ເລີ່ມສອບເສັງຈົບຊັ້ນ ມ.4 ເອົາໃຈຊ່ວຍນ້ອງໆທຸກຄົນ

83

ໃນຕອນເຊົ້າວັນທີ 14 ມີຖຸນາ 2023ນີ້ ນ້ອງນັກຮຽນທົ່ວປະເທດໄດ້ເລີ່ມສອບເສັງຈົບຊັ້ນ ມ4 ສ່ວນວິຊາສອບເສັງມີ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ,ວິຊາ ວິທະຍາສາດສັງຄົມ,ວິຊາວິທະຍາສາດທໍາມະຊາດ,ວິຊາສຶກສາພົລະເມືອງ,ວິຊາຄະນິດສາດ ແລະວິຊາພາສາອັງກິດ .

May be an image of 12 people and people studying

ຕາມຂ່າວວິທະຍຸແຂວງສະຫວັນນະເຂດໃຫ້ຮູ້ວ່າ ສະເພາະໃນເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ເປີດການສອບເສັງຈົບຊັ້ນມັດທະຍົມຕົ້ນ (ມ4) ສົກຮຽນ 2022-2023, ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດຕັດຫົວບົດ ສອບເສັງຂອງທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງໄຊພູທອງ,ມີທ່ານຄໍາພູວີ ວຽງດາລາ ຮອງຫົວໜ້າຂະແໜງວິທະຍາສາດ ອະຊີວະ ແລະ ສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ແສງທອນ ນັນທະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ,ອໍານວຍການໂຮງຮຽນ,ຄູອາຈານ,ກໍາມະການຍາມຫ້ອງ ແລະ ນັກຮຽນຊັ້ນ ມ4 ພາຍໃນເມືອງເຂົ້າຮ່ວມ.

May be an image of 14 people, people studying and text
ສໍາລັບການສອບເສັງມີສູນສອບເສັງຈົບຊັ້ນ ມ4 ທົ່ວເມືອງໄຊພູທອງມີ 3 ສູນສອບເສັງຄື: ສູບສອບເສັງ ໄຊພູທອງ,ສູນສອບເສັງ ພູມມະເຈດີ ແລະ ສູນສອບເສັງນາຄໍາ ,ມີຈໍານວນນັກສອບເສັງທັງໝົດ 364 ຄົນ,ຍິງ171 ຄົນ, ມີ ຫ້ອງສອບເສັງ 19 ຫ້ອງ,ສະເລ່ຍນັກສອບຕໍ່ຫ້ອງ20-21 ຄົນ, ສ່ວນວິຊາສອບເສັງມີ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ,ວິຊາ ວິທະຍາສາດສັງຄົມ,ວິຊາວິທະຍາສາດທໍາມະຊາດ,ວິຊາສຶກສາພົລະເມືອງ,ວິຊາຄະນິດສາດ ແລະວິຊາພາສາອັງກິດ . ການສອບເສັງ ແມ່ນດໍາເນີນເປັນ ເວລາ 3 ວັນນັບ ແຕ່ວັນ ທີ 14-16 ມີຖຸນາ 2023 ຈຶ່ງສໍາເລັດ.

May be an image of 4 people and text
ໂອກາດດັ່ງກ່າວທ່ານ ນາງ ພູເງິນ ເທບພະນົນໄຊ ໄດ້ກ່າວວ່າ: ລູກຫຼານທຸກຄົນທີ່ມີໜ້າມາສອບເສັງ ບໍ່ຄວນກົດດັນຕົນເອງ, ຕ້ອງຕັ້ງໃຈສອບເສັງ,ຕ້ອງເຊື່ອໝັ້ນຕົນເອງ,ເຊື່ອໝັ້ນບົດຮຽນທີ່ໄດ້ຄົ້ນຄວ້າມາ,ຄຽງຄູ່ກັນນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະກໍາມະການຍາມຫ້ອງສອບເສັງທຸກຄົນຕ້ອງຮັກສາລະບຽບຂອງການສອບເສັງທີ່ວາງອອກຢ່າງເຄັ່ງຄັດ, ພ້ອມດຽວກັນນັ້ນທ່ານກໍ່ຍັງໄດ້ຮຽກຮ້ອງມາຍັງ ຜູ້ປົກຄອງພໍ່ແມ່ນັກຮຽນ ຈົ່ງໄດ້ເອົາໃຈໃສ່ເບິ່ງແຍງລູກຫຼານ ບໍ່ໃຫ້ປະລະການສອບເສັງ,ຊຸກຍູ້ເຂົາເຈົ້າໄດ້ມາສອບເສັງໃຫ້ທັນເວລາຕາມທີ່ທາງຄະນະກໍາມະການກໍານົດໄວ້.

May be an image of 12 people and people studying
ພາບ-ຂ່າວ: ພັນທະມິດ ວົງສຸທິ