ກວາດິໂອລາ ກຽມວາງມືຈາກຜູ້ຈັດການທີມ ແມນເຊັສເຕີ ຊິຕີ້ ເພື່ອໄປຫາຄວາມທາທ້າຍໃໝ່ກັບທີມຊາດ

329

ເປບ ກວາດິໂອລາ ຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ເປີດເຜີຍກຽມວາງມືຈາກຕໍາແໜ່ງຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ຫຼັງໝົດສັນຍາ ເພື່ອເລັ່ງເປົ້າໄປສູ່ຄວາມທ້າທາຍໃໝ່ໃນອະນາຄົດຄືການເປັນຜູ້ຈັດການທີມຊາດ.

ກວາດິໂອລາ ປັດຈຸບັນອາຍຸ 50 ປີແລ້ວເຂົ້າມາເປັນຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ນັບຕັ້ງແຕ່ປີ 2016 ພາທີມຄວ້າແຊັມ ພຣີເມຍລີກ ອັງກິດ 3 ສະໄໝ ແຕ່ຍັງບໍ່ສາມາດພາທີມຄວ້າແຊັມ ຢູຟາ ແຊັມປ້ຽນລີກ.

ສໍາລັບ ສັນຍາຂອງ ກວາດິໂອລາ ກັບ ແມນເຊັສເຕີ ຊິຕີ້ ຍັງເຫຼືອຈົນເຖິງປີ 2023. ຢ່າງໃດກໍຕາມ ລາວເປີດເຜີຍອອກສື່ວ່າ: “ ແມ່ນຂ້ອຍຢາກຄຸມທີມຊາດ, ນັ້ນຈະເປັນກ້າວຕໍ່ໄປ ຖ້າຫາກມີໂອກາດໄດ້ເຮັດ, ຂ້ອຍຄົງຕ້ອງຢຸດພັກ ຫຼັງຈາກທີ່ເຮັດວຽກກັບ ແມນເຊັສເຕີ ຊິຕີ ມາດົນເຖິງ 7 ປີ, ຕ້ອງຢຸດເພື່ອຮຽນຮູ້ຈາກຄູຝຶກຄົນອື່ນ ແລະ ຄົງຕ້ອງເລັ່ງເປົ້າໄປທາງນັ້ນ ເພາະຂ້ອຍຢາກສ້າງທີມລຸຍການແຂ່ງຂັນ ຢູໂຣ, ໂຄປາ ອາເມຣິກາ ຫຼື ບານໂລກ ”.
ຮູບຈາກ: AP