ໄບເດັນ ສະເໜີອະດີດປະທານ ເຟດ ເປັນລັດຖະມົນຕີການເງິນ

100

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂຈ ໄບເດັນ ວ່າທີ່ປະທານາທິບໍດີສະຫະລັດອາເມຣິກາ ຢືນຢັນວ່າ ລາວຈະສະເໜີຊື່ ທ່ານ ນາງ ເຈເນັດ ເຢລເລັນ ອະດີດປະທານທະນາຄານກາງ ສະຫະລັດອາເມຣິກາ ( ເຟດ ) ເປັນລັດຖະມົນຕີກະຊວງການເງິນ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດທີ່ເອົາແມ່ຍິງມາເປັນລັດຖະມົນຕີກະຊວງການເງິນ.

ທ່ານ ໂຈ ໄບເດັນ ກ່າວວ່າ: ເນື່ອງຈາກຕ້ອງເລັ່ງຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຄະນະລັດຖະບານຊຸດໃໝ່ຈະເລັ່ງບັນເທົາຜົນກະທົບໃຫ້ແກ່ຊາວອາເມຣິກາ ແລະ ຈະເລັ່ງຟື້ນຟູເສດຖະກິດໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນ, ພ້ອມລະບຸວ່າລາວຈະພະຍາຍາມເລືອກທີມງານໃຫ້ມີຄວາມຫຼາກຫຼາຍ ເມື່ອເຂົ້າບໍລິຫານປະເທດໃນວັນທີ 20 ມັງກອນປີໜ້າ.

ໃນຂະນະທີ່ ທ່ານ ນາງ    ເຢລເລັນ ອະດີດປະທານທະນາຄານກາງສະຫະລັດອາເມຣິກາ ໃນລະຫວ່າງປີ 2014 – 2018 ກ່າວວ່າ: ຂະນະນີ້ສະຫະລັດອາເມຣິກາ ກຳລັງປະເຊີນກັບສິ່ງທ້າທາຍອັນໃຫຍ່ ຫຼວງ ຫາກຕ້ອງການຟື້ນຕົວຕ້ອງດຶງສັກກະຍະພາບຂອງຊາວອາເມຣິກາກັບຄືນມາ ແລະ ລາວພ້ອມຈະເຮັດວຽກທຸກວັນ ເພື່ອຄົນອາເມຣິກາ.

ລາຍງານຂ່າວລະບຸວ່າ: ທ່ານ ໄບເດັນ ຕ້ອງໄດ້ໂນ້ມນ້າວໃຫ້ສະມາຊິກສະພາຄອງເກຣສ ຜ່ານຮ່າງງົບປະມານສະບັບໃໝ່ ເພື່ອຟື້ນຟູເສດຖະກິດ, ຫຼັງຈາກທີ່ ທ່ານ ສະຕີເວັນ ມະນູຊິນ ລັດຖະມົນຕີກະຊວງການເງິນ ຄົນປັດຈຸບັນ ໄດ້ພະຍາຍາມຍູ້ດັນໃຫ້ສະພາຜ່ານງົບປະມານ ມູນຄ່າ 2,2 ລ້ານລ້ານໂດລາສະຫະລັດ ໃນເດືອນມີນາຜ່ານມາ ເພື່ອຂະຫຍາຍເວລາການຈ່າຍເງິນໃຫ້ຜູ້ວ່າງງານ, ສະໜອງສິນເຊື່ອ ແລະ ຊ່ວຍເຫຼືອທຸລະກິດຂະໜາດນ້ອຍ ເຊິ່ງມາຮອດປັດຈຸບັນມີຊາວອາເມຣິກາ ປະມານ 12 ລ້ານຄົນ ໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວແລ້ວ.