ້ນ, ເລັ່ງປັບປຸງການອຳນວຍຄວາມສະດວກດ້ານການຄ້າ ແລະ ແກ້ໄຂບັນຫາລະບົບການຂົນສົ່ງສິນຄ້າໄປຕ່າງປະເທດຢູ່ດ່ານຕ່າງໆຢ່າງເປັນລະບົບ.

ສໍາລັບການອໍານວຍຄວາມສະດວກທາງການລົງທຶນ ແລະ ການດຳເນີນທຸລະກິດ ແມ່ນສຸມໃສ່ປັບປຸງກົດໝາຍການລົງທຶນໃຫ້ໄດ້ເຂົ້າສະພາຕາມແຜນທີ່ກຳນົດໄວ້, ເລັ່ງໃສ່ສ້າງລະບົບການຂຶ້ນທະບຽນວິສາຫະກິດແບບເອເລັກໂຕຣນິກໃຫ້ສຳເລັດ, ສ້າງຂອບນະໂຍບາຍສົ່ງເສີມຜູ້ປະກອບການ ( start up ), ເລັ່ງສ້າງດຳລັດ ວ່າດ້ວຍນິຄົມອຸດສາຫະກໍາ ແລະ ໃຫ້ສໍາເລັດການປັບປຸງດຳລັດ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ.

2). ວຽກຈຸດສຸມການສ້າງ ຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ ແມ່ນສືບຕໍ່ປະຕິຮູບກົນໄກການຄຸ້ມຄອງເກັບລາຍຮັບຕາມທິດຄຳສັ່ງເລກທີ 18/ນຍ; ເລັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະ ເຄື່ອງມືທັນສະໄໝໃຫ້ຫຼາຍກວ່າເກົ່າ ແລະ ເລັ່ງເຊື່ອມຖານຂໍ້ມູນກັບຂະແໜງການເສດຖະກິດເພື່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດເປັນຕົ້ນ ຂະແໜງພະລັງງານ, ຊັບພະຍາກອນທຳມະຊາດ, ທ່ອງທ່ຽວ ແລະ ອື່ນໆ; ເລັ່ງປັບປຸງກົນໄກ ແລະ ເງື່ອນໄຂໃນການເກັບຖານລາຍຮັບທີ່ໝັ້ນຄົງ ເຊັ່ນ: ອາກອນທີ່ດິນ, ອາກອນຊັບສິນ, ຄົ້ນຄວ້າປັບຂຶ້ນອາກອນມູນຄ່າເພີ່ມ, ອາກອນສິນຄ້າຟຸ່ມເຟືອຍ ແລະ ອື່ນໆ ທີ່ມີ ຄວາມສໍາຄັນຕໍ່ລາຍຮັບງົບປະມານ. ນອກຈາກນັ້ນ, ປະເມີນຄືນບັນດາໂຄງການທົດລອງຂຸດຄົ້ນແຮ່ທາດ ແລະ ໂຄງການທົດລອງການດໍາເນີນທຸລະກິດຊື້ – ຂາຍເງິນຄຣິບໂຕ ໂດຍສົມທຽບລະຫວ່າງລາຍຮັບທີ່ມອບພັນທະໃຫ້ງົບປະມານ ແລະ ຜົນກະທົບທີ່ເກີດຂຶ້ນ, ພ້ອມທັງເລັ່ງທວງລາຍຮັບທີ່ໂຄງການຍັງຄ້າງຊຳລະ ແລະ ເລັ່ງຊຸກຍູ້ໃຫ້ມີການສົ່ງອອກຫຼາຍຂຶ້ນ ໃນປີ 6 ເດືອນທ້າຍ ປີ 2023.

3). ວຽກຈຸດສຸມການສົ່ງເສີມການປະຢັດ, ຕ້ານການຟຸ່ມເຟືອຍ, ຍົກສູງປະສິດທິຜົນການລົງທຶນ – ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນ: ຕ້ອງເພີ່ມທະວີການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸ່ມເຟືອຍ ເລກທີ 205/ລບ ແລະ ດຳລັດວ່າດ້ວຍ ລົດຂອງລັດ ເລກທີ 599/ລບ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ລວມທັງເຂັ້ມງວດປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ກ່ຽວກັບການຄຸ້ມຄອງໂຄງການລົງທຶນຂອງລັດໃຫ້ຮັດກຸມ; ເລັ່ງປັບປຸງຫົວໜ່ວຍລາຄາ ແລະ ຊຸກຍູ້ໃຫ້ໂຄງການລົງທຶນລັດທີ່ໄດ້ຮັບການອະນຸມັດຈັດຕັ້ງປະຕິບັດຕາມແຜນການ, ພ້ອມທັງຊຸກຍູ້ການແກ້ໄຂໜີ້ສິນໂຄງການລົງທຶນລັດໃຫ້ຄ່ອຍໆຫຼຸດລົງດ້ວຍຮູບແບບຕ່າງໆຕາມມະຕິສະພາແຫ່ງຊາດໄດ້ຮັບຮອງ. ພ້ອມກັນນັ້ນ, ກໍເຂັ້ມງວດປະຕິບັດແຜນການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຕາມແຜນທີ່ໄດ້ກຳນົດໄວ້, ເລັ່ງປະຕິຮູບລັດວິສາຫະກິດທີ່ນອນຢູ່ໃນແຜນໃຫ້ໄປຕາມແຜນປະຕິຮູບໃຫ້ຫຼາຍຂຶ້ນ.

4). ວຽກຈຸດສຸມດ້ານເງິນຕາ: ຈະສຸມໃສ່ດຳເນີນນະໂຍບາຍເງິນຕາໃຫ້ຮັດກຸມກວ່າເກົ່າ ໂດຍສະເພາະການຄຸ້ມຄອງປະລິມານເງິນ ( M2 ); ປັບປຸງນິຕິກຳການຄຸ້ມຄອງເງິນຕາຕ່າງປະເທດ ແລະ ບັງຄັບໃຊ້ໃຫ້ເຂັ້ມງວດຂຶ້ນ ແລະ ປັບປຸງກົນໄກການແລກປ່ຽນ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ; ແຕ່ລະຂະແໜງການຕ້ອງໄດ້ປະຕິບັດນະໂຍບາຍ ແລະ ກົນໄກທີ່ກົມກຽວກັນ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ; ຄຸ້ມຄອງກະແສເງິນຕາຕ່າງປະເທດຜ່ານການຄ້າ – ລົງທຶນຕ່າງປະເທດ, ການກູ້ຢືມລະຫວ່າງປະເທດ ແລະ ການຄ້າຊາຍແດນໃຫ້ຮັດກຸມ ເຊິ່ງອັນສຳຄັນຕ້ອງໄດ້ມີການແລກປ່ຽນຂໍ້ມູນ ແລະ ເຮັດວຽກຮ່ວມກັນຢ່າງເປັນປົກກະຕິ.

5). ວຽກຈຸດສຸມການຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ: ແມ່ນສືບຕໍ່ປັບປຸງ ແລະ ສ້າງນິຕິກຳ ແລະ ນິຕິກຳລຸ່ມກົດໝາຍທີ່ຕິດພັນກັບວາລະແຫ່ງຊາດ ໄປຕາມແຜນທີ່ໄດ້ກຳນົດໄວ້; ເລັ່ງຄົ້ນຄວ້າປັບປຸງກົດໝາຍສົ່ງເສີມການລົງທຶນ ແລະ ຍົກດຳລັດຄຸ້ມຄອງເຂດເສດຖະກິດພິເສດເປັນກົດໝາຍ; ເພີ່ມທະວີການເຮັດວຽກຮ່ວມກັນ ພ້ອມກັນແກ້ໄຂຫຼຸດຜ່ອນຂັ້ນຕອນທີ່ຍັງເປັນອຸປະສັກຕໍ່ນັກລົງທຶນ ແລະ ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ດີຂຶ້ນ. ສືບຕໍ່ປັບປຸງກົງຈັກການຈັດຕັ້ງທີ່ຍັງບໍ່ທັນມີປະສິດທິພາບ ແລະ ຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປສູ່ການກຸ້ມຕົນເອງຕາມແຜນການທີ່ໄດ້ກຳນົດໄວ້.