ສ່ອງຕຶກໃໝ່ຂອງ ມະາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື

75

ເຫັນຕຶກໃໝ່ນີ້ແລ້ວຢາກກັບໄປເປັນນັກສຶກສາຈະສະໝັກໄປຮຽນຢູ່ມະຫາວິທະຍາໄລສະຫວັນນະເຂດ ຫຼື ມຂ ຈັກຄັ້ງ ຊຶ່ງຕອນນີ້ໄດ້ສ້າງສຳເລັດແລ້ວ  ພ້ອມມີພິທີມອບ-ຮັບໃນຕອນເຊົ້າຂອງວັນທີ 24 ມິຖຸນາຜ່ານມາ ເປັນອາຄານຈຳນວນ 3 ຫຼັງ ຂອງມະຫາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື.

May be an image of 1 person

ໂຄງການດັ່ງກ່າວແມ່ນກໍ່ສ້າງ ໂດຍບໍລິສັດຊຽງໄຮ່ກໍ່ສ້າງຫຸ້ນ ສ່ວນ ຈໍາກັດ ເປັນກຽດເຂົ້າຮ່ວມມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ເເລະກິລາ, ທ່ານ ບຸນໂຈມ ອຸບົນປະ ເສີດ ເຈົ້າເເຂວງສະຫວັນນະເຂດ, ທ່ານ ຮສ.ປອ ສາຍຂອງ ສາຍ ນາສິນ ຫົວໜ້າກົມ/ຫົວໜ້າຄະນະ ຮັບຜິດຊອບໂຄງການ SSHEP (D-PIU), ທ່ານ ປອ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມະຫາວິທະຍາໄລສະຫວັນນະ ເຂດ, ມີຕົວເເທນບໍລິສັດຊຽງໄຮ່ ກໍ່ສ້າງຫຸ້ນສ່ວນຈໍາກັດ ເເລະບັນ ດາເເຂກທີ່ກ່ຽວຂ້ອງທັງສູນກາງ ແລະຂັ້ນແຂວງກໍ່ໃຫ້ກຽດເຂົ້າ ຮ່ວມ.

May be an image of 13 people and text
ໃນພິທີ, ທ່ານ ຈາງ ລຽງ (Zhang Liang) ຕາງໜ້າໃຫ້ ແກ່ ບໍລິສັດຊຽງໄຮ່ ກໍ່ສ້າງຫຸ້ນສ່ວນ ຈໍາກັດໄດ້ກ່າວວ່າ: ໂຄງການກໍ່ ສ້າງອາຄານ 3 ຫຼັງຂອງມະຫາ ວິທະຍາໄລສະຫວັນນະເຂດວິທະ ຍາເຂດໜອງຜື (ພູດທີ 2) ເປັນ ໂຄງການກໍ່ສ້າງທີ່ຢູ່ພາຍໃຕ້ທຶນຂອງທະນາຄານພັດທະນາອາຊີ (ADB), ເພື່ອສົ່ງເສີມໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກ ງານການສຶກສາຊັ້ນສູງໄລຍະທີ 2. ສັນຍາດັ່ງກ່າວລວມມີການກໍ່ ສ້າງຕຶກຄະນະເຕັກໂນໂລຊີຂໍ້ມູນ ຂ່າວສານ, ຕຶກຫ້ອງທົດລອງ ເເລະ ຕຶກຫໍພັກນັກສຶກສາ, ພ້ອມກັນນີ້ ຍັງມີວຽກການຕິດຕັ້ງໄຟຟ້າ, ນໍ້າ ໃຊ້ ເເລະວຽກຕົກເເຕ່ງ,ເຊິ່ງເນື້ອທີ່ ກໍ່ສ້າງກວມເອົາ12.300 ຕາແມັດ ບໍລິສັດຊຽງໄຮ່ກໍ່ສ້າງຫຸ້ນສ່ວນ ຈໍາກັດມີຄວາມຮັບຜິດຊອບ ແລະ ພະຍາຍາມສູງ ເຖິງແມ່ນວ່າການ ກໍ່ສ້າງແມ່ນຢູ່ໃນຊ່ວງການແຜ່ລະ ບາດຂອງພະຍາດໂຄວິດ-19, ອັດ ຕາເເລກປ່ຽນມີການເໜັງຕີງ, ການສະໜອງວັດສະດຸບໍ່ທ່ວງທັນ ເນື່ອງ ຈາກການຈຳກັດການເດີນ ທາງເຂົ້າ-ອອກລະຫວ່າງປະເທດ ເເລະບັນຫາອື່ນໆທີ່ສົ່ງຜົນກະທົບ ຕໍ່ກັບການດໍາເນີນການກໍ່ສ້າງ ໂຄງການ, ຜ່ານການຈັດຕັ້ງປະຕິບັດຕົວຈິງອີງໃສ່ປະສົບການທາງດ້ານເຕັກນິກວິຊາສະເພາະ ເເລະຄວາມສາມາດໃນການປະ ຕິບັດຂອງບໍລິສັດ ເຮັດໃຫ້ການກໍ່ ສ້າງສໍາເລັດກ່ອນກໍານົດເປັນ ເວລາ 3 ເດືອນ.

May be an image of 10 people and text

ມາຮອດປັດຈຸ ບັນ ທັງ 3 ອາຄານແມ່ນພ້ອມເເລ້ວ ທີ່ຈະໃຫ້ຄູ-ອາຈານ ເເລະນັກສຶກ ສາໄດ້ຊົມໃຊ້ຕຶກອາຄານຮຽນທີ່ ທັນສະໄໝ. ທ່ານຮັກສາການ ອະທິການບໍດີມະຫາວິທະຍາໄລ ສະຫວັນນະເຂດ ໄດ້ກ່າວວ່າ: ການກໍ່ສ້າງອາຄານໃໝ່ຂອງມະ ຫາວິທະຍາໄລສະຫວັນນະເຂດ ຈະອໍານວຍຄວາມສະດວກຫຼາຍ ຂຶ້ນໃຫ້ເເກ່ການປະຕິບັດໂຄງການ ຫຼັກສູດ, ການຈັດການຮຽນ-ການ ສອນ ໂດຍນຳໃຊ້ເຕັກໂນໂລຊີສະ ໄໝໃໝ່ ແລະຈະເຮັດໃຫ້ຄູອາຈານ ແລະນັກສຶກສາ ມີຄວາມກະຕືລືລົ້ນ ໃນການຮຽນ, ການສອນ ແລະ ການຄົ້ນຄວ້າຫຼາຍຂຶ້ນ. ພ້ອມກັນ ນີ້, ເພື່ອໃຫ້ຕຶກອາຄານໄດ້ຖືກນຳ ໃຊ້ໃຫ້ສະດວກສະບາຍຍິ່ງຂຶ້ນ, ບໍ ລິສັດຍັງປະກອບສ່ວນອຸປະກອນ ທຳລາຍການອື່ນທີ່ບໍ່ມີຢູ່ໃນສັນ ຍາໃຫ້ເເກ່ມະຫາວິທະຍາໄລສະ ຫວັນນະເຂດອີກດ້ວຍ.

May be an image of 1 person
ໃນໂອກາດນີ້, ທ່ານເຈົ້າ ແຂວງສະຫວັນນະເຂດ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ສະເໜີໃຫ້ຄະ ນະນຳ, ພະນັກງານ ແລະຄູອ-າ ຈານຂອງມະຫາວິທະຍາໄລສະ ຫວັນນະເຂດ ໃຫ້ພ້ອມກັນປົກປັກ ຮັກສາ ແລະນຳໃຊ້ພື້ນຖານໂຄງ ລ່າງໃໝ່ ທີ່ມະຫາວິທະຍາໄລ ຫາກໍ່ໄດ້ຮັບ; ມີຕຶກທີ່ທັນສະໄໝ ແລະມີອຸປະກອນທົດລອງຄົບ ແລ້ວ, ໃຫ້ເອົາໃຈໃສ່ສ້າງສະພາບ ເເວດລ້ອມທີ່ສວຍງາມ-ກຳນົດ ເຂດພັດທະນາ ແລະເຂດປ່າຟື້ນຟູ ໃຫ້ກັບມາເປັນປອດຂອງມະຫາ ວິທະຍາໄລ.

อาจเป็นรูปภาพของ 1 คน และ โรงพยาบาล

ໃນອະນາຄົດມະຫາ ວິທະຍາໄລສະຫວັນນະເຂດ ຕ້ອງ ເລັ່ງໃສ່ພັດທະນາຕາມແຜນແມ່ບົດຂອງມະຫາວິທະຍາໄລ, ສ້າງ ກໍາລັງເເຮງງານທີ່ມີຄຸນະພາບ ຕອບສະຫນອງໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມຂອງ ແຂວງສະຫວັນນະເຂດ ແລະບັນ ດາແຂວງພາກກາງ, ອົງການປົກ ຄອງແຂວງຈະສະໜັບສະໜູນ ໃຫ້ແກ່ພາກສ່ວນທີ່ມາລົງທຶນຢູ່ ແຂວງສະຫວັນນະເຂດ ໄດ້ຮ່ວມມືກັບມະຫາວິທະຍາໄລໃຫ້ຫຼາຍຂຶ້ນ, ພັດທະນາຫຼັກສູດທີ່ມີຢູ່ໃຫ້ທັນສະ ໄໝ ແລະເພີ່ມທະວີການຮ່ວມມື ກັບສະຖານຜູ້ປະກອບການ-ບໍລິ ສັດທີ່ຢູ່ໃນເຂດເສດຖະກິດພິເສດ, ພັດທະນາມະຫາວິທະຍາໄລສະຫວັນນະເຂດໃຫ້ເປັນວິທະຍາເຂດສີຂຽວ-ເປັນວິທະຍາເຂດແຫ່ງການ ຮຽນຮູ້ ແລະທັນສະໄໝ.

May be an image of 1 person

ພ້ອມ ດຽວກັນນີ້ ໃນໂອກາດທີ່ບໍລິສັດ ຊຽງໄຮ ກໍ່ສ້າງຫຸ້ນສ່ວນຈໍາກັດໄດ້ ຮັບການສ້າງຕັ້ງຄົບຮອບ 70 ປີ ໃນເດືອນນີ້, ທ່ານ ໄດ້ອວຍພອນ ໃຫ້ບໍລິສັດ ມີການຈະເລີນເຕີບໃຫຍ່ ໃນການດຳເນີນທຸລະກິດຢູ່ສປປ ລາວ ກໍ່ຄືໃນທົ່ວໂລກ. ໃນໂອກາດ ນີ້, ທ່ານເຈົ້າແຂວງກໍ່ໄດ້ລັ່ນຄ້ອງ 9 ບາດເພື່ອເປັນສິລິມຄຸນໃນການ ເປີດນຳໃຊ້ອາຄານໃໝ່ທັງສາມ ຫຼັງຂອງມະຫາວິທະຍາໄລສະ ຫວັນນະເຂດຢ່າງເປັນທາງ ການ./.