ກີ້ດາວອນ ຄວາມໝັ້ນໃຈມາເຕັມ ຫຼັງປົດລ໊ອກຍິງປະຕູທໍາອິດກ່ອນ ພົບ ກໍາປູເຈຍ ຫວັງຊະນະ

286

ການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ນັດຫຼ້າສຸດ ຂອງ ທີມຊາດລາວ ເສຍໃຫ້ກັບ ອິນໂດເນເຊຍ 1-5 ເມື່ອວັນທີ 12 ທັນວາ ທີ່ຜ່ານມາ ຢ່າງໃດກໍຕາມ, ນັດດັ່ງກ່າວ ທີມຊາດລາວ ປົດລ໊ອກໄດ້ປະຕູທໍາອິດໃນ AFF SUZUKI CUP 2020 ຈາກການຍິງສຸດງາມຂອງ ກີ້ດາວອນ ສຸວັນນີ ກອງໜ້າຈາກສະໂມສອນຊ້າງນ້ອຍ ເອັຟຊີ ຈາກນອກເສັ້ນ 18.

ຫຼ້າສຸດ ກີ້ດາວອນ ໃຫ້ສໍາພາດຄວາມພ້ອມຂອງກ່ອນການແຂ່ງຂັນໃນພິທີຖະແຫຼງຂ່າວໃນໃນຕອນບ່າຍຂອງວັນທີ 14 ທັນວາ 2021 ຜ່ານແອບ ZOOM ວ່າ: ນັດນີ້ພວກເຮົາມີຄວາມພ້ອມບໍ່ວ່າຈະເປັນດ້ານພາລະກໍາລັງ ແນ່ນອນປະຕູທໍາອິດທີ່ຂ້ອຍຍິງໄດ້ໃຫ້ກັບ ທີມຊາດລາວ ສ້າງຄວາມໝັ້ນໃຈໃຫ້ກັບຂ້ອຍ ແລະ ເພື່ອນຮ່ວມທີມຊາດ ກ່ອນຈະພົບ ກໍາປູເຈຍ ນັດສຸດທ້າຍຂອງຮອບແບ່ງກຸ່ມ ເພື່ອຫວັງເກັບໄຊຊະນະໃຫ້ໄດ້ ( ເບິ່ງຄລິບສໍາພາດສົດໆລ່ມນີ້ )

ສໍາລັບ ທີມຊາດລາວ ລົງສະໜາມໄປແລ້ວ 3 ນັດບໍ່ມີຈັກຄະແນນຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ເນື່ອງຈາກຍິງໄດ້ພຽງ 1 ປະຕູ ແລະ ເສຍເຖິງ 11 ປະຕູ, ສ່ວນອັນດັບອື່ນໆເບິ່ງຕາມຕາຕະລາງລຸ່ມນີ້:

ປະຕູດັ່ງກ່າວ ເປັນກໍາລັງໃຈໃຫ້ກັບທີມຊາດລາວ ກ່ອນລົງສະໜາມນັດສຸດທ້າຍພົບ ກໍາປູເຈຍ ເວລາ 16:30 ໂມງຂອງວັນທີ 15 ທັນວາ 2021.

ຂອບໃຈຮູບ-ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ