ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ

608

Lao National Radio, ຕອນເຊົ້າວັນທີ 21 ມີນາ 2021 ບັນດາຜູ້ນຳ ພັກ-ລັດ ໄດ້ເຂົ້າວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 66 ປີ.


ຄະນະທີ່ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້ ປະກອບມີ: ຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ນາຍົກລັດຖະມົນຕີ;

ສະພາແຫ່ງ ຊາດ ນຳໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້  ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ;

ຄະນະສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ສາມອົງການຈັດຕັ້ງມະຫາຊົນ ນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.

 

ຄະນະ ພັກ-ຄະນະນໍາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ຄະນະພັກ-ຄະນະນໍານະຄອນຫລວງວຽງ ຈັນ ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະ ນະບໍລິຫານງານພັກນະຄອນຫລວງວຽງຈັນ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ.

.