ແກ່ນ-ສຸລິພອນ ຄວ້າ 2 ຫຼຽນທອງຈາກແລ່ນ-ລານ ໃຫ້ທັບນັກກີລາຄົນພິການລາວ ໃນອາຊຽນພາຣາເກມ

38

ທ້າວ ແກ່ນ ເທບທິດາ ແລະ ນາງ ສຸລິະພອນ ວົງດາລາ 2 ນັກກີລາແລ່ນ-ລານຄົນພິການລາວ ສາມາດຍາດໄດ້ຜູ້ລະຫຼຽນທອງ ໃນງານອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ເມື່ອວັນທີ 7 ມິຖຸນາ 2023 ເຊິ່ງເປັນຫຼຽນທອງທີ 4 ຈາກກິລາແລ່ນ-ລານ.

ໂດຍ ທ້າວ ແກ່ນ ເທບທິດາ ໜຸ່ມນັກກິລາແລ່ນ-ລານລູກຫຼານຊາວແຂວງຊຽງຂວາງ ໄດ້ສ້າງຜົນງານເປັນປະຫວັດສາດໜ້າໃໝ່ ໃຫ້ວົງການກິລາແລ່ນ-ລານ ຄົນພິການລາວ ດ້ວຍການຄວ້າ 1 ຫຼຽນທອງ ຄັ້ງທຳອິດ ໃນປະເພດເຕັ້ນຍາວ T13 ສາມາດເຕັ້ນໄດ້ໄກເຖິງ 5,91 ແມັດ, ສ່ວນຫຼຽນຄໍາຕົກເປັນຂອງນັກກີລາຈາກອິນໂດເນເຊຍ ເຕັ້ນໄດ້ໄກເຖິງ 6,37 ແມັດ ແລະ ຫຼຽນເງິນເປັນຂອງ ມາເລເຊຍ ເຕັ້ນໄດ້ໄກ 6,24 ແມັດ.

ສ່ວນ ນາງ ສຸລິພອນ ວົງດາລາ ນັກກິລາແລ່ນຈາກແຂວງໄຊຍະບູລີ ກໍບໍ່ເຮັດໃຫ້ພໍ່ແມ່ປະຊາຊົນລາວຜິດຫວັງ ຄວ້າອີກ 1 ຫຼຽນທອງ ປະເພດແລ່ນ 200 ແມັດຍິງ ເຊິ່ງເປັນຫຼຽນທອງທີ 2 ຂອງ ສຸລະພອນ ໃນປີນີ້ເພາະກ່ອນໜ້ານີ້ ນາງ ສຸລິພອນ ວົງດາລາ ກໍລົງແຂ່ງຂັນລາຍການແລ່ນ 100 ແມັດ T12 ສາມາດທຳສະຖິຕິເວລາໄດ້ 16.55 ວິນາທີ ຄວ້າຫຼຽນທອງໄປ.

ຈາກຜົນດັ່ງກ່າວເຮັດໃຫ້ ທັບນັກກີລາແລ່ນ-ລາວ ຄົນພິການລາວ ຍາດມາໄດ້ເຖິງ 5 ຫຼຽນທອງ ໃຫ້ທັບນັກກີລາຄົນພິການລາວ ໄດ້ແລ້ວຄືໄດ້ຈາກ: ທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 ແມັດ T13, ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ F46, ທ້າວ ແກ່ນ ເທບທິດາ ປະເພດເຕັ້ນຍາວ T13 ແລະ ອີກ 2 ຫຼຽນໄດ້ຈາກ ນາງ ສຸລິພອນ ວົງດາລາ ລາຍການແລ່ນ 100 ກັບ 200 ແມັດ T12.

ຢ່າງໃດກໍຕາມ, ທັບນັກກີລາແລ່ນ-ລານ ຍັງມີລຸ້ນອີກວັນທີ 7 ມິຖຸນາ 2023 ອີກ 3 ລາຍການ ( ໄດ້ຜົນການແຂ່ງຂັນຈະລາຍງານໃຫ້ຊາບພາຍຫຼັງ ). ເຊິ່ງມາຮອດຕອນເຊົ້າຂອງທີ 7 ມິຖຸນາ 2023 ທັບນັກກີລາລາວ ຍາດໄດ້ 1 ຫຼຽນເງິນ ແລະ 5 ຫຼຽນທອງ ຈັດຢູ່ອັນດັບທີ 11 ຂອງຕາຕະລາງສະຫຼຸບຫຼຽນ, ສ່ວນຜູ້ນໍາຍັງເປັນຂອງ ອິນໂດເນເຊຍ ຍາດໄດ້ 99 ຫຼຽນຄໍາ, 83 ຫຼຽນເງິນ ແລະ 54 ຫຼຽນທອງ ແລະ ອັນດັບ 2 ໄທ ກວາດໄປ 77 ຫຼຽນຄໍາ, 72 ຫຼຽນເງິນ ແລະ 49 ຫຼຽນທອງ.
ຂ່າວ: Larh Creators; ຮູບຈາກ: ສົງການ ພັນແພງດີ