ອີຢູ ພິຈາລະນາປັບຫຼຸດເພດານລາຄາແກ໊ສລົງ

43

ວິທະຍຸຫວຽດນາມ ລາຍງານວ່າ ສະຫະພາບເອີຣົບ ( ອີຢູ ) ກຳລັງພິຈາລະນາປັບຫຼຸດເພດານລາຄາແກ໊ສລົງສູ່ລະດັບຕ່ຳສຸດ ເມື່ອທຽບໃສ່ລາຄາທີ່ໄດ້ສະເໜີກ່ອນໜ້ານີ້, ກ່ອນທີ່ລັດຖະມົນຕີ ກະຊວງພະລັງງານຂອງກຸ່ມ ອີຢູ ຈັດກອງປະຊຸມ ເພື່ອຮັບຮອງເອົາມາດຕະການດັ່ງກ່າວນີ້.

May be an image of indoor

ທັງນີ້, ອີຢູ ໄດ້ຈັດກອງປະຊຸມກ່ຽວກັບການກຳນົດເພດານລາຄາແກ໊ສທຳມະຊາດ 2 ຄັ້ງແລ້ວ ແຕ່ຍັງບໍ່ທັນບັນລຸຂໍ້ຕົກລົງເທື່ອ, ຊ້ຳບໍ່ໜຳ ຍັງມີຄວາມຂັດແຍ່ງກັນກ່ຽວກັບເລື່ອງມາດຕະການນີ້ ເນື່ອງຈາກວ່າສະມາຊິກບາງປະເທດ ຍັງມີຄວາມກັງວົນອາດຈະເຮັດໃຫ້ວິກິດການພະລັງງານຢູ່ສະຫະພາບເອີຣົບໜັກໜ່ວງຂຶ້ນຕື່ມ.

ສຳລັບບັນຫາການກຳນົດເພດານລາຄາແກ໊ສທຳມະຊາດ ກຳລັງກາຍເປັນບັນຫາຮີບດ່ວນ ກວ່າອີກ, ໃນສະພາບການທີ່ສະຫະພາບເອີຣົບ ໄດ້ກ້າວເຂົ້າສູ່ລະດູໜາວ ເຊິ່ງອາກາດກຳລັງໜາວເຢັນ, ທ່າມກາງຍຸດທະສາດປະຢັດພະລັງງານ ເຮັດໃຫ້ປະຊາຊົນຕ້ອງໃຊ້ພະລັງງານໜ້ອຍລົງ ເນື່ອງຈາກປະລິມານການສະໜອງຈາກຣັດເຊຍຫຼຸດລົງ.

No photo description available.

ທັງນີ້, ລາຄາພະລັງງານຢູ່ສະຫະພາບເອີຣົບ ຍັງຢູ່ໃນລະດັບສູງ ໄດ້ເກີດຄວາມວິຕົກກັງວົນວ່າບັນດາພາກຄົວເຮືອນ ແລະ ພາກທຸລະກິດ ອາດຈະຕ້ອງປະເຊີນກັບສະພາບບໍ່ມີໄຟຟ້າໃຊ້ ຫຼື ບໍ່ສາມາດຊຳລະບັນດາໃບບິນພະລັງງານໄດ້.