ໂມເດີນາ ຍື່ນຂໍອະນຸມັດໃຊ້ວັກແຊັງປ້ອງກັນໂຄວິດ

102

ສຳນັກຂ່າວຕ່າງປະເທດລາຍງານວ່າ ໂມເດີນາ ເຊິ່ງເປັນບໍລິສັດເຕັກໂນໂລຊີ ແລະ ເປັນຜູ້ພັດທະນາວັກແຊັງປ້ອງກັນໂຄວິດ – 19 ໄດ້ຍື່ນໃບສະເໜີຕໍ່ສຳນັກງານອາຫານ ແລະ ຢາ ຂອງສະຫະລັດອາເມຣິກາ ( FDA ) ເພື່ອຂໍອະນຸມັດນຳໃຊ້ວັກແຊັງປ້ອງກັນໂຄວິດ – 19 ສຸກເສີນ, ພາຍຫຼັງທີ່ ໂມເດີນາ ໄດ້ເປີດເຜີຍຂໍ້ມູນໃໝ່ ແລະ ຢືນຢັນວ່າວັກແຊັງດັ່ງກ່າວມີຄວາມປອດໄພ ແລະ ມີປະສິດທິພາບເຖິງ 94,1% ໃນການປ້ອງກັນເຊື້ອໄວຣັສໂຄວິດ – 19.

ທັງນີ້ ໂມເດີນາ ເປັນບໍລິສັດທີ 2 ທີ່ຍື່ນໃບສະເໜີຂໍໃຊ້ວັກແຊັງສຸກເສີນ, ຫຼັງຈາກບໍລິສັດໄຟເຊີ ໄດ້ຍື່ນຂໍນຳໃຊ້ສຸກເສີນເມື່ອວັນທີ 20 ພະຈິກຜ່ານມາ.

ໂມເດີນາ ລະບຸວ່າ: ຜົນການວິເຄາະຄັ້ງຫຼ້າສຸດ ພົບວ່າວັກແຊັງດັ່ງກ່າວໄດ້ທົດລອງກັບອາສາສະໝັກ ຈຳນວນ 30 ພັນຄົນ, ມີຜູ້ຕິດເຊື້ອໂຄວິດ – 19 ຈໍານວນ 196 ຄົນ, ໃນນັ້ນຈຳນວນ 185 ຄົນເປັນກຸ່ມທີ່ໄດ້ຮັບວັກແຊັງຫຼອກ, ສ່ວນອີກ 11 ຄົນມາຈາກການໄດ້ຮັບວັກແຊັງແທ້ ສົ່ງຜົນໃຫ້ການທົດລອງດັ່ງກ່າວບົ່ງຊີ້ວ່າມີປະສິດທິພາບສູງເຖິງ 94,1% ເຊິ່ງສູງກວ່າການເປີດເຜີຍຄັ້ງທຳອິດ ເມື່ອວັນທີ 16 ພະຈິກຜ່ານມາ ຢູ່ທີ່ລະດັບ 94%.