ເປີດສາກແຂ່ງຂັນດອກປີກໄກ່ ຊີງຂັນປະທານສະພາ ປະຈຳປີ 2023, ເບຍລາວ ສະໜັບສະໜູນ 362 ລ້ານກີບ

86

ເປີດສາກການແຂ່ງຂັນກີລາດອກປີກໄກ່ຊິງແຊ໋ມທົ່ວປະເທດ ຄັ້ງທີ 22 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2023 ຫຼື ລາຍການ 22nd BeerLao Badminton Championship 2023 ຊີງເງິນລາງວັນລວມ 146 ລ້ານກວ່າກີບ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຢຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23 ສິງຫາ 1975-23 ສິງຫາ 2023) ແລະ ສົ່ງເສີມນັກກິລາດອກປີກໄກ່ຮຸ່ນສືບທອດມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອກ້າວສູ່ທີມຊາດໃນຕໍ່ໜ້າ, ພິເສດ ບໍລິສັດ ເບຍລາວ ຈຳກັດ ມອບເງິນຈຳນວນ 362 ລ້ານກີບສະໜັບສະໜູນ.

ພິທີດັ່ງກ່າວຈັດຂຶ້ນໃນຕອນແລງວັນທີ 23 ສິງຫາ 2023 ທີ່ສະໜາມກີລາດອກປີກໄກ່ເສດຖາ (ບຶງຂະຫຍອງ) ນະຄອນຫຼວງວຽງຈັນ, ເປັນການກ່າວມອບໂດຍທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ແລະ ກ່າວຮັບແມ່ນທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ-ເລຂາທິການ ສະຫະພັນດອກປີກໄກ່ແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ ແລະ ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຄະນະນຳແຕ່ລະພາກສ່ວນ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດມວນຊົນຊາວນະຄອນຫຼວງ ແລະ ຊາວຕ່າງຊາດເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ປອ ໄຊບັນດິດ ຣາຊະພົນ ກ່າວໃຫ້ຮູ້ວ່າ: ການແຂ່ງຂັນລາຍການດັ່ງກ່າວ ໃນປີນີ້ ຈັດຂຶ້ນເປັນຄັ້ງທີ 22 ແລ້ວ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ເບຍລາວ ຈຳກັດ ຈັດຂຶ້ນລະຫວ່າງວັນທີ 23-26 ສິງຫາ 2023 ຊຶ່ງມີການຊີງໄຊທັງໝົດ 13 ລາຍການ ມີນັກກີລາເຂົ້າຮ່ວມທັງໝົດ 324 ຄົນ, ຍິງ 47 ຄົນ ຈາກ 24 ພາກສ່ວນ, ໃນນັ້ນມີ 5 ແຂວງເຂົ້າຮ່ວມ ປະກອບມີ ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ. ນອກຈາກນັ້ນ ກໍຍັງມີບັນດາສະໂມສອນອ້ອມຂ້າງສູນກາງ ແລະ ບັນດານັກກີລາອິດສະຫຼະທີ່ບໍ່ມີສັງກັດຈຳນວນໜຶ່ງ ເຂົ້າຮ່ວມຊີງໄຊຢ່າງເປັນຂະບວນຄຶກຄື້ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຢຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23 ສິງຫາ 1975-23 ສິງຫາ 2023) ແລະ ສົ່ງເສີມນັກກິລາດອກປີກໄກ່ຮຸ່ນສືບທອດມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອກ້າວສູ່ທີມຊາດໃນຕໍ່ໜ້າ.

ຂະນະດຽວກັນ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: ບໍລິສັດ ເບຍລາວ ຄຽງຄູ່ກັບວົງການກີລາລາວ ມາຫຼາຍປີ ແລະ ປີນີ້ພວກເຮົາກໍຍິນດີໃຫ້ການສະໜັບສະໜູນການແຂ່ງຂັນ ການແຂ່ງຂັນກີລາດອກປີກໄກ່ຊິງແຊ໋ມທົ່ວປະເທດ ຄັ້ງທີ 22 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2023 ຫຼື ລາຍການ 22nd BeerLao Badminton Championship 2023 ເພື່ອໃຫ້ນັກກີລາລາວ ໄດ້ມີເວທີໃຫຍ່ໃນການແຂ່ງຂັນ ເຊິ່ງຈະເປັນການພັດທະນາຕົວເອງ ແລະ ເພື່ອກ້າວສູ່ທີມຊາດໃນອະນາຄົດ.
ຂ່າວ: Larh Creators