ພັດທະນາຊັບພະຍາກອນມະນຸດຕາມຄວາມຕ້ອງການຕົວຈີງ ໜຶ່ງບັນຫາທີ່ຍົກມາພິຈາລະນາໃນກອງປະຊຸມລັດຖະບານເດືອນນີ້

54

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນມັງກອນ 2023 ທີ່ຈັດຂຶ້ນລະຫວ່າງວັນທີ 6-7 ກຸມພາຜ່ານມາໃນ ວາລະທີ 3 ກອງປະຊຸມ ໄດ້ພິຈາລະນາຮ່າງມະຕິວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່.

May be an image of 4 people and indoor

ໃນນັ້ນກອງປະຊຸມໄດ້ຊີ້ນຳ ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ເປັນຕົ້ນ ໂຄງສ້າງຂອງບົດ, ການໃຊ້ຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ເປັນເອກະພາບກັນ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ຕໍ່ການພັດທະນາຊັບພະຍາກອນມະນຸດ ໃຫ້ຊັດເຈນ, ລະອຽດ ແລະ ຈະແຈ້ງ ໂດຍສະເພາະ ອັນໃດແມ່ນຂອງລັດ, ລວມໝູ່ ຫຼື ບຸກຄົນ, ລວມທັງ ການຕີລາຄາຜົນການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ.

No photo description available.

ພ້ອມດຽວກັນນີ້ ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດ ກໍ່ໃຫ້ຊັດເຈນ, ທິດທາງການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນຍຸດທະສາດການພັດທະນາປະ ເທດ ໃນແຕ່ລະໄລຍະ ໂດຍຖືຄຸນນະພາບ ເປັນກົກ.

No photo description available.

ທັ້ງນີ້ກໍ່ເນື່ອງຈາກວ່າໄລຍະຜ່ານມາ ການສ້າງຊັບພະຍາກອນມະນຸດແມ່ນຍັງມີລັກສະນະເຫຼືອບໍພໍ ອັນສຳຄັນປະເທດເຮົາຍັງຢູ່ໃນໄລຍະຂອງການສ້າງສາ ຕ້ອງການແຮງງານອະຊີວະຫຼວງຫຼາຍແຕ່ກັບມີຜູ້ໄປຮຽນ້ອຍ ໃນເວລາດຽວກັນຄົນທີ່ຮຽນຊັ້ນສູງຂຶ້ນເມືອພັດມີຈຳນວນຫຼາຍ ເຊິ່ງຈົບມາແລ້ວຫາວຽກຍາກ ຫຼື ຫຼາຍກໍລະນີໄດ້ໄປເຮັດວຽກໃນສາຍງານອື່ນທີ່ບໍກ່ຽວກັບອັນທີ່ຮຽນຈົບມາ ດ້ວຍເຫດນີ້ແຜນສ້າງຄົນໃນຕໍ່ໜ້າຕ້ອງໃຫ້ຕິດພັນກັບຄວາມຮຽກຮ້ອງຕ້ອງການຕົວຈີງຂອງສັງຄົມກໍ່ຄືຄວາມຕ້ອງການຂອງຕະຫຼາດແຮງງານ.

May be an image of 9 people and people standing