ເມ ວິຈິຕາ ພອນວິໄລ Miss Universe Laos 2019 ກັບມູມມອງໃນສາຍອາຊີບວົງການບັນເທີງລາວ

176

ເມື່ອເວົ້າເຖິງຄວາມຫຼາກຫຼາຍອາຊີບ ທີ່ເກີດຂຶ້ນຢູ່ໃນສັງຄົມເຮົາ ໜຶ່ງໃນນັ້ນກໍແມ່ນອາຊີບໃນການຢູ່ເບື້ອງໜ້າຂອງວົງການບັນເທີງ ບໍ່ວ່າຈະເປັນ ການເປັນນັກສະແດງ, ນາງແບບ,ນາຍແບບ, ນາງງາມ ຫຼື ແມ່ນແຕ່ອາຊີບຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ ມື້ນີ້ເຮົາມາທໍາຄວາມຮູ້ຈັກມູມມອງຂອງ ສາວງາມຄົນນີ້ນໍາກັນ ຜູ້ຄອບຄອງມຸງກຸດອັນຊົງຄຸນຄ່າ ເປັນຜູ້ຍິງຄົນໜຶ່ງທີໜ້າຍົກຍ້ອງ ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ເປັນນາງງາມໃຈບຸນ ງາມຈາກພາຍໃນ ສູ່ພາຍນອກ ມັກເຮັດວຽກຕ່າງໆໃນການຊ່ວຍເຫຼືອສັງຄົມດ້ວຍດີມາສະເໝີ.

ທີມຂ່າວບັນເທີງໄດ້ມີໂອກາດສໍາພາດນ້ອງເມ ເຖິງອາຊີບຢູ່ໃນວົງການບັນເທີງລາວ ໂດຍເມໄດ້ບອກວ່າ: ເມເອງແມ່ນໄດ້ເລີ່ມເຂົ້າວົງການດ້ວຍການປະກວດ Lao Super Model 2016 ມາກ່ອນ, ຈະບອກວ່າເມເດີນສາຍເປັນນາງແບບມາກ່ອນກໍໄດ້ ແລ້ວຈຶ່ງມາປະກວດນາງງາມ ໃນປີ 2019 ແລະ ກໍໄດ້ຕໍາແໜ່ງມາຄອງໃນປີນັ້ນ.

ເມ ວ່າ ລາຍໄດ້ໃນວົງການບັນເທິງລາວ ເຖິງຈະບໍ່ຫຼາຍຄືກັບດາຣາປະເທດອື່ນ ແຕ່ກໍສາມາດລ້ຽງປາກລ້ຽງທ້ອງຂອງໂຕເອງໄດ້ໃນລະດັບໜຶ່ງແນ່ນອນ ຂຶ້ນກັບປັດໄຈຫຼາຍໆຢ່າງ.

ຄວາມຝັນອັນທໍາອິດເລີຍຄືການເປັນດາລາ  ເພາະເມຝັນມາຕັ້ງແຕ່ຍັງນ້ອຍແລ້ວທີ່ຢາກຈະເຮັດວຽກໃນສາຍອາຊີບນີ້, ຕໍ່ມາຄືບົດບາດການເປັນນາງງາມ ເຮັດໃຫ້ເມໄດ້ໃຊ້ຊື່ສຽງຂອງໂຕເອງ ເພື່ອສ້າງປະໂຫຍດໃຫ້ແກ່ສັງຄົມ ແລະ ເປັນແບບຢ່າງທີ່ດີໃຫ້ກັບຄົນລຸ້ນໃຫມ່ ແລ້ວຕໍ່ໄປເມກໍຫວັງໄວ້ວ່າ ໂອກາດທີ່ເມໄດ້ຮັບທີ່ຜ່ານມາ ແລະ ຕໍ່ໜ້າ ເມຈະສາມາດຄືນກັບໄປໃຫ້ສັງຄົມໄດ້ຫຼາຍກວ່ານີ້.

ສໍາລັບ ຄວາມຍາກງ່າຍຂອງການເດີນທາງສາຍນີ້ຄື: ຄວາມອົດທົນ ອັນທີ່ຈິງເມເຊື່ອວ່າທຸກສາຍອາຊີບຕ້ອງໃຊ້ຄວາມອົດທົນ ແລະ ຄວາມມັກຮັກໃນການເຮັດສິ່ງນັ້ນຢູ່ແລ້ວ ເພື່ອຂັບເຄື່ອນວຽກໃຫ້ຈະເລີນກ້າວໜ້າ  ສະນັ້ນ ເມຈະບໍ່ຄິດວ່າມັນເປັນບັນຫາ ເວລາທີ່ເມຕ້ອງປະເຊີນ ແຕ່ເມຄິດວ່າມັນເປັນສິ່ງທີ່ທ້າທາຍ ທີ່ເມຄວນທີ່ຈະຄ່ອຍໆຄິດ, ທໍາຄວາມເຂົ້າໃຈ ແລະ ແກ້ໄຂໄປທີ່ລະຈຸດ ເພື່ອເຮັດໃຫ້ມັນສົ່ງຜົນກະທົບໜ້ອຍ ທີ່ສຸດໃນການເຮັດວຽກ ແລະ ເພື່ອນຮ່ວມງານຂອງເມ.

ເນື່ອງໃນໂອກາດ ວັນສ້າງຕັ້ງສະຫະພັນກໍາມະບານລາວ ກໍຄືຊາວຜູ້ອອກແຮງງານ ປີນີ້ຄົບຮອບ 66ປີ ເມເອງຂໍອວຍພອນໃຫ້ ອົງການຈັດຕັ້ງ  ກຳມະບານລາວ ຫຼື ຊາວຜູ້ອອກແຮງງານທຸກຄົນ ໃນທຸກສາຍອາຊີບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ຈະເລີນກ້າວໜ້າໃນໜ້າ ທີ່ວຽກງານ.

ສາມາດຕິດຕາມຜົນງານເມໄດ້ທີ່ FB ແລະ IG, Vichitta Phonevilay ຈະມີການອັບເດດຜົນງານ ແລະ ທັກທາຍຕອບຄໍາຖາມແຟນຄຣັບໃນນັ້ນປະຈໍາ ຝາກຕິດຕາມ ແລະ ເປັນກໍາລັງໃຈໃຫ້ສາວງາມຄົນນີ້ແນ່ເດີ້.

[ ຮູບ: Vichitta Phonevilay ]