ການຄ້າແຂວງສະຫວັນນະເຂດ ລົງກວດກາຮ້ານຮັບຊື້ເຫຼັກເສດ ເພື່ອຫັນເຂົ້າສູ້ລະບຽບກົດໝາຍຢ່າງເຂັ້ມງວດ

35

ວັນທີ 8 ພະຈິກ 2022 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ນຳໂດຍທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 13 ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍພະນັກງານວິຊາການ ຈາກຂະແໜງການຄ້າພາຍໃນ ພ້ອມດ້ວຍເຈົ້າໜ້າທີ່ທະບຽນການ ຄ້າໄດ້ພ້ອມກັນລົງເຄື່ອນໄຫວ ຕິດຕາມ, ກວດກາບັນດາຮ້ານ ເກັບຊື້ ແລະ ຈຳໜ່າຍເຫຼັກເສດຢູ່ ພາຍໃນນະຄອນໄກສອນພົມວິຫານ.

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການແຂວງສະຫວັນ ນະເຂດ, ສະບັບເລກທີ 1730/ຫວຂ.ສຂ, ລົງວັນທີ 22 ຕຸລາ 2022 ເລື່ອງ: ການຈັດຕັ້ງປະຕິ ບັດວຽກງານກວດກາບັນດາຮ້ານ ເປົ້າໝາຍເກັບ ຊື້-ຂາຍ ເຫຼັກເສດ ຢູ່ນະຄອນໄກສອນພົມວິຫານ ພ້ອມທັງໄດ້ມີການເກັບກຳຂໍ້ມູນ ຄືນໃໝ່, ເຊິ່ງຜ່ານການເກັບກຳ ຕົວຈິງພົບເຫັນຈຳນວນຮ້ານຕົວ ຈິງທັງໝົດ 30 ຮ້ານ, ໃນນັ້ນ ເປັນ ຮ້ານຂອງຄົນຫວຽດນາມ 28 ຮ້ານ, ຮ້ານຂອງຄົນຈີນ 1 ຮ້ານ ແລະ ຮ້ານຂອງຄົນລາວ 1 ຮ້ານ.

ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາການເກັບຊື້ເຫຼັກເສດພາຍ ໃນແຂວງຂອງພວກເຮົາໄດ້ເກີດ ຂຶ້ນຈຳນວນຫຼວງຫຼາຍໂດຍສະ ເພາະຢູ່ໃນເທສະບານນະຄອນ ໄກສອນພົມວິຫານ, ການດຳເນີນ ກິດຈະການຄ້າຂາຍ-ເກັບຊື້ເຫຼັກ ເສດດັ່ງກ່າວ ລ້ວນແລ້ວແຕ່ແມ່ນຂອງຊາວຕ່າງປະເທດເປັນສ່ວນຫຼາຍ ຕໍໍໍ່ກັບບັນດາຫ້າງຮ້ານເກັບຊື້ເຫຼັກເສດ ທີ່ເກີດຂຶ້ນເປັນຈຳນວນ ຫຼວງຫຼາຍນັ້ນ ພາໃຫ້ເກີດຜົນດີ ແລະຜົນເສຍຕາມມາ ເຮັດໃຫ້ເກີດ ປະກົດການຫຍໍ້ທໍ້ໃນສັງຄົມ, ເກີດມີການລັກລອບຊັບສິນສິ່ງ ຂອງທີ່ເປັນຂອງສາທາລະນະໄປ ຂາຍ.

ເຊິ່ງໃນຜ່ານມາ ເຫັນວ່າ ໄດ້ເກີດມີປະກົດການລັກລອບ ແລະສວຍໂອກາດ ໃນການລັກຕັດ ສາຍໄຟຟ້າ, ຫຼັກໄຟຟ້າ, ປ້າຍສັນ ຍານຈະລາຈອນ, ຕະແກງເຫຼັກ ກັນຂີ້ເຫຍື້ອລົງຮ່ອງນ້ຳ ແລະຊັບ ສິນສິ່ງຂອງສາທາລະນະອື່ນໆ ເພື່ອໄປຂາຍໃຫ້ຮ້ານເກັບຊື້ເຫຼັກ ເສດ. ຕໍ່ກັບບັນຫາ ຫຼື ປະກົດການ ຫຍໍ້ທໍ້ດັ່ງກ່າວ ແລະເພື່ອເຮັດໃຫ້ ການຄຸ້ມຄອງຫ້າງຮ້ານທີ່ເກັບຊື້ ເຫຼັກເສດຫັນເຂົ້າສູ່ລະບຽບກົດ ໝາຍ ພ້ອມທັງເປັນການຕັດຊ່ອງ ຫວ່າງ ບໍໍ່ໃຫ້ມີຜູ້ສວຍໂອກາດກະ ທຳການດັ່ງທີ່ໄດ້ກ່າວໄວ້ຂ້າງ ເທິງນັ້ນ, ໃນເບື້ອງຕົ້ນທາງພະ ແນກອຸດສາຫະກຳ-ການຄ້າ ແຂວງ ໄດ້ແຕ່ງເຈົ້າໜ້າທີ່ກວດກາ ການຄ້າລົງຕິດຕາມ, ເກັບກຳ ຂໍ້ມູນໂດຍລະອຽດ ເພື່ອກ້າວໄປ ສູ່ການດັດສົມໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ ແນໃສ່ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ.

ຮູບປະກອບ

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນ, ຈົ່ງຊ່ວຍເປັນຫູເປັນ ຕາ ແລະແຈ້ງຕໍ່ເຈົ້າໜ້າທີ່ກວດ ກາການຄ້າໃນເມື່ອພົບເຫັນການ ຊື້-ຂາຍເຫຼັກເສດທີ່ບໍ່ຖືກຕ້ອງ. ທັງນີ້ກໍ່ເພື່ອເປັນການປົກປ້ອງຊັບ ສິນສ່ວນລວມກໍ່ຄືຊັບສິນຂອງ ພໍ່ແມ່ປະຊາຊົນບໍ່ໃຫ້ມີການລັກ ລອບໄປຂາຍ ເພື່ອຜົນປະໂຫຍດ ສ່ວນຕົວກໍ່ຄືບັນຫາຫຍໍ້ທໍ້ຂອງ ສົງຄົມ.