ໄຂກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມຮັບຮອງໂຄງປະກອບກົງຈັກຂອງສະພາ

456

 

ໃນວັນທີ 22 ມີນາ 2021 ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ກຳມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ຊຸດທີ VIII, ພ້ອມຮອງປະທານ; ມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ; ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບັນດາທ່ານຜູ້ນຳພັກ-ລັດ, ອາດີດການນຳ ຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.


ເຊິ່ງກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ບັນດາສະມາຊິກສະພາທີ່ເຂົ້າຮ່ວມກອງປະຊຸມ ໄດ້ລົງຄະແນນສຽງເອກະພາບຕົກລົງຮັບຮອງເອົາປະທານສະພາແຫ່ງຊາດ ແລະ ຮອງປະທານສະພາແຫ່ງຊາດ ໂດຍເລືອກເອົາທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາ ດ້ວຍຄະແນນສຽງ ຈາກຜູ້ເຂົ້າຮ່ວມທັງໝົດ 164 ທ່ານ, ເຫັນດີ 162 ທ່ານ ກວມເອົາ 98,78%; ບໍ່ເຫັນດີ 2 ທ່ານ ກວມເອົາ 1,21% ແລະ ບໍ່ອອກສຽງ 0 ທ່ານ.


ພ້ອມນີ້ກໍ່ໄດ້ລົງຄະແນນສຽງຮັບຮອງເອົາ ຮອງປະທານສະພາແຫ່ງຊາດ 5ທ່ານ ຄື:

1. ນ. ສູນທອນ ໄຊຍະຈັກ ຮອງປະທານສະພາ;

2. ທ່ານ ຈະເລີນ ເຢຍປາວເຮີ່ ຮອງປະທານສະພາ;

3. ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາ;

4. ທ່ານ ສົມມາດ ພົນເສນາ ຮອງປະທານສະພາ;

5. ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາ.

ຈາກຜູ້ເຂົ້າຮ່ວມທັງໝົດ 164 ທ່ານ, ເຫັນດີ 161 ທ່ານ ກວມເອົາ 98,17%; ບໍ່ເຫັນດີ 2 ທ່ານ ກວມເອົາ 1.21% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0,6%.

ນອກຈາກນີ້ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາໂຄງປະກອບການຈັດຕັ້ງຂອງສະພາແຫ່ງຊາດຊຸດທີ IX , ການແຕ່ງຕັ້ງປະທານກຳມາທິການສະພາແຫ່ງຊາດ, ເລຂາທິການ ແລະຮອງປະທານກຳມາທິການຂອງສະພາແຫ່ງຊາດຊຸດທີ IX.