ສໍາເລັດແຂ່ງຂັນກ໊ອຟມິດຕະພາບ ສະໂມສອນ ກ໊ອຟອາວຸໂສລາວ ກາງປີ 2023 ກຽມພ້ອມໄປແຂ່ງທີ່ໄທ

105

ສະໂມສອນກ໊ອຟ ອາວຸໂສລາວ ຈັດການແຂ່ງຂັນກີລາກ໊ອຟມິດຕະພາບ ພາຍໃນສະໂມສອນທີ່ສະໜາມ ກ໊ອຟລາວ ຄັນທຣີ ຄລັບ ( Lao Country Club Golf Course ) ເມື່ອວັນທີ 25 ມິຖຸນາ 2023 ເຊິ່ງມີນັກກີລາເຂົ້າຮ່ວມຫຼາຍກວ່າຄັ້ງທີຜ່ານມາ ເພື່ອສ້າງຄວາມສາມັກຄີມິດຕະພາບ, ພົບປະສ້າງສັນ, ຮ່ວມມື ແລະ ສ້າງສາຍພົວພັນລະຫວ່າງນັກກ໊ອຟພາຍໃນສະໂມສອນ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານທີ່ປຶກສາ ສະໂມສອນກ໊ອຟອາວຸໂສລາວ ແລະ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ພ້ອມດ້ວຍສະມາຊິກພາຍໃນສະໂມສອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ກ່າວໃນພິທີສະຫຼຸບຜົນການແຂ່ງຂັນວ່າ: ການແຂ່ງຂັນຄັ້ງນີ້ພວກເຮົາຈັດຂຶ້ນເປັນຄັ້ງພິເສດເປັນມື້ທີ່ມີສະມາຊິກເຂົ້າຮ່ວມແຂ່ງຂັນຫຼາຍທີ່ສຸດ ຖ້າທຽບໃສ່ທຸກໆຄັ້ງທີ່ຜ່ານມາ ໂດຍມີສະມາຊິກລົງທຽນເຂົ້າຮ່ວມແຂ່ງຂັນເຖິງ 82 ທ່ານ ແນ່ນອນການຈັດການແຂ່ງຂັນໃນແຕ່ລະຄັ້ງພວກເຮົາແມ່ນໄດ້ມີການແຂ່ງຂັນສູງ ແລະ ມີການຖອດທອນບົດຮຽນໃນແຕ່ລະຄັ້ງ ເພື່ອເຮັດໃຫ້ການຈັດການແຂ່ງຂັນກ໊ອຟອາວຸໂສຂອງພວກເຮົາໃຫ້ນັບມື້ນັບມີປະສິດທິຜົນ ແລະ ສ້າງຂະບວນການ ລວມເຖິງວິທີການຫຼິ້ນ, ທັກສະຕ່າງໆ ຄຽງຄູ່ກັບການຮັກສາສຸຂະພາບ ຕ້ອງໄດ້ແລກປ່ຽນນໍາກັນ.

“ ນອກນັ້ນ, ມື້ນີ້ມີຂ່າວດີແຈ້ງໃຫ້ຊາບຄື: ພວກເຮົາໄດ້ຖືກເຊີນຈາກຝ່າຍໄທ ໃຫ້ເຂົ້າຮ່ວມການແຂ່ງຂັນກ໊ອຟມິດຕະພາບລາວ-ໄທ ໃນກາງເດືອນກໍລະກົດ ເຊິ່ງປັດຈຸບັນແມ່ນມີ 5 ທ່ານທີ່ໄດ້ລົງທະບຽນເຂົ້າຮ່ວມແຂ່ງຂັນລາຍການນີ້. ພິເສດພວກເຮົາມີຂ່າວດີ ມີແຜນຈະສະໝັກເຂົ້າຮ່ວມເປັນສະມາຊິກຂອງ ກ໊ອຟອາວຸໂສອາຊຽນ ເພື່ອເຂົ້າຮ່ວມແຂ່ງຂັນລາຍການລະດັບອາຊຽນກັບບັນດາປະເທດອື່ນໆ ໂດຍພວກເຮົາມີແຜນຈະປ່ຽນຈາກສະໂມສອນ ກ໊ອຟອາວຸໂສລາວ ມາເປັນ ສະມາຄົມກ໊ອຟອາວຸໂສລາວ ” ປະທານສະໂມສອນກ໊ອຟ ອາວຸໂສລາວ ກ່າວ.

ສໍາລັບ ການແຂ່ງຂັນມີຫຼາຍປະເພດທັງຍິງ ແລະ ຊາຍ ໂດຍຊະນະເລີດແມ່ນໄດ້ຮັບຂັນລາງວັນ ຜ່ານການແຂ່ງຂັນປາກົດວ່າ:
-ຊະນະເລີດສາຍ A: ທ່ານ ບຸນລ້ຽງ ພົມມະທິ ຄະແນນ 76-9=67
-ຊະນະເລີດສາຍ B: ທ່ານ ບຸນປອນ ສີສຸລາດ ຄະແນນ 80-81=62
-ຊະນະເລີດສາຍ ສຸພາບສະຕີ: ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົ່າ ຄະແນນ 89-24=65
-ຊະນະເລີດສາຍ ບໍ່ມີແຕ້ມຕໍ່: ທ່ານ ສົມພອນ ດວງດາລາ ຄະແນນ 74

ຂະນະທີ່ ຮອງຊະນະເລີດອັນດັບ 1 ປະກອບມີ:
-ຊະນະສຸພາບສະຕີ: ທ່ານ ຈັນສີ ນວນສະຫວັນ ຄະແນນ 81-14=67
-ຊະນະເລີດສາຍ B: ທ່ານ ວັນໄຊ ຊົງຊາຢູ 80-81=62
-ຊະນະເລີດສາຍ A: ທ່ານ ຄໍາຮັກ ວິວັນໄຊ ຄະແນນ 80-12=68

ຮອງຊະນະເລີດອັນດັບ 2 ປະກອບມີ:
-ຊະນະສຸພາບສະຕີ: ທ່ານ ນາງ ໄກສອນ ຈຸນລະມະນີ ຄະແນນ 93-24=69
-ຊະນະເລີດສາຍ B: ທ່ານ ສົມນຶກ ດາວວະດືງ 82-20=62
-ຊະນະເລີດສາຍ A: ທ່ານ ຄໍາມະນີ ອິນທິລາດ ຄະແນນ 81-12=69

-ລາງວັນຕີໃກ້ຂຸມ 3 ພາ 3 ຕົກເປັນຂອງ ທ່ານ ວັນຄໍາ ວໍລະວົງ 0,10 ແມັດ
-ລາງວັນຕີໃກ້ຂຸມ 8 ພາ 3 ຕົກເປັນຂອງ ທ່ານ ບຸນເຕີມ 1,20 ແມັດ
-ລາງວັນຕີໃກ້ຂຸມ 16 ພາ 3 ຕົກເປັນຂອງ ທ່ານ ແພງດວງເງິນ 0,58 ແມັດ
-ລາງວັນຕີໄກໃກ້ເສັ້ນຂຸມ 15 ພາ 4 ຕົກເປັນຂອງ ທ່ານ ວິລະພົນ ວິລະວົງ 0,00 ແມັດ

ນອກນັ້ນ, ກໍຍັງມີລາງວັນຊົມເຊີຍອື່ນໆຄື:
1.ລາງວັນຊົມເຊີຍໄດ້ ພາ ຫຼາຍສຸດ:
-ສາຍສຸພາບສະຕີ: ທ່ານ ນາງ ຈັນສີ ນວນສະຫວັນ ໄດ້ 8 ພາ
-ສາຍ B: ທ່ານ ສັງຄົມ ຈັນສຸກ ໄດ້ 11 ພາ
-ສາຍ A: ທ່ານ ສົມພອນ ດວງດາລາ ໄດ້ 11 ພາ
2.ລາງວັນຊັມເຊີຍໄດ້ ເບີດີ້ ຫຼາຍສຸດ:
-ສາຍສຸພາບສະຕີ: ທ່ານ ນາງ ນວນຈັນ ສີວິໄລ ໄດ້ 1 ເບີດີ້
-ສາຍ B: ທ່ານ ສິງແກ້ວ ໄດ້ 2 ເບີດີ້
-ສາຍ A: ທ່ານ ສົມພອນ ດວງດາລາ ໄດ້ 3 ເບີດີ້
3.ລາງວັນຊົມເຊີຍຮອງອັນດັບສຸດທ້າຍ:
-ສາຍສຸພາບສະຕີ: ທ່ານ ນາງ ສາຍສະຫວັນ ຄະແນນ 99
-ສາຍ B: ທ່ານ ວິລະພົນ ວິລະວົງ ຄະແນນ 103
-ສາຍ A: ທ່ານ ສຸລະສັກ ສຸວັນນະພູສິດ ຄະແນນ 91
ຂ່າວ-ຮູບ: Larh Cretors