ຫວຽດນາມ ຢູ່ອັນດັບ 6 ການນຳເຂົ້າສິນຄ້າຂອງອາເມຣິກາ

294

ໜັງສືພິມ The Wall Street Journal ຂອງສະຫະລັດອາເມຣິກາ ໄດ້ລົງພິມບົດວິເຄາະກ່ຽວກັບການປ່ຽນແປງຄັ້ງໃຫຍ່ດ້ານການນຳເຂົ້າສິນຄ້າຂອງອາເມຣິກາ ໃນລະຫວ່າງເດືອນມີນາ ປີ 2020 ເຖິງເດືອນມີນາປີ 2021 ໂດຍຫວຽດນາມໄດ້ກາຍເປັນປະເທດທີ່ອາເມຣິກາ ນໍາເຂົ້າສິນຄ້າຫຼາຍເປັນອັນດັບ 6 ດ້ວຍມູນຄ່າເກືອບ 86.000 ລ້ານໂດລາສະຫະລັດ.

ຜົນງານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຊີ້ນຳ, ການບໍລິຫານ, ສະພາບການຄ່ອງຕົວ, ຄວາມຄິດສ້າງສັນໃນການນຳໃຊ້ໂອກາດຂອງສະຖານປະກອບການ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວປະເທດທີ່ໄດ້ປະຕິບັດໜ້າທີ່ສອງຢ່າງໄປພ້ອມກັນຢ່າງມີປະສິດທິພາບ ຄືການຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ – 19 ແລະ ການຟື້ນຟູພັດທະນາເສດຖະກິດ – ສັງຄົມຂອງຫວຽດນາມ.