ພາຍຸເຕາະແຕ່ ພັດຖະຫຼົ່ມອິນເດຍ ເສຍຊີວິດ 21 ຄົນ ສູນຫາຍເກືອບ 100 ຄົນ

280

ສຳນັກຂ່າວ ບີບີຊີ ລາຍງານເມື່ອວັນທີ 18 ພຶດສະພາ 2021 ວ່າ: ພາຍຸໄຊໂຄລນເຕາະແຕ່ ໄດ້ພັດເຂົ້າແຂວງຄຸຊຣາດ ທາງທິດຕາເວັນຕົກຂອງອິນເດຍ

ດ້ວຍຄວາມໄວຂອງລົມ 160 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 21 ຄົນ ແລະ ອີກ 96 ຄົນສູນຫາຍ, ທາງການຕ້ອງອົບພະຍົບປະຊາຊົນ 150.000 ກວ່າຄົນ ໄປຢູ່ບ່ອນປອດໄພ.

ຂະນະທີ່ກອງທັບເຮືອອິນເດຍ ໄດ້ສົ່ງເຮືອ 3 ລໍາ ໄປຊ່ວຍເຫຼືອປະຊາຊົນ ຈຳນວນ 400 ຄົນ ທີ່ຕິດຄ້າງຢູ່ໃນເຮືອ 2 ລໍາ ບໍລິເວນແຄມຝັ່ງມູມໄບ ເມືອງເອກຂອງແຂວງມະຫາຣາຊ ຕຣະ ໂດຍເຮືອລຳໜຶ່ງຢູ່ໃກ້ກັບແຫຼ່ງຂຸດເຈາະນ້ຳມັນ ຫ່າງຈາກຝັ່ງປະມານ 170 ກິໂລແມັດ, ສ່ວນອີກລຳຢູ່ຫ່າງຈາກຝັ່ງປະມານ 14 ກິໂລແມັດ.