ບໍລິສັດ ເບຍລາວ ມອບທຶນການສຶກສາ ໃຫ້ 7ສະຖາບັນການສຶກສາທົ່ວລາວ

77

ບໍລິສັດເບຍລາວ ຈໍາກັດ ນອກຈາກຈະເປັນບໍລິສັດທີ່ດຳເນີນທຸລະກິດຢ່າງມີປະສິດທິຜົນແລ້ວ ຍັງເປັນບ່ອນສ້າງວຽກເຮັດງານທຳໃຫ້ປະຊາຊົນ, ໃຫ້ໂອກາດທາງການສຶກສາມາຍາວນານ 10 ກວ່າປີແລ້ວ ແລະປີນີ້ເບຍລາວເອງຍັງສືບຕໍ່ ໃຫ້ທຶນການສຶກສາ ແກ່ນ້ອງນັກຮຽນລະດັບ ວິທະຍາໄລ ແລະ ມະຫາວິທະຍາໄລ ໃນ 7 ສະຖາບັນການສຶກສາ ຢູ່ ສປປ ລາວ ພາຍໃຕ້ໂຄງການ “ເບຍລາວ ສານຝັນໃຫ້ນ້ອງ 2022”.

May be an image of 6 people and people standing

ໃນວັນທີ 14 ກຸມພາ 2023 ຢູ່ທີ່ສະຖາບັນ ວິຈິດສິນແຫ່ງຊາດ ໄດ້ມີພິທີມອບຮັບ ທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ໃຫ້ນ້ອງ ນັກສຶກສາ ຂອງ ສະຖາບັນດັ່ງກ່າວ ມອບໂດຍທ່ານ ສິດທິໄຊ ເກດຕະວົງ, ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາ ເພື່ອສັງຄົມ ຂອງບໍລິສັດ ເບຍລາວ ແລະ ມີຄະນະຄູອາຈານ ແລະ ນ້ອງນັກຮຽນ ທີ່ໄດ້ຮັບທຶນ ເຂົ້າຮ່ວມ.

May be an image of 7 people, people standing and indoor

ໂຄງການ ເບຍລາວ ສານຝັນໃຫ້ນ້ອງ 2022 ເປັນໂຄງການລິເລີ່ມຈາກການຕົກລົງເຫັນດີ ຂອງຄະນະຜູ້ບໍລິຫານ ຂອງບໍລິສັດເບຍລາວ ຈໍາກັດ ທີ່ຍາມໃດກໍ່ເລັງເຫັນ ຄວາມສຳຄັນວຽກງານ ໃນຂົງເຂດຂອງການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ. ໂຄງການດັ່ງກ່າວແມ່ນໄດ້ເລີ່ມດຳເນີນການມາແຕ່ປີ 2010 ຈົນມາເຖິງປັດຈຸບັນ ລວມໄລຍະເວລາທັງໝົດ 13 ປີ ລວມທັງຫມົດຫລາຍກວ່າ 3.500 ກ່ວາທຶນ ມູນຄ່າໂຄງການທັງຫມົດຫລາຍກວ່າ 10,5 ຕື້ກີບ.

No photo description available.

ສຳລັບທຶນການສຶກສາ ຂອງບໍລິສັດເບຍລາວ ເປັນທຶນ ທີ່ຊ່ວຍ ສະໜັບສະໜຸນ ຄ່າເທີມ ແລະ ຄ່າສະໜັບສະໜູນປະຈຳເດືອນ ໃຫ້ແກ່ນັກສຶກສາຜູ້ທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນດ້ານທຶນຮອນ ໃນຂອບເຂດທົ່ວປະເທດ ລວມເປັນເງິນມູນຄ່າ 300,000 ກີບ/ຄົນ/ເດືອນ ແລະ ມອບໃຫ້ທຸກໆເດືອນ ຈົນກວ່າຈະຮຽນຈົບ ພາຍໃຕ້ເງື່ອນໄຂ ການຮັກສາຄະແນນ ຕາມທີ່ທາງບໍລິສັດໄດ້ກຳນົດໄວ້ ໃນໄລຍະເວລາທີ່ໄດ້ຮັບທຶນ.

7 ມະຫາວິທະຍາໄລ ແລະ ວິທະຍາໄລ ທີ່ຮ່ວມໃນໂຄງການ ມາຕັ້ງແຕ່ ປີ 2010 ປະກອບມີ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ຈໍາປາສັກ, ມະຫາວິທະຍາໄລ ສະຫວັນນະເຂດ, ວິທະຍາໄລ ຄູປາກເຊ, ວິທະຍາໄລຄູ ສະຫວັນນະເຂດ ແລະ ສະຖາບັນວິຈິດສິນແຫ່ງຊາດ. ສະເພາະປີ 2022 ແມ່ນມີທັງໝົດ 220 ທຶນ ລວມມູນຄ່າຫຼາຍກ່ວາ 1,5 ຕື້ກີບ.

May be an image of 4 people and people standingສະເພາະປີນີ້ ບໍລິສັດ ເບຍລາວ ຈໍາກັດ ຍັງໄດ້ຄັດເລືອກ ເຟັ້ນເອົານ້ອງໆຈຳນວນ 30 ຄົນ ຈາກບັນດານັກສຶກສາທີ່ໄດ້ຮັບທຶນທັງໝົດ ເພື່ອມາເປັນອາສາສະໝັກ ປະຈຳຂອງບໍລິສັດ ເພື່ອປະກອບສ່ວນວຽກງານເພື່ອສັງຄົມຕ່າງໆ ບໍ່ວ່າຈະເປັນໂຄງການ ດື່ມດ້ວຍຄວາມຮັບຜິດຊອບ, ໂຄງການຂັບຂີ່ປອດໄພ, ໂຄງການຮັກສາສະພາບແວດລ້ອມກັບບ້ານອ້ອມຂ້າງ ແລະ ອີກຫຼາຍໆໂຄງການ. ນອກນັ້ນ, ນັກສຶກສາທັງ 30 ນ້ອງຍັງຈະໄດ້ ເຂົ້າຄ້າຍແລກປ່ຽນຢູ່ທີ່ໂຮງງານເບຍລາວ ສຳນັກງານໃຫຍ່ເພື່ອທັດສະນະສຶກສາ ກ່ຽວກັບຂັ້ນຕອນການຜະລິດເບຍ ນັບຕັ້ງແຕ່ປູກເຂົ້າ ຈົນເຖິງຂະບວນການປ່ອຍນ້ຳບຳບັດ ສູ່ແຫຼ່ງນໍ້າທຳມະຊາດ ແລະ ທີ່ສຳຄັນຍັງຈະໄດ້ຈະໄດ້ເຂົ້າຮ່ວມ ການຕັ້ງຄ້າຍເພືີ່ອແລກປ່ຽນຄວາມຮູ້ ປະສົບການລະຫວ່າງນັກສຶກສາ ແລະ ຜູ້ບໍລິຫານ ຂອງບໍລິສັດ ເບຍລາວ ຈໍາກັດ ຕື່ມອີກ.

Cr:Muan.la