ໂຕໂນ່ ພາຄິນກັບພາລະກິດລອຍຂ້າມຂອງ ເພື່ອຊ່ວຍອຸປະກອນກາານແພດມີກຳນົດ 22 ຕຸລານີ້

161

ໜຸ່ມນັກຮ້ອງ ນັກສະແດງ ພາຄິນ ຄຳວິໄລສັກ ຫຼື ທີ່ທຸກຄົນຮູ້ຈັກດີຄືໂຕໂນ່ ກ່ອນໜ້ານີ້ເພິ່ນໄດ້ເດີນທາງມາລາວ ເພື່ອເບິ່ງເສັ້ນທາງການລອຍນ້ຳ ຈຸດຂ້າມລະຫວ່າງ ນະຄອນພະນົມ-ກັບແຂວງຄຳມ່ວນ ພ້ອມແຈ້ງຈຸດປະສົງທີ່ຈະລອຍຂ້າມຂອງມາເປັນທີ່ຮຽບຮ້ອຍແລ້ວ.


ຄວາມມຸ້ງຫວັງຕັ້ງໃຈຂອງໜຸ່ມໂຕໂນ່ຄືເປັນການລອຍນ້ຳ ເພື່ອລະດົມທຶນຊ່ວຍໂຮງໝໍລາວ ແລະໄທ “ຜ່ານໂຄງການ ໜຶ່ງຄົນລອຍຫຼາຍຄົນໃຫ້” ເຊິ່ງຄາດວ່າໄລຍະທາງຂອງການລອຍນ້ຳແມ່ນ 15 ກິໂລແມັດກວ່າ ຕາມແຜນການແມ່ນຈະໄດ້ເລີ່ມລອຍໃນວັນທີ 22 ຕຸລາ 2022 ນີ້.


ໃນນັ້ນນ້ອງຮ້ອງໜຸ່ມຕັ້ງເປົ້າໝາຍວົງເງິນທີ່ຈະລະດົມໄດ້ຈາກການລອຍຂ້າມຂອງຄັ້ງນີ້ທີ່ 10 ລ້ານບາດ ໂດຍຈະມອບໃຫ້ໂຮງໝໍນະຄອນພະນົມ ແລະໂຮງໝໍແຂວງຄຳມ່ວນຂອງ ສປປ ລາວ.


ໃນງົບປະມານທີ່ໄດ້ຈາກການລະດົມທຶນ ໜຸ່ມໂຕໂນ່ຢາກໃຫ້ນຳໄປຈັດຫາເຄື່ອງມືອຸປະກອນການແພດ ເພື່ອມາເສີມສັກກະຍະພາບໃນການປິ່ນປົວຜູ້ປ່ວຍ ພ້ອມຍັງເຊີນຊວນ ປະຊາຊົນ ນັກທ່ອງທ່ຽວຮ່ວມກິດຈະກຳໃນຄັ້ງນີ້ດ້ວຍການຮ່ວມທຳຄວາມສະອາດແມ່ນ້ຳໄທ ແລະລາວໃຫ້ສວຍງາມປະສະຈາກຂີ້ເຫຍື້ອຕ່າງໆ.


ແນວໃດກໍ່ດີ ກະແສການລອຍຂ້າມຂອງ ຂອງໜຸ່ມໂຕໂນ້ເຫັນວ່າ ຖືກວິຈານຫຼາຍພໍສົມຄວນ ສ່ວນໜຶ່ງແນະນຳໃຫ້ໄປລະດົມທຶນດ້ວຍຊ່ອງທາງອື່ນເນື່ອງຈາກຍາມນີ້ກຳລັງນ້ຳແຮງ ເຊິ່ງມີຄວາມສ່ຽງສູງທີ່ອາດເກີດອຸບັດຕິເຫດໄດ້.


ເຖິງແນວໃດກໍ່ຕາມໜຸ່ມໂຕໂນ່ ໃນວັນທີ 7 ຕຸລາຜ່ານມາໄດ້ໄລສົດຊີ້ແຈງເຖິງເຈດຈຳນົງຂອງຕົນ ແລະຢືນຢັນຈະບໍລົ້ມເລີກຄວາມຕັ້ງໃຈໃນຄັ້ງນີ້ ແມ່ນຢູ່ວ່າການລະດົມທຶນເຮັດໄດ້ໃນຫຼາຍວິທີ ແຕ່ຕົນຖະໜັດດ້ານນີ້ ແລະເຂົ້າໃຈວ່າຕົນກຳລັງເຮັດຫຍັງຢູ່.
ໜຸ່ມໂຕໂນ່ຍັງ ມີຄຳເວົ້າທີ່ໜ້າຊື່ນຊົມອີກວ່າ ຕົນເຊື່ອວ່າໂລກຈະດີຂຶ້ນໄດ້ດ້ວຍການລົງມືເຮັດ ເຊິ່ງຕົນຖະໜັດແບບນີ້ກໍ່ພະຍາຍາມຊ່ວຍໃນສິ່ງທີ່ຕົນພໍຈະເຮັດໄດ້…..


ຂໍ້ມູນຍັງໃຫ້ຮູ້ອີກວ່າ ການລອຍຂ້າມຂອງເທື່ອນີ້ຂອງນັກຮ້ອງດັງ ແມ່ນໄດ້ມີຜູ້ຊ່ຽວຊານດູແລໃຫ້ຄຳແນະນຳກັບໂຄດລອຍນ້ຳທີ່ຈະຮ່ວມລອຍກັບໂຕໂນ່ວາງແຜນເສັ້ນທາງ ແລະປະເມີນຄວາມສ່ຽງ ຢືນຢັນວ່າບໍໄດ້ເຮັດໄປໂດຍປາສະຈາກການເມີນວິເຄາະຕາມທີ່ສັງຄົມນຳໄປວິຈານ.


ໝາຍເຖິງວ່າ ການລອຍນ້ຳຄັ້ງນີ້ແມ່ນໄດ້ມີການປະເມີນຄວາມສ່ຽງທຸກຢ່າງແລ້ວເຫັນວ່າມີຄວາມເປັນໄປໄດ້ ແລະມີສຳຮອງແຜນຄວາມປອດໄພຢ່າງຮັດກຸມ