ນັກຮຽນເສັງຈົບມ7 ປີນີ້ 49.000 ກວ່າຄົນໄດ້ຮັບໃບປະກາດແດງ 59 ນ້ອງ

31

ພາຍຫຼັງສຳເລັດການສອບເສັງຈົບຊັ້ນມ7 ຜ່ານມາແລ້ວເກືອບໄດ້ໜຶ່ງເດືອນ ນ້ອງໆຫຼາຍຄົນກໍຄົງຈະລຸ້ນວ່າ ຕົນເອງຈະຜ່ານການສອບເສັງ ຫຼື ບໍ່ ຫຼື ຜູ້ຮຽນເກັ່ງກໍມີລຸ້ນປະກາຊະນີບັດແດງ ອັນເປັນຄວາມໄຝ່ຝັນຂອງທຸກຄົນ.

entrance.nuol.edu.la

ໃນວັນ 14 ກໍລະກົດ 2023 ທີ່ຜ່ານມາ ຫ້ອງການກະຊວງສຶກສາທິການ ແລະ ກິລາ ກໍໄດ້ອອກແຈ້ງການໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ຄັ້ງວັນທີ 21-23 ມິຖຸນາ 2023 ປະຈຳສົກຮຽນ 2022-2023 ໄດ້ສຳເລັດໄປໂດຍດີ, ບໍ່ມີປະກົດການຫຍໍ້ທໍ້ເກີດຂຶ້ນ ເຊິ່ງໃນຈໍານວນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ໃຫ້ຄະແນນຜົນການສອບເສັງຂອງນັກຮຽນສໍາເລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມີຜົນໄດ້ຮັບດັ່ງນີ້:

ສອບ​ເສັງ​ຈົບ​ຊັ້ນ ມ4-ມ7 ສົກ​ນີ້ ມີມາດ​

ໃນທົ່ວປະເທດມີນັກຮຽນມີໜ້າເຂົ້າຫ້ອງສອບເສັງຕົວຈິງຈຳນວນ: 49.980 ຄົນ, ຍິງ 23.314 ຄົນ. ໂດຍມີນັກຮຽນເສັງໄດ້ຈຳນວນ: 49.926 ຄົນ, ຍິງ 23.297 ຄົນ; ມີນັກຮຽນເສັງໄດ້ໃບປະກາສະນີບັດແດງ ຈຳນວນ: 59 ຄົນ ຍິງ 46 ຄົນ ແລະ ມີນັກຮຽນເສັງຕົກຈຳນວນ: 54 ຄົນ ຍິງ 17 ຄົນ.