ຈີນ ກາຍເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງອາຊີ – ປາຊີຟິກ

127

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນສຳຫຼວດ ຂອງ ບໍລິສັດ HSBC ໂຮນດິງ ລະບຸວ່າ: ຈີນໄດ້ແຊງໜ້າສະຫະລັດອາເມຣິກາ ຂຶ້ນເປັນຕະຫຼາດຕ່າງປະເທດ ໃຫຍ່ທີ່ສຸດສຳລັບບໍລິສັດໃນອາຊີ – ປາຊີຟິກ ໂດຍບໍລິສັດ 29% ທີ່ຖືກສອບຖາມຕອບວ່າ ຈີນ ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດສຳລັບອາຊີ – ປາຊີຟິກ.

ຜົນສຳຫຼວດຍັງລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ເກີດການປ່ຽນແປງໂຄງສ້າງໃນລະບົບເສດຖະກິດໂລກ ໂດຍ HSBC ໄດ້ສຳຫຼວດ ຄວາມຄິດເຫັນຂອງຜູ້ບໍລິຫານບໍລິສັດ ຈຳນວນ 10.400 ແຫ່ງ ໃນ 39 ປະເທດໃນທະວີບອາຊີໃນລະຫວ່າງວັນທີ 11 ກັນຍາ ຫາ 7 ຕຸລາ ເຊິ່ງເປັນໄລຍະທີ່ການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບ 2 ກໍາລັງເລີ່ມຂຶ້ນໃນເຂດເອີຣົບ ແລະ ເປັນໄລຍະກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ.

ຜົນສຳຫຼວດຍັງໄດ້ວິເຄາະເຖິງສົງຄາມການຄ້າລະ ຫວ່າງຈີນ ກັບສະຫະລັດ ເຊິ່ງໃນໄລຍະ 2 ປີຜ່ານມາ ຈີນໄດ້ເສຍປະໂຫຍດຈາກ ຄວາມຂັດແຍ່ງທາງການຄ້າກັບອາເມຣິກາເລັກໜ້ອຍ ໂດຍຜົນສຳຫຼວດລະບຸວ່າ ເຖິງວ່າບໍລິສັດເອກະຊົນ ແລະ ແຮງງານຂອງອາເມຣິກາຈະຖອນອອກຈາກຈີນ ແຕ່ບໍລິສັດເຫຼົ່ານັ້ນກໍບໍ່ໄດ້ກັບຄືນປະເທດ ແຕ່ກົງກັນຂ້າມຊ້ຳຜັດໄປຕັ້ງຖານການຜະລິດຢູ່ບັນດາປະເທດໃນພູມີພາກອາຊີ – ປາຊີຟິກ ເຊິ່ງບໍ່ໄດ້ເປັນໄປຕາມຄວາມຄາດຫວັງຂອງປະທານາທິບໍດີ ທຣຳ ແຕ່ຢ່າງໃດ.

ທ່ານ ນາງ ນາຕາລີ ບລາຍ ຫົວໜ້າຝ່າຍການຄ້າຂອງ HSBC ລະບຸວ່າ: ການຍ້າຍຖານການຜະລິດຈາກຕາເວັນຕົກໄປຍັງຕາເວັນອອກ ແລະ ຖານເສດຖະກິດຂອງພູມີພາກອາຊີຂະຫຍາຍຕົວກ້າວກະໂດດນັ້ນເກີດຂຶ້ນຢ່າງໄວວາ ເຊິ່ງເປັນໄລຍະທີ່ສະຫະລັດອາເມຣິກາເດີນໜ້ານະໂຍບາຍກີດກັ້ນທາງການຄ້າ ( protectionism ) ກ່ອນຈະປະເຊີນກັບການ ແຜ່ລະບາດຂອງພະຍາດໂຄວິດ – 19.

ທ່ານ ນາງ ນາຕາລີ ຍັງກ່າວອີກວ່າ: ທ່າອ່ຽງດັ່ງກ່າວຍັງຈະດຳເນີນຕໍ່ໄປ ເມື່ອ 15 ປະເທດໃນພູມີພາກອາຊີ – ປາຊີຟິກ ໄດ້ລົງນາມໃນຂໍ້ຕົກລົງຫຸ້ນສ່ວນດ້ານເສດຖະກິດລະດັບພູມີພາກ ( ອາເຊັບ ) ເຊິ່ງມີເປົ້າໝາຍສົ່ງເສີມດ້ານການຄ້າ, ໃນຂະນະທີ່ປະຊາກອນປະມານ 3 ພັນລ້ານຄົນ ຈະຖືກຈັດເຂົ້າໃນກຸ່ມຜູ້ມີລາຍໄດ້ປານກາງ.