ພິດໂຄວິດ ໂຕໂຢຕ້າ ຫຼຸດກຳລັງການຜະລິດລົງ 40%

288

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ ໂຕໂຢຕ້າ ມໍເຕີ ເປີດເຜີຍໃນວັນທີ 19 ສິງຫາຜ່ານມາວ່າ ຈະຫຼຸດກຳລັງການຜະລິດລົດຈາກໂຮງງານທຸກແຫ່ງທົ່ວໂລກລົງ 40% ໃນເດືອນກັນຍາຈະເຖິງນີ້ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໃນພູມີພາກອາຊຽນ ໄດ້ສົ່ງຜົນຕໍ່ການຜະລິດລົດຂອງບໍລິສັດ ໂດຍສະເພາະໂຮງງານຜະລິດໃນຫວຽດນາມ ແລະ ມາເລເຊຍ ທີ່ມີພະນັກງານ – ກຳມະກອນຕິດເຊື້ອ ສົ່ງຜົນໃຫ້ໂຮງງານບາງແຫ່ງຕ້ອງໄດ້ຢຸດຕິການຜະລິດໄວ້ຊົ່ວຄາວ.

ເບື້ອງຕົ້ນໂຕໂຢຕ້າຕັ້ງເປົ້າໄວ້ວ່າ ຈະຜະລິດລົດໃຫ້ໄດ້ 9 ແສນຄັນໃນເດືອນກັນຍານີ້ ແຕ່ຕ້ອງຫຼຸດລົງເຫຼືອ 5 ແສນຄັນ ໃນທົ່ວໂລກ.

ທັງນີ້, ເຖິງວ່າໂຕໂຢຕ້າ ບໍ່ໄດ້ປະສົບບັນຫາໃນການຂາດແຄນຊິບ ເໝືອນກັບບໍລິສັດອື່ນໆ ແຕ່ຊິ້ນສ່ວນອື່ນໆທີ່ເປັນສ່ວນປະກອບໃນການຜະລິດລົດເລີ່ມຫຼຸດໜ້ອຍຖອຍລົງ, ຂະນະທີ່ພູມີພາກອາຊຽນ ເຊິ່ງເປັນທີ່ຕັ້ງແຫ່ງຈຸດເຊື່ອມໂຍງສຳຄັນໃນລະບົບຫ່ວງໂສ້ອຸປະທານຂອງບໍລິສັດ ກຳລັງຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ – 19 ໄດ້ສ້າງ ຄວາມກົດດັນໃຫ້ ບໍລິສັດ ໂຕໂຢຕ້າ ຕ້ອງຕັດສິນໃຈຢຸດຕິການຜະລິດ ແລະ ປະກອບລົດທັງໃນຍີ່ປຸ່ນ ແລະ ຕ່າງປະເທດ.