ຈາກ FC ໃນມື້ນັ້ນ ສຸດປື້ມ ມື້ນີ້ໄດ້ຂຶ້ນຮ້ອງເພງໃນເວທີດຽວກັນ ຄວາມຝັນຍິ່ງໃຫຍ່ ໄປໃຫ້ສຸດ Zamio-p

55

ບອກໄດ້ເລີຍວ່າ ນັກຮ້ອງໜຸ່ມຄົນນີ້ ຝັນໄກໃຈເຖິງຂອງແທ້ ຈາກການມັກຮັກເຮັດໃຫ້ຊີວິດປ່ຽນແປງຫຼາຍຢ່າງ ທັງຖານະ, ຄົນຮູ້ຈັກ ແລະ ຜົນງານ ທີ່ນັບມື້ນັບພັດທະນາ ແລະ ເປັນທີ່ນິຍົມ ຄືໜຸ່ມ ຊາມິໂອ ຫຼື ຫຼາຍຄົນຮູ້ຈັກ Zamio-p ເຈົ້າຂອງຜົນງານເພງ ແຮັບ, ອາແອນບີ ຫຼາກຫຼາຍເພງ

.


ໂດຍຫຼ້າສຸດ ໜຸ່ມຊາມິໂອໄດ້ໄປຂຶ້ນຄອນເສີດໃນເວທີສາກົນ ໃນງານ ASEAN Music Showcase Festival ທີ່ຈັດຂຶ້ນໃນວັນທີ 10-11 ກັນຍາ 2022 ທີ່ປະເທດສິງກະໂປ ແລະ ໄດ້ພົບກັບສິນລະປິນທີຕົນເປັນເອັບຊີມາດົນ ແຕ່ມາໃນຖານະສິນລະປິນຄືກັນ ຂຶ້ນຫຼິ້ນຄອນເສີດໃນເວທີດຽວກັນ ເປັນໂມເມັ້ນທີ່ດີ ແລະ ປາບປື້ມສຸດໆ


ທັງນີ້ຊາມິໂອໄດ້ໂພສວ່າ
“2018-2022 Fc Forever Sanhapas Bunnag
ຈາກເປັນ ເອບຊີໃນມື້ນັ້ນ ມື້ນີ້ດີໃຈໄດ້ຂຶ້ນເວທີດຽວກັບອ້າຍ”
ເປັນປະໂຫຍກທີ່ບໍ່ຍາວບໍ່ຫຼາຍ ແຕ່ມີຄວາມໝາຍສຸດຈັບໃຈ


ຈາກ: Zamio Panouvong