ພົບໄຂ່ແຂ້ຢູ່ນໍ້າເຊຈຳພອນ ລວມ 40 ກວ່າໜ່ວຍ

85

ແຂ້ເປັນສັດທີ່ທຸກຄົນໄດ້ຍິນແລ້ວຂົນໜາວລຸກຢຸ່ ເພາະປົກກະຕິຄືເປັນສັດຮ້າຍ ແຕ່ສຳລັບແຂ້ນ້ຳຈືດນັບເປັນກໍລະນີໜຶ່ງ ຕາມລາຍງານແຈ້ງວ່າ ໃນອາທິດນີ້ ຢູ່ທີ່ດິນບໍລິເວນນໍ້າເຊຈຳພອນ ແຂວງສະຫວັນນະເຂດ, ອົງການ WCS ຮ່ວມກັບອົງການ ປົກຄອງເມືອງ ແລະ ບ້ານ ແລະ ທີມງານອະນຸລັກຊຸມຊົນ ໄດ້ລົງສໍາຫຼວດ ເກັບໄຂ່ແຂ້ນໍ້າຈືດ ສອງຮັງທຳອິດຂອງປີ 2023. ຮັງທໍາອິດມີ ໄຂ່ 27 ໜ່ວຍ ແລະ ຮັງທີສອງມີໄຂ່ 19 ໜ່ວຍ. ໃນຈໍານວນໄຂ່ 46 ໜ່ວຍ, ມີພຽງແຕ່ 3 ໜ່ວຍ ເທົ່ານັ້ນທີ່ບໍ່ສົມບູນ. ຮັງໄຂ່ທັງສອງໄດ້ຖືກພົບເຫັນຢູ່ເທິງຂີ້ສະໜົມ ການຍ່າງເທິງຂີ້ສະໜົມເທິງໜ້ານໍ້າມີຄວາມສ່ຽງເພາະວ່າ ມັນບໍ່ສາມາດຮອງຮັບນ້ຳຫນັກຂອງຄົນໄດ້.

May be an image of 3 people

ຊາວບ້ານໃນເຂດນີ້ມີຄວາມເຊື່ອຖືທາງດ້ານຈິດວິນຍານຕໍ່ແຂ້ພື້ນເມືອງດັ່ງກ່າວ, ສະນັ້ນ ທີມງານອະນຸລັກຂັ້ນບ້ານຈຶ່ງໄດເຮັດ ພິທີກຳທາງສາສະໜາເພື່ອສະແດງຄວາມນັບຖືຕໍ່ແຂ້ກ່ອນທີ່ພວກເຮົາຈະໄປເກັບໄຂ່. ພິທີດັ່ງກ່າວມີການຖວາຍເຄື່ອງບູຊາ ເຊັ່ນ ໝູຕົ້ມ, ເຂົ້າໜຽວ ແລະ ເຫຼົ້າຂາວ. ກ່ອນທີ່ຈະເຂົ້າຫາແຕ່ລະຮັງໄຂ່, ທີມງານໄດ້ໃຊ້ ເຄື່ອງບິນໂດຣນ (drone) ເພື່ອຊອກຫາແມ່ແຂ້. ໃນທັງສອງກໍລະນີ, ແມ່ແຂ້ ໄດ້ຖືກພົບເຫັນ ຢູ່ໃນ ໜອງຂີ້ຕົມທີ່ຢູ່ໃກ້ຈາກຮັງຂອງພວກເພິ່ນ ຢ່າງປອດໄພ.

May be an image of grass
ຫຼັງຈາກທີມງານໄດ້ເກັບໄຂ່ແລ້ວ, ກໍໄດ້ນໍາສົ່ງໄປໃຫ້ຫ້ອງການປົກຄອງບ້ານຕານສຸມ ເພື່ອນຳໄປອົບອຸ່ນເພື່ອການເບາະໄຂ່ ໃນອຸນຫະພູມທີ່ເໝາະສົມ ແລະ ຄາດວ່າ ແຂ້ນ້ອຍຈະເບາະອອກມາ ໃນທ້າຍເດືອນກໍລະກົດຫຼືຕົ້ນເດືອນສິງຫານີ້ ເມື່ອເບາະອອກມາ ສະມາຊິກອະນຸລັກຊຸມຊົນ ຊ່ວຍອະນຸບານໂຕອ່ອນເປັນເວລາ 32 ເດືອນ – ໃນເວລານັ້ນ ລູກແຂ້ຈະມີຄວາມຍາວເກີນ 1 ແມັດ – ແລ້ວຈະຖືກປ່ອຍຄືນສູ່ເຂດທີ່ດິນບໍລິເວນນໍ້າເຊຈໍາພອນ.

May be an image of grass
ອົງການ IUCN ໄດ້ປະກາດແຂ້ນໍ້າຈືດເປັນຊະນິດພັນທີ່ໃກ້ຈະສູນພັນ ແລະ ຢູ່ໃນບັນຊີ CITES Appendix I ເພື່ອຈໍາກັດດ້ານການຄ້າຢ່າງເຂັ້ມງວດ. ແຂ້ນໍ້າຈືດ ຖືວ່າເປັນຊະນິດພັນສັດເລືອຄານ ທີ່ຫາຍາກທີ່ສຸດເທິງໜ້າໂລກ. ເຂດທີ່ດິນບໍລິເວນນໍ້າເຊຈຳພອນເປັນບ່ອນຢູ່ອາໄສຂອງປະຊາກອນແຂ້ນໍ້າຈືດທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງອາຊີຕາເວັນອອກສ່ຽງໃຕ້.

May be an image of 2 people
ກິດຈະກໍາການອະນຸລັກເຫຼົ່ານີ້ແມ່ນສ່ວນໜຶ່ງຂອງໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານ ຢູ່ ສປປ ລາວ” (ECILL) ໂດຍການສະໜອງທຶນຈາກ ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ສະຫະພາບເອີຣົບປະຈຳ ສປປ ລາວ (EU).

May be an image of 4 people